刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ບົດ​ລາຍ​ງານ​ຜົນ​ການ​ສຳຫຼວດ​​ທີ່ສະ​ມາ​ຄົມ​ການຄ້າອາ​ເມ​ຣິ​ກາ​ປະ​ຈຳ​ຢູ່​ຮົງ​ກົງ​ບໍ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ສະ​ພາບ​ລວມ

2021-05-14 17:08:46 cri

 

ກ່ຽວ​ກັບ​ກໍ​ລະ​ນີ​ທີ່​ສະ​ມາ​ຄົມ​ການ​ຄ້າ​ອາ​ເມ​ຣິ​ກາ​ປະ​ຈຳຮົງ​ກົງ​ກ່າວ​ວ່າ: ​ມີ​ວິ​ສາ​ຫະ​ກິດ 42% ​ໄດ້ພິ​ຈາ​ລະ​ນາ​ຈະ​​ຍ້າຍ​ອອກຈາກ​ຮົງ​ກົງ, ທ່ານ​ນາງ​ຮວ້າ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 13 ພຶດ​ສະ​ພາ​ນີ້​ວ່າ: ກໍ​ລະ​ນີ​ດັ່ງ​ກ່າວບໍ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຜົນ​ການ​ສຳຫຼວດ​ໂດຍ​ລວມ​ທີ່​ກ່ຽວ​ຂ້ອງ, ຈີນ​ເຊື່ອ​ໝັ້ນ​ວ່າ: ຮົງ​ກົງ​ຈະ​ມີ​ອະ​ນາ​ຄົດ​ທີ່​ດີກວ່າ​ຢ່າງ​ແນ່ນອນ​.

ຫວ່າງ​ກ່ອນ​ນີ້ບໍ່​ດົນ, ສະ​ມາ​ຄົມ​ການ​ຄ້າ​ອາ​ເມ​ຣິ​ກາ​​ປະ​ຈຳ​ຮົງ​ກົງ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດສະ​ມາ​ຊິກ​ຂອງ​ຕົນ 24% ເຊິ່ງ​ລວມ​​ມີວິ​ສາ​ຫະ​ກິດ 325 ແຫ່ງ, ຜົນ​ການ​ສຳຫຼວດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ວິ​ສາ​ຫະ​ກິດ​ທີ່​​ຕອບ​ແບບ​ສອບ​ຖາມນັ້ນ ​ມີ 42% ພວມ​ພິ​ຈາ​ລະ​ນາຫຼື​ມີ​ແຜນ​​ຈະ​ຍ້າຍອອກ​ຈາກ​ຮົງ​ກົງ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ນາງ​ຮວ້າ​ຊຸ່ນ​ຢີງ​ກ່າວ​ວ່າ: “ຜົນ​ການ​ສຳຫຼວດ​ດັ່ງ​ກ່າວ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ວິ​ສາ​ຫະ​ກິດ​ທີ່​ໄດ້​ຕອບ​ແບບ​ສອບ​ຖາມ​ນັ້ນ​ມີ 58% ບໍ່​ມີ​ແຜນ​ຈະ​ຍ້າຍ​ອອກຈາກ​ຮົງ​ກົງ,​ຜູ້​ຕອບ​ແບບ​ສອບ​ຖາມມີ 77% ເຫັນ​ວ່າ​ຢູ່​ຮົງ​ກົງ​ຈະ​ມີ​ຄຸນ​ນະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​​ທີ່​ດີ, ມີ 55% ເຫັນ​ວ່າ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ຢູ່​ຮົງ​ກົງ​ດີຫຼາຍ ແລະມີ 48% ເຫັນ​ວ່າ​ຢູ່​ຮົງ​ກົງ​ມີ​ຄວາ​ມ​ສະດວກ​ໃນ​ການ​ເຂົ້າ​ສູ່​ຕະຫຼາດ​ແຜ່ນ​ດິນ​ໃຫຍ່​ຈີນ. ວິ​ສາ​ຫະ​ກິດ​ທີ່​​ຕອບ​ແບບ​ສອບ​ຖາມດັ່ງ​ກ່າວບໍ່​ຮອ​ດ 1/4 ​ຂອງ​ສະ​ມາ​ຊິກ​ສະ​ມາ​ຄົມ​ການ​ຄ້າ​ອາ​ເມ​ຣິ​ກາ​​ປະ​ຈຳ​ຮົງ​ກົງ. ດ້ວຍ​ເຫດ​ນີ້, ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ຖ້າ​ວ່າ​​ຂອບ​ເຂດ​ການ​ຕອບ​ແບບ​ສອບ​ຖາມ​ເປີດກວ້າງກວ່າ​ນີ້, ກໍ​ຈະ​ມີ​ຜົນການ​ສຳຫຼວດ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ດ້ານບວກ​ທີ່​ດີ​ຕື່ມ​ອີກ.”

ຄຳ​ເຫັນ

0