秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການອະນາໄມໂລກ: ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເພີ່ມໃໝ່ໃນທົ່ວໂລກໄດ້ຫຼຸດລົງເປັນສອງອາທິດລຽນຕິດ

2021-05-18 11:57:13 cri

ວັນ​ທີ 17 ພຶດ​ສະ​ພາ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ທ່ານ​ເຕ​ໂດ​ຣ​ສ ເກ​ເບ​ຣ​ເຢ​ຊຸ​ສ, ຜູ້​ອຳ​ນວນ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ຈຳ​ນວນ​​ຜູ້​ຕິດ​ເຊື້ອພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່ ແລະ​ຈຳ​ນວນ​ກໍ​ລະ​ນີ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ ໄດ້ຫຼຸດ​ລົງ​ເປັນ​ສອງ​ອາ​ທິດ​ລຽນ​ຕິດ. ໃນ​ປະ​ເທດ​ຈຳ​ນວນ​ໜຶ່ງ​ທີ່​ມີ​ອັດ​ຕາ​ສັກ​ວັກ​ຊີນ​ສູງ​ທີ່​ສຸດ, ຄົນ​ຈຶ່​ມີ​ຄວາມ​ຮູ້​ສຶກວ່າ​: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກຳ​ລັງ​ຜ່ານ​ພົ້ນ​ໄປ​ແລ້ວ, ແຕ່​ປະ​ເທດ​ອື່ນ​ກຳ​ລັງ​ຢູ່​ໃນ​ໄລ​ຍະ​ທີ່​ມີ​​ຜູ້​ຕິດ​​ເຊື້ອພະ​ຍາດຫຼາຍ​ທີ່​ສຸດ.

ທ່ານ​ເຕ​ໂດ​ຣ​ສ​ກ່າວ​ວ່າ: ສະ​ຖາ​ນະ​ການ​ຂອງ​ບາງ​ປະ​ເທດ​ຍັງ​ໜ້າ​ເປັນ​ຫ່ວງ. ກ່ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຈະຜ່ານ​ພົ້ນ​ໄປ, ພະ​ຍາດ​ດັ່ງ​ກ່າວ​ຍັງ​ຈະ​ສືບ​ຕໍ່​ແຜ່​ລະ​ບາດ​ເປັນ​ເວ​ລາ​ຍາວ​ນານ. ທ່ານ​ເຕ​ໂດ​ຣ​ສ​ຈຶ່ງ​ໄດ້​ເຕືອນ​ໃຫ້​ຄົນ​ທັງຫຼາຍ​ຈົ່ງ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ສາ​ທາ​ລະ​ນະ​ສຸກ, ປະ​ເທດ​ຕ່າງໆ​ຄວນ​ດຳ​ເນີນ​ການກວດ​ລຳ​ດັບ​​ແຊນຂອງ​ເຊື້ອ​ໄວ​ຣັດ ເພື່ອ​ຕິດ​ຕາມ​ເຊື້ອ​ໄວ​ຣັດ​ທີ່​ໄດ້​ກາຍ​ພັນ​ແລ້ວ.

ຄຳ​ເຫັນ

0