覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕອບ​ໂຕ້​ກໍ​ລະ​ນີ​ທີ່​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ອົ​ສ​ຕ​ຣາ​ລີ​ໃສ່​ຮ້າຍ​ປ້າຍ​ສີ​ຂໍ້​ມູນ​ອັດ​ຕາ​ການ​ເກີດ​ຢູ່​ຊິ່ນ​ຈ່ຽງ​

2021-05-14 14:44:20 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ພຶດ​ສະ​ພາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ​ເຂດຊິ່ນ​ຈ່ຽງ​ຂອງ​ຈີນ​ບໍ່​ໄດ້​ສ້າງ​ແລະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ແຜນ​ການ​ຄຸມ​ກຳ​ເນີດ​​ສະ​ເພາະ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃດ​ໜຶ່ງ, ສະ​ນັ້​ນ​,ຈິ່ງ​ບໍ່​ມີ​ບັນ​ຫາ​ກ່ຽວ​ກັບ​ອັນ​ທີ່​ເອີ້ນ​ວ່າ “ການ​ວາງ​ເປົ້າ​ໝາຍ​ແລະ​ມາດ​ຕະ​ຖານ​ກ່ຽວ​ກັບ​ອັດ​ຕາ​ກາ​ນ​ເກີດ”​ແຕ່​ປະ​ການ​ໃດ​ເລີຍ.
 

 ຕ​າມ​ຂ່າວ​ແຈ້ງວ່າ: ບົດ​ວິ​ທະ​ຍາ​ນິ​ພົນ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ​ອົ​ສ​ຕ​ຣາ​ລີຫຼື ASPI ບົດ​ໜຶ່ງ​ໄດ້​ລະ​ບຸ​ວ່າ: ມີ​ຫຼັກ​ຖານ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ສາ​ມາດ​ຢັ້ງ​ຢືນ​ວ່າ ​ນະ​ໂຍ​ບາຍ​ທີ່ລັດ​ຖະ​ບານ​ຈີນ​ປະ​ຕິ​ບັດ​ຢູ່​ເຂດ​ຊິ່ນ​ຈ່ຽງ​ເປັນ​ນະ​ໂຍ​ບາຍ​ດັບ​ສູນ​ເຜົ່າ​ພັນ. ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ກ່າວ​ວ່າ:
 

“ຂ້າ​ພະ​ເຈົ້າ​ບໍ່ຮູ້​ວ່າ ​ບົດ​ວິ​ທະ​ຍາ​ນິ​ພົນ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ​ອົດ​ສ​ຕ​ຣາ​ລີ​ທີ່​ລະ​ບຸວ່າ ອັດ​ຕາ​ການ​ເກີດ​​ຢູ່ເຂດ​ຊິ່ນ​ຈ່ຽງ​ໄດ້ຫຼຸດ​ລົງ 48,74% ເຊິ່ງ​ຂໍ້​ມູນ​ແບບ​ນີ້ມາ​ຈາກ​ໃສ? ໃນ​ຕະຫຼອດ​ໄລ​ຍະ 60 ກວ່າ​ປີ​ຜ່ານ​ມາ, ອາ​ຍຸ​ຍື່ນ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​​ຢູ່​ເຂດ​ຊິ່ນ​ຈ່ຽງ​ໄດ້​ຍົກ​ສູງ​ຂຶ້ນ​ຈາກ30ປີ​ ​ເປັນ 72 ປີ. ສ່ວນ​ໃນ​ໄລ​ຍະ 40 ກວ່າ​ປີ​ຜ່ານ​ມາ, ປະ​ຊາ​ກອນ​ເຜົ່າ​ອຸຍ​ເກີ້ຊິ່ນ​ຈ່ຽງ​ໄດ້​ເພີ່ມ​ຂຶ້ນ​ຈາກ 5,55 ລ້ານ​ຄົນ​​ເປັນ 12 ລ້ານກວ່າ​ຄົນ ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 1 ເທົ່າ.  ”

ຄຳ​ເຫັນ

0