尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປັດ​ຈຸ​ບັນ ຈຳ​ນວນ​ຜູ້​ສັກ​ວັກ​ຊີນ​ໂຄວິດ-19 ແລະຈຳ​ນວນ​ຫຼອດ​ຂອງການ​ສັກວັກ​ຊີນ​ຂອງ​ຈີນ​ລ້ວນ​ແຕ່​ເປັນ​ອັນ​ດັບ​ 1 ຂອ​ງ​ໂລກ

2021-06-12 16:09:15 cri

      ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກົນ​ໄກ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຮ່ວມ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້, ທ່ານ ຊຸ່ຍ​ກ່າງ ​ເຈົ້າ​ໜ້າ​ທີ່​ກົມຄວບ​ຄຸມ​ພະ​ຍາດ​ຂອງ​ຄະ​ນະ​ກຳ​ມະ​ການສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ, ຈຳ​ນວນ​ຜູ້​ສັກ​ວັກ​ຊີນ​ໂຄວິດ-19 ແລະ​ຈຳ​ນວນ​ຫຼອດ​ຂອງການ​ສັກວັກ​ຊີນ​ຂອງ​ຈີນ​ລ້ວນ​ແຕ່​​ເປັນ​ອັນ​ດັບ​ 1 ຂອ​ງ​ໂລກ.
 

      ທ່ານ ຊຸ່ຍ​ກາງ ກ່າວ​ວ່າ: ມາ​ຮອດ​ວັນ​ທີ 10 ມິ​ຖຸ​ນາ​ນີ້, ຈີນ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ຈຳ​ນວນ 845 ລ້ານ​ເທື່ອ​ຫຼອດ,ໄດ້​ກວມ​ປ​ະ​ຊາ​ຊົນ​ຈຳ​ວນ 622 ລ້ານ​ຄົນ, ບໍ່​ວ່າ​ໃນ​ດ້ານ​ຈຳ​ນວນ​ຜູ້​ສັກ​ວັກ​ຊີນ​ແລະ​ຈຳ​ນວນ​ຫຼອດ​ຂອງ​ການ​ສັກ​ວັກ​ຊີນ, ລ້ວນ​ແຕ່​ເປັນອັນ​ດັບ 1 ຂອງ​ໂລກ. ທ່ານ ເຝີງ​ຈື​ຈ້ຽນ ນັກ​ຄົ້ນ​ຄວ້າ​ຂອງ​ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ນອກ​ຈາກ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ສູງ​ໃນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ້ວ, ການ​ອອກ​ເດີນ​ທາງ​ແມ່ນ​ມີ​ຄວາມ​ປອດ​ໄພແລ້ວ, ແຕ່​ວ່າ​ກໍ່​ບໍ່​​ຄວນ​ຂາດ​ສະ​ຕິ​ລະ​ວັງ​ຕົວ​ໄດ້.

ຄຳ​ເຫັນ

0