何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ພວກ​ເຮົາ​ແມ່ນ​ຄອບ​ຄົວ​ດຽວ​ກັນ ແມ່ນ​ອ້າຍ​ເອື້ອຍນ້ອງ​ກັນ ອະ​ນາ​ຄົດ​ຂອງ​ພວກ​ເຮົາ​ຈະ​ດີກວ່າ​ເກົ່າ

2021-06-09 13:39:10 CRI

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ພວກ​ເຮົາ​ແມ່ນ​ຄອບ​ຄົວ​ດຽວ​ກັນ ແມ່ນ​ອ້າຍ​ເອື້ອຍນ້ອງ​ກັນ ອະ​ນາ​ຄົດ​ຂອງ​ພວກ​ເຮົາ​ຈະ​ດີກວ່າ​ເກົ່າ_fororder_1127545039_16232016059301n

ຕອນ​ບ່າຍ​ວັນ​ທີ 8 ມິ​ຖຸ​ນາ​ນີ້, ຢູ່​ຫົວ​ບ້ານ​ໂກ​ໂລ​ຈ້າງ​ກົງ​ມາ ຕາ​ແສງ​ຊ່າ​ລິວ​ເຫີ​ເມືອງ​ກ່າງ​ສາ​ກິ່ງ​ແຂວງ​ເຜົ່າ​ຕິ​ເບດ​ໄຫ​ເປີຍ​ແຂວງ​ຊິ່ງ​ໄຫ​, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ຕໍ່​ພວກ​ຊາວ​ບ້ານ​ທີ່​ມາ​ຢືນ​ຫຸ້ມ​ທ່ານ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນວ່າ: ພວກ​ເຮົາ​ແມ່ນ​ຄອບ​ຄົວ​ດຽວ​ກັນ ແມ່ນ​ອ້າຍເອື້ອຍ​ນ້ອງ​ກັນ. ເມື່ອ​ຮອດ​ປີ​ທີ່​ສ​ປ​ຈີນ​ສະ​ຖາ​ປະ​ນາ​ຄົບ​ຮອບ 100 ປີ, ປະ​ຊາ​ຊາດ​ຈີນ​ຈະ​ສາ​ມາດ​ຢືນສະ​ຫງ່າ​ຜ່າ​ເຜີຍ​ຢ່າງ​ເຂັ້ມ​ແຂງ​ກວ່າ​ເກົ່າໃນ​ໂລກ, ປະ​ຊາ​ຊາດ​ຈີນ​ສ​ຍາ​ມັກ​ຄີ​ກັນ​ຢ່າງ​ແໜ້ນ​ແຟ້ນ​ຄື​ກັບ​ແກ່ນ​ໝາກ​ພິ​ລາ, ຕ້ອງ​ເຊື່ອ​ໝັ້ນ​ວ່າ ອະ​ນາ​ຄົດ​ຈະ​ດີກວ່າ​ເກົ່າ​ແນ່ນອນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ພວກ​ເຮົາ​ແມ່ນ​ຄອບ​ຄົວ​ດຽວ​ກັນ ແມ່ນ​ອ້າຍ​ເອື້ອຍນ້ອງ​ກັນ ອະ​ນາ​ຄົດ​ຂອງ​ພວກ​ເຮົາ​ຈະ​ດີກວ່າ​ເກົ່າ_fororder_1127545039_16232016059451n

 

ທ່ານ​ສີ​ຈິ້​ນ​ຜິງ​ພວມ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ແຂວງ​ຊິ່ງ​ໄຫ. ບ້ານ​ໂກ​ໂລ​ຈ້າງ​ກົງ​ມາ​ແມ່ນ​ບ້​ານ​ຊົນ​ເຜົ່າ​ຕິ​ເບດ​ທີ່​ໄດ້​ສຸມ​ໃສ່​ຂະ​ແໜງ​ການ​ລ້ຽງ​ສັດ, ມີ​ປະ​ຊາ​ກອນ 2400 ກວ່າ​ຄົນ, ປີ 2017 ​ກໍ​ສາ​ມາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ໄດ້​ທັງ​ໝົດ. ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ໂດຍ​ຜ່ານ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ລວມ​ໝູ່​ຢ່າງ​ຕັ້ງ​ໜ້າ, ​ປີ 2020 ບ້ານ​ໂກ​ໂລ​ຈ້າງ​ກົງ​ມາມີ​ລາຍ​ຮັບ​ຈາກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່ຫຼາຍກວ່າ 360000 ຢວນ, ລາຍ​ຮັບ​ທີ່​ຈັບ​ຈ່າຍ​ໄດ້​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຊາວ​ບ້ານ​ມີ​ເຖິງ 12313 ຢວນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ພວກ​ເຮົາ​ແມ່ນ​ຄອບ​ຄົວ​ດຽວ​ກັນ ແມ່ນ​ອ້າຍ​ເອື້ອຍນ້ອງ​ກັນ ອະ​ນາ​ຄົດ​ຂອງ​ພວກ​ເຮົາ​ຈະ​ດີກວ່າ​ເກົ່າ_fororder_1127545039_16232016059581n

ຄຳ​ເຫັນ

0