吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນຜິ​ງ​ໄດ້​ໄປ​ສຳ​ຫຼວດກວດກາ​ວຽກ​ງານ​ການ​ສົ່ງ​ນ້ຳ​ຈາກພາກ​ໃຕ້​ສູ່​ພາກ​ເໜືອ​ຢູ່​ເມືອງ​ຊີ່ຊ່ວນ​ນະຄອນ​ນານ​ຢາງ

2021-05-14 15:05:30 cri

ວັນ​ທີ 13 ພຶດສະພາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສືບ​ຕໍ່​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ນະຄອນ​ນານ​ຢາງ​ແຂວງ​ເຮີ​ນານ. ​ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ສີຈິ້ນ​ຜິ​ງ​ໄດ້​ເດີນທາງ​ໄປ​ເມືອງ​ຊີ່​ຊ່ວນ ​ເພື່ອ​ກວດ​ເບິ່​ງໂຄງການ​ຫົວ​ຄອງ​ນ້ຳ​ທາວ​ຊ້າ, ອ່າງ​ນ້ຳ​ຕ່າ​ນຈ່ຽງ​ໂຂ ​ແລະ​ບ້ານ​ໂຈ່​ຈ່ວງຕາ​ແສງ​ຈີວສົງ​ຕາມ​ລຳ​ດັບ, ​ທ່່ານ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ສະພາບ​ການ​ຄຸ້ມ​ຄອງ​ການ​ກໍ່ສ້າງ ​ແລະ​ການ​ປະຕິບັດ​ງານ​ຂອງ​ໂຄງການ​ສົ່ງ​ນ້ຳ​ສາຍກາງ​ໃນ​ໂຄງການ​ສົ່ງ​ນ້ຳ​ຈາກ​ພາກ​ໃຕ້​ສູ່​ພາກ​ເໜືອ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ແຫຼ່ງນ້ຳ ​ແລະ​ອື່ນໆ ​ເພື່ອ​ຮັບ​ຮູ້​ກ່ຽວ​ກັບ​ສະພາບ​ການຈັດ​ສັນ​ຍົກຍ້າຍ​ປະຊາ​ຊົນ​ຍ້ອນ​ໂຄງການ​ສົ່ງ​ນ້ຳ​ຈາກ​ພາກ​ໃຕ້​ສູ່​ພາກ​ເໜືອ, ການ​ພັດທະນາ​ອຸ​ດສາ​ຫະກຳ​ທີ່​ມີ​ເອກະລັກພິ​ເສດ, ການ​ສົ່ງ​ເສີມ​ການ​ເພີ່ມ​ລາຍ​ຮັບ​ໃຫ້​ກັບ​ປະຊາຊົນ​ທີ່​ໄດ້​ຈັດ​ສັນ​ຍົກ​ຍ້າຍ ​ແລະ​ອື່ນໆ. ​ໃນ​ການ​ເດີນທາງ​ຄັ້ງ​ນີ້, ທ່ານ​ຍັງ​ໄດ້​ກວດ​ເບິ່ງ​ສະພາບ​ການ​ເຕີບ​ໃຫຍ່​ຂອງ​ເຂົ້າບະ​ເລ, ຮັບ​ຮູ້​ກ່ຽວ​ກັບ​ສະພາບ​ການ​ຜະລິດ​ສະບຽງ​ອາຫານ​ໃນ​ລະດູ​ຮ້ອນ.

​ໂຄງການ​ສົ່ງ​ນ້ຳ​ຈາກ​ພາກ​ໃຕ້​ສູ່​ພາກ​ເໜືອ​ແບ່ງ​ອອກ​ເປັນ​ສາມ​ສາຍ ​ເຊັ່ນ: ສາຍຕາ​ເວັນ​ອອກ, ສາຍ​ກາງ ​ແລະ​ສາຍຕາ​ເວັນ​ຕົກ, ​ໂດຍ​ສົ່ງ​ນ້ຳ​ສູ່​ພາກ​ເໜືອ​ຈາກ​ແຫຼ່ງນ້ຳ​ຍ່ານ​ໃຕ້, ກາງ ​ແລະ​ເໜືອ​ຂອງ​ແມ່ນ້ຳ​ຢາງ​ຊີ​ກ້ຽງ​ຕາມ​ລຳດັບ. ​ແນວ​ຄວາມ​ຄິດ​ກໍ່ສ້າງ​ໂຄງການ​ຂະໜາດ​ໃຫຍ່​ນີ້​ໄດ້​ຖືກ​ສະ​ເໜີ​ເປັນ​ເ​ທື່ອທຳ​ອິດ​ໃນ​ເດືອນ​ຕຸລາ​ປີ 1952. ​ໃນ​ໄລຍະ 7 ປີ​ກ່ອນ​ໜ້າ​ນີ້, ​ໂຄງ​ການ​ສົ່ງ​ນ້ຳ​ສາຍຕາ​ເວັນ​ອອກ ​ແລະ​ສາຍ​ກາງ​ໄດ້​ສົ່ງ​ນ້ຳ​ເຂົ້າ​ຄອງ​ສຳ​ເລັດ​ຮອບດ້ານ, ​ເຮັດ​ໃຫ້​ຄວາມ​ໃຝ່ຝັນ​ຂອງ​ປະຊາຊົນ​ກາຍ​ເປັນ​ຈິງ.

ຈົນ​ມາ​ຮອດ​ວັນ​ທີ 12 ທັນວາ​ປີ 2020, ​ໂຄງການ​ສົ່ງ​ນ້ຳ​ສາຍ​ກາງ​ສາມາດ​ສົ່ງ​ນ້ຳ​ໄດ້ 34,8 ຕື້​ແມັດ​ກ້ອນ, ປະຊາຊົນ 69 ລ້ານ​ຄົນ​ໄດ້​ປະ​ໂຫຍ​ດຈາກ​ໂຄງການ​ນີ້.

ຄຳ​ເຫັນ

0