李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຄ້າຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ຍັງ​ສາ​ມາດ​ຮັກ​ສາ​ທ່ວງ​ທ່າ​ເຕີບ​ໂຕໄດ້​ເປັນ​ຢ່າ​ງ​ດີ, ໂຄງ​ປະ​ກອບ​ດ້ານ​​ການ​ຄ້າ​ໄດ້​ສືບ​ຕໍ່​​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຕື່ມອີກ

2021-05-17 14:37:35 cri

ຕອນ​ເຊົ້າ​ວັນ​ທີ 17 ພຶ​ດ​ສະ​ພາ​ນີ້, ໃນ ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​​ຂຶ້ນໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ, ທ່ານ​ຟູ້​ລີງ​ຮຸ່ຍ, ໂຄ​ສົກ​​ຂອງ​ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ ໄດ້​ແນະ​ນຳໃຫ້​ຮູ້​ກ່ຽວ​ກັບ​ສະ​ພາບ​ການ​​ດ້ານເສດ​ຖະ​ກິດ​ແຫ່ງ​ຊາດ​ໃນ​ເດືອນ​ເມ​ສາ​ປີ 2021, ແລະ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.

ທ່ານ​ຟູ້​ລີງ​ຮຸ່ຍ​ໄດ້​ແນະ​ນຳ​ໃຫ້​ຮູ້​ວ່າ, ໃນ​ເດືອນ​ເມ​ສາ​ຜ່ານ​ມາ​ນີ້, ຍອດ​ມູນ​ຄ່າ​ກາ​ນ​ຄ້າ​​ຂາ​ເຂົ້າ​ຂາ​ອອກຂອງສິນ​ຄ້າ​ທີ່​ຈັບ​ຕ້ອງ​ໄດ້​ ບັນ​ລຸ​ເຖິງ 3149 ຕື້ 200 ລ້ານຢວນ, ເພີ່ມ​ຂຶ້ນ 26,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້. ໃນ​ນັ້ນ, ການ​ຄ້າ​ຂາອອກ​ແມ່ນ 1712 ຕື້ 800 ລ້ານ​ຢວນ, ເພີ່ມ​ຂຶ້ນ 22,2%, ການ​ຄ້າ​ຂາ​ເຂົ້າ​ແມ່ນ 1463 ຕື້ 300 ລ້ານຢວນ, ເພີ່ມ​ຂຶ້ນ 32,2%. ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ເມ​ສາ​ປີ​ນີ້, ​ການ​ສົ່ງ​ອອກ​ປະ​ເພດ​ເຄື່ອງ​ຈັກ​ເອ​ເລັກ​ໂຕຼນິກ ໄດ້​ເພີ່ມ​ຂຶ້ນ 36,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ກວມ 59,9% ​ຂອງຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ອອກ. ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ສິນ​ຄ້າ​ທົ່ວ​ໄປ​ກວມ 61,6% ​ຂອງຍອດ​ມູນ​ຄ່າ​ການ​ຄ້າ​ຂາເຂົ້າ​ຂາ​ອອກ, ເພີ່ມ​ຂຶ້ນ 1,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້. ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ກວມ 47,2% ​ຂອງຍອດ​ມູນ​ຄ່າ​ການ​ຄ້າ​​ຂາ​ເຂົ້າຂາ​ອອກ, ເພີ່ມ​ຂຶ້ນ 4,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ຄຳ​ເຫັນ

0