蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍານ​ສຳ​ຫຼວດ ທ່ຽນ​ເວີ້ນ 1 ຂອງ​ຈີນ​ໄດ້ລົງ​ຈອດ​ຢູ່​ພື້ນ​ຜິວ​ດາວ​ອັງ​ຄານຢ່າງ​ສຳ​ເລັດ​ຜົນ ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ

2021-05-15 13:15:39 CRI

     ກົມ​ການ​ບິນ​ອະວະ​ກາດແຫ່ງ​ຊາດ​ຈີນ​ລາຍ​ງານ​ວ່າ: ຄະ​ນະ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຈີນ​ໄດ້​ຢືນ​ຢັນ​ໂດຍ​ອີງ​ຕາມ​ສັນ​ຍານ​ທີ່​ສົ່ງ​ມາ​ຈາກ​ລົດ​ສຳ​ຫຼວດ​ດາວ​ອັງ​ຄານ“ຈູ້ຢົງ”ວ່າ: ເວ​ລາ 7 ໂມງ 18 ນາ​ທີ​ຂອງ​ວັນ​ທີ 15 ພຶດ​ສະ​ພານີ້, ຍານ​ສຳ​ຫຼວດ ທ່ຽນ​ເວີ້ນ 1 ຂອງ​ຈີນ​ໄດ້​ລົງ​ຈອດ​ຢູ່​ເຂດ​ທີ່​ໄດ້​ກຳ​ນົດໄວ້​ລ່ວງ​ໜ້າຢູ່​ພາກ​ໃຕ້​ທົ່ງ​ພຽງ​ອູ​ໂຕ​ເປຍ​ຂອງ​ດາວ​ອັງ​ຄານ​ຢ່າງ​ສຳ​ເລັດ​ຜົນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ໜ້າ​ທີ່​ສຳ​ຫຼວດ​ດາວ​ອັງ​ຄານ​ຄັ້ງ​ທຳ​ອິດ​ຂອງ​ຈີນ​ໄດ້ລົງ​ຈອດ​ຢູ່​ພື້ນ​ຜິວ​ດາວ​ອັງ​ຄານ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ສົ່ງ​ສານອວຍ​ພອນໂດຍ​ຕາງ​ໜ້າ​ສູນ​ກາງ​ພັກ ລັດ​ຖະ​ບານ ແລະ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ ສະ​ແດງ​ຄວາມອວຍ​ພອນ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ແລະ​ຄວາມຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ກອງ​ບັນ​ຊາ​ການ​ຂອງ​ໜ້າ​ທີ່​ສຳ​ຫຼວດ​ດາວ​ອັງ​ຄານ​ຄັ້ງ​ທຳ​ອິດ​ຂອງ​ຈີນ​ພ້ອມ​ທັງທຸກ​ທ່ານ​ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ໜ້າ​ທີ່​ດັ່ງ​ກ່າວ.

     ໜ້າ​ທີ່​ສຳ​ຫຼວດ​ດາວ​ອັງ​ຄານ​ຂອງ​ຍານ​ທ່ຽນ​ເວີ້ນ 1 ໄດ້​ແກ້​ໄຂ​ບັນ​ຫາ​ຂໍ້​ກະ​ແຈຫຼາຍ​ຂໍ້​ ເຊັ່ນ: ການ​ສົ່ງ​ດ້ວຍ​ຄວາມ​ໄວ​ອະ​ວະ​ກາດ​ທີ​ສອງ ການ​ບິນແລະ​ສື່​ສານ​ຢູ່​ລະ​ຫວ່າງ​ດາວ​ເຄາະ ການ​ລົງ​ຈອດ​ຢູ່​ພື້ນ​ຜິວ​ດາວ​ເຄາະ​ນອກ​ໜ່ວຍ​ໂລກ ແລະ​ອື່ນໆ, ເປັນ​ການ​ລົງ​ຈອດ​ຢູ່​ພື້ນ​ຜິວ​ດາວ​ເຄາະ​ນອກ​ໜ່ວຍ​ໂລກ​ຄັ້ງ​ທຳ​ອິດ​ຂອງ​ຈີນ ແລະ​ເປັນ​ຫຼັກ​ໝາຍ​ທາງ​ທີ່​ມີ​ຄວາມ​ໝາ​ຍ​ສຳ​ຄັນ​ອີກ​ອັນ​ໜຶ່ງ​ໃນ​ການ​ພັດ​ທະ​ນາດ້ານ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​.

ຄຳ​ເຫັນ

0