何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນເດັດ​ດ່ຽວ​ຄັດ​ຄ້ານການ​​ຫັນ​ກິ​ລາ​ເປັນ​ບັນ​ຫາ​ການ​ເມືອງ

2021-05-14 14:35:30 CRI

ກ່ຽວ​ກັບ​ເລື່ອງ​ທີ່​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​​ມີເຈ​ຕະ​ນາ​​ນຳໃຊ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ປັກ​ກິ່ງເພື່ອ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ວັນ​ທີ 13 ພຶດ​ສະ​ພາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​​ຖະ​ແຫຼງຂ່າວ​ວ່າ: ຈີນ​ເດັດດ່ຽວ​ຄັດ​ຄ້ານ​ການ​​ຫັນ​ກິ​ລາ​ເປັນ​ບັນ​ຫາ​ການ​ເມືອງ.

 

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ກ່າວ​ວ່າ, ​ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ​ໃນ​ດ້ານ​ສິດ​ທິ​ມະ​ນຸດ, ເຊິ່ງ​ລວມ​ທັງ​ທີ່​ໄດ້​ບັນ​ທຶກ​ໄວ້​ໃນ​ປະ​ຫວັດ​ສາດ ແລະ ໃນ​ປະ​ຈຸ​ບັນເປັນ​ໜ້າ​ອັບ​ອາຍ​ທີ່​ສຸດ, ເຂົາ​ເຈົ້າ​ບໍ່​ມີ​ສິດ​ໃດໆ​ທີ່​ຈະ​ມາ​ຕຳ​ໜິ​ຈີນ​ກ່ຽວ​ກັບ​ບັນ​ຫາ​ສິ​ດ​ທິ​ມະ​ນຸດ​ຢ່າງ​ບໍ່​ມີ​ມູນ​ຄວາມ​ຈິງ. ການຫຼິ້ນ​ເກມ​ການ​ເມືອງ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິດ​ທິ​ຂອງ​ນັກ​ກິ​ລາ​ປະ​ເທດ​ຕ່າງໆ​ໃນ​ການ​ແຂ່ງ​ຂັນ​ທີ່​ຍຸດ​ຕິ​ທຳ​ໃນ​ທີ່​ສຸດ. ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ມີ​ເຈ​ຕະ​ນາ​ນຳ​ໃຊ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເພື່ອ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນຢ່າງ​ບັງ​ອາດ​ດ້ວຍ​ຂໍ້​ອ້າງ “ສິ​ດ​ທິ​ມະ​ນຸດ” ​ໃນຈີນ, ​ເຊິ່ງຈະ​ບໍ່​​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ແນ່ນອນ, ​ທັງ​ຈະ​ຖືກ​ປະ​ຊາ​ຄົມ​ໂລກ​ປະ​ຖິ້ມ ແລະ ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ.

 

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ກ່າວ​ຕື່ມ​ວ່າ, ໃນ​ບັນ​ຫາ​ສິດ​ທິ​ມະ​ນຸດ, ບໍ່​ວ່າ​ເບິ່ງ​ຈາກ​ປະ​ຫວັດ​ສາດ ຫຼື ສະ​ພາບ​ປະ​ຈຸ​ບັນ, ນັກ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາເຫຼົ່າ​ນີ້​ບໍ່​ມີ​ສິດ​ໃດໆ​ທີ່​ຈະ​ມາ​ຊີ້​ໄມ້​ຊີ້​ມື​ກັບ​ຈີນ, ແລະ ຕຳ​ໜິ​ຈີນ​ໂດຍ​ບໍ່​ມີ​ມູນ​ຄວາມ​ຈິງ, ເຂົາ​ເຈົ້າ​ຄວນ​ສຳ​ນຶກ​ຄືນ​ຄາມ​ຜິດ​ຂອງ​ຕົນ​ຢ່າງ​ຈິງ​​ຈັງ.

ຄຳ​ເຫັນ

0