吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ລາຍ​ງານ​ຂອງ​ສະພາ​ການ​ຄ້າ​ຈີນ-​ສະຫະພາບ​ເອີຣົບ​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງຄວາມມີ​ຊີວິດ​ຊີວາ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ

2021-06-10 17:08:12 cri

​ເມື່ອບໍ່​ດົນ​ມາ​ນີ້, ສະພາ​ການ​ຄ້າ​ຈີນ-ສະຫະພາບ​ເອີຣົບ​ໄດ້​ອອກ​ບົດ​ລາຍ​ງານ​ໂດຍ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ມີວິ​ສາ​ຫະກິດ 60% ​ທີ່​ໄດ້​ຮັບ​ການ​ສຳ​ຫຼວດມີ​ແຜນ​ເປີດ​ກວ້າງ​ທຸລະ​ກິດ​ຢູ່​ຈີນ​ໃນ​ປີ 2021, ​​ເຊິ່ງເພີ່ມ​ຂຶ້ນ 10% ​ເມື່ອ​ທຽບ​ໃສ່​ປີ 2020. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ​ໂຄສົກ​ກະຊ​ວງການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ໃນ​ວັນ​ທີ 9 ມິຖຸນາ​ນີ້​ວ່າ: ​ໃນສະພາບ​ທີ່​ພະຍາດ​ໂຄ​ວິດ-19 ຍັງ​ແຜ່​ລະບາດ​ໃນ​ທົ່ວ​ໂລກ ​ແລະ​ເສດຖະກິດ​ໂລກຊຸດ​ໂຊມ​ລົງ​ຢ່າງ​ໜັກໜ່ວງ​ນັ້ນ, ຂໍ້​ມູນ​ສະຖິຕິ​ທີ່​ກ່ຽວຂ້ອງ​ຂອງ​ບົດ​ລາຍ​ງານສະບັບ​ນີ້​ໄດ້​ສະ​ແດງ​​ໃຫ້​ເຫັນ​ຄວາມ​ເຂັ້ມ​​ແຂງ, ​ຄວາມມີ​ຊີວິດ​ຊີວາ ​ແລະ​ອະນາ​ຄົດ​ທີ່​ສົດ​​ໃສ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ ​ແລະ​ສະຫະພາບ​ເອີຣົບ.

ກ່ຽວ​ກັບຄວາມ​ກັງວົນຫາ​ຢ່າງ​ຂອງ​ວິ​ສາ​ຫະກິດ​ເອີຣົບຢູ່​ຈີນທີ່​ໄດ້​ລະບຸ​ໄວ້​ໃນ​ບົດ​ລາຍ​ງານ​ດັ່ງກ່າວນັ້ນ, ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ເນັ້ນ​ວ່າ: ປັດຈຸບັນ​ນີ້, ຈີນ​ພວມ​ຕັ້ງໜ້າ​ສ້າງສະພາບ​ການ​ພັດທະນາ​ໃໝ່. ຊຸກ​ຍູ້​ການສ້າງ​ລະບົບ​​ເສດຖະກິດ​ແບບ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃນ​ລະດັບ​ສູງ​ກວ່າ​ເກົ່າ, ສ້າງສະພາບແວດ​ລ້ອມການ​ດຳ​ເນີນ​ທຸລະ​ກິດ​​ທີ່​ຫັນ​ເປັນ​ຕະຫຼາດ, ຄຸ້ມ​ຄອງ​ຕາມ​ກົດໝາຍ ​ແລະ​​ເປັນສາກົນ, ສ້າງ​ໂອກາດ​ການ​ພັດທະນາ​ຢ່າງ​ກວ້າ​ງຂວາງ​ກວ່າ​ເກົ່າ​​ໃຫ້​ກັບວິ​ສາ​ຫະກິດ​ບັນດາ​ປະ​ເທດ​ລວມທັງ​ເອີຣົບ, ສ້າງ​ຊ່ອງ​ທາງ​ໃໝ່​ສຳລັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ ​ແລະ​ສະຫະພາບ​ເອີຣົບ.

ຄຳ​ເຫັນ

0