李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ແລະ​ອັງ​ກິດຂວ້ຳ​ບາດ​ມຽນ​ມາແຮງ​ຂຶ້ນ

2021-05-18 14:49:16 cri

ຕາມ​ເອ​ກະ​ສານ​ສະ​ບັບ​ຫຼ້າ​ສຸດ​ທີ່​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ປະ​ກາດ​ທາງເວັບ​ໄຊ​ແຈ້ງວ່າ: ນັບ​ແຕ່​ວັນ​ທີ 17 ພຶດ​ສະ​ພາ​ນີ້​ເປັນ​ຕົ້ນ​ໄປ, ອາ​ເມ​ຣິ​ກາ​ຈະ​ປະ​ຕິ​ບັດ​ການ​ຂວ້ຳ​ບາດ​ຕໍ່​ຄະ​ນະ​ກຳ​ມະ​ການ​ປົກຄອງ​ປະ​ເທດ​ມຽນ​ມາ ແລະ​ເຈົ້າ​ໜ້າ​ທີ່ 13 ຄົນ​ທີ່​ຂຶ້ນ​ກັບ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ​ພ້ອມ​ທັງລູກ​ຂອງ​ເຈົ້າ​ໜ້າ​ທີ່ 3 ຄົນ. ທ່ານ ອັນ​​ເດ​ຣ ກາ​ຄີ, ຫົວ​ໜ້າ​ຫ້ອງ​ການ​ຄຸ້ມ​ຄອງ​ຊັບ​ສິນ​ຕ່າງ​ປະ​ເທດ​ຂອງ​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ການ​ຂວ້ຳ​ບາດ​ເທື່ອ​ນີ້ ແມ່ນ​ປະ​ຕິ​ບັດ​ຕາມ ຄຳ​ສັ່ງ​ບໍ​ລິ​ຫານ​ເລກທີ 14014 ​ທີ່​ໃຫ້ “​ອາ​ຍັດຊັບ​ສິນ​ທີ່​ກ່ຽວ​ຂ້ອງ​​ຍ້ອນ​ສະ​ຖາ​ນະ​ການ​​ຢູ່ມຽນ​ມາ” ທີ່​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບເດັນ​ລົງ​ນາມໃນ​ວັນ​ທີ 10 ກຸມ​ພາ​ປີ​ນີ້, ​ໂດຍມີ​ຈຸດ​ປະ​ສົງ​ເພື່ອ​ກົດ​ດັນ​ຝ່າຍ​ທະ​ຫານ​ມຽນ​ມາ, ແລະ​ລົງ​ໂທດ​ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ.

ວັນ​ທີ 17 ພຶດ​ສະ​ພາ​ນີ້, ທ່ານ ໂດ​ມິ​ນິກ ຣັບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ ​ກໍ​ໄດ້ປະ​ກາດ​ວ່າ​ຈະ​ປະ​ຕິ​ບັດ​ການ​ຂວ້ຳ​ບາດ​ຕໍ່​ບໍ​ລິ​ສັດ​ເພັດ​ນິນ​ຈິນ​ດາ​ມຽນ​ມາ ເຊິ່ງ​ຈະ​ເລີ່ມ​ແຕ່​ວັນ​ທີ 17 ພຶດ​ສະ​ພາ​ນີ້ເປັນ​ຕົ້ນ​ໄປ.

ຄຳ​ເຫັນ

0