ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 11 ພຶດສະພານີ້, ທ່ານບູດີ ກູນາດີ ຊາດິກິນ ລັດຖະມົນຕີກະຊວງສາທາລະນະສຸກອິນໂດເນເຊຍກ່າວວ່າ, ພະນັກງານການແພດ 25374 ຄົນຂອງນະຄອນຫຼວງຈາກາຕາໄດ້ສັກວັກຊີນເຄີ່ຊິ່ນSINOVACຂອງຈີນເຂັມທີ 2 ແລ້ວ, ຫຼັງຈາກໄດ້ຕິດຕາມອາການເປັນເວລາ 28 ມື້ຈຶ່ງເຫັນວ່າ, ຫຼັງຈາກສັກວັກຊິນດັ່ງກ່າວໄດ້ 7 ວັນແລ້ວສາມາດປ້ອງກັນຜູ້ສັກວັກຊິນບໍ່ໃຫ້ເສຍຊີວິດຍ້ອນພະຍາດໂຄວິດ-19ໄດ້ຮ້ອຍສ່ວນຮ້ອຍ, ຍັງສາມາດເຮັດໃຫ້ ຄົນບໍ່ຕ້ອງນອນປິ່ນປົວຢູ່ໂຮງໝໍໄດ້ເຖິງ96%.
ທ່ານກູນາດີກ່າວຕື່ມວ່າ, ຜູ້ສັກວັກຊີນດັ່ງກ່າວມີ 94% ບໍ່ໄດ້ຕິດເຊື້ອພະຍາດ, ນີ້ຖືວ່າວັກຊີນດັ່ງກ່າວມີປະສິດທິຜົນດີທີ່ສຸດ.
ຄຳເຫັນ
0