蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການພັດ​ທະ​ນາ​ເຕັກ​ນິກ 5G ໃນທາງ​ທຸ​ລະ​ກິດ​ຂອງ​ຈີນໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ

2021-05-18 11:12:34 CRI

     ວັນ​ທີ 17 ພຶດ​ສະ​ພານີ້ແມ່ນ​ວັນ​ໂທ​ລະ​ຄົມ​ມະ​ນາ​ຄົມ​ ແລະ​ສັງ​ຄົມ​ຂໍ້​ມູນ​ຂ່າວ​ສານ​ໂລກ. ໃນ​ກອງ​ປະ​ຊຸມວັນ​ໂທ​ລະ​ຄົມ​ມະ​ນາ​ຄົມ​ ແລະ​ສັງ​ຄົມ​ຂໍ້​ມູນ​ຂ່າວ​ສານ​ໂລກ 2021 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ພຶດ​ສະ​ພານີ້, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ຫັນ​ເປັນ​ຂໍ້​ມູນ​ຂ່າວ​ສານ​ຈີນ​ກ່າວ​ວ່າ: ການພັດ​ທະ​ນາ​ເຕັກ​ນິກ 5G ໃນທາງ​ທຸ​ລະ​ກິດ​ຂອງ​ຈີນໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ ເຊິ່ງ​ໄດ້​ຢືນຢູ່​ແຖວໜ້າ​ຂອງ​ໂລກ.

     ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຈີນ​ໄດ້​ນຳ​ໃຊ້​ເຕັກ​ນິກ 5G ໃນ​ທາງ​ທຸ​ລະ​ກິດ​ຢ່າງ​ເປັນ​ທາງ​ການ​ເປັນ​ເວ​ລາ​ເກືອບ 2 ປີ​ມານີ້, ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ​ທີ່​ນຳ​ໜ້າ​ໂລກ 3 ດ້ານ​ ຄື: ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ 2021, ຈີນ​ໄດ້​ສ້າງ​ສະ​ຖາ​ນີ​ສົ່ງ​ສັນ​ຍານ 5G ສຳ​ເລັດແລ້ວ​ຈຳ​ນວນ 81,9 ໝື່ນ​ແຫ່ງ, ກວມຫຼາຍກວ່າ 70% ​ຂອງ​ໂລກ, ໄດ້​ສ້າງ​ເຄືອ​ຂ່າຍ​ 5G ທີ່​​ເປັນ​ເອ​ກະ​ລາດ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ; ຄວາມ​ສາ​ມາດ​ການ​ຜະ​ລິດກໍ​ນຳ​ໜ້າ​​ໂລກ, ໃນ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ທີ່​ຈຳ​ເປັນ​ກ່ຽວ​ກັບ​ມາດ​ຕະ​ຖານ 5G ທີ່​ໄດ້​ລະ​ບຸ​ໄວ້​ໃນ​ຖະ​ແຫຼງ​ການຂອງ​ສະ​ມາ​ຄົມ​ໂທ​ລະ​ຄົມ​ມະ​ນາ​ຄົມວ່າ​ດ້ວຍ​ມາດ​ຖານ​ຂອງ​ເອີ​ຣົບ​ຫຼື ETSI, ວິ​ສາ​ຫະ​ກິດ​ຈີນຍັງ​ສືບ​ຕໍ່​ຮັກ​ສາ​ລະ​ດັບ​ນຳ​ໜ້າ​ຂອງໂລກ; ການ​ປະ​ດິດ​ສ້າງ​ດ້ານ​ການ​ນຳ​ໃຊ້​ເຕັກ​ນິກ 5G ກໍນຳ​ໜ້າໂລກ, ຕົວ​ຢ່າງ​ການ​ນຳ​ໃຊ້​ເຕັກ​ນິກ 5G ແບບ​ປະ​ດິດ​ສ້າງກໍ​ໄດ້​ມີຫຼາຍກວ່າ 9.000 ກໍ​ລະ​ນີ, ເຊິ່ງ​ມີ​ທ່ວງ​ທ່າ​ນຳ​ໜ້າ​ໃນ​ດ້ານ​ລະ​ບົບ 5G.

ຄຳ​ເຫັນ

0