蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມຽນ​ມາ​ໄດ້​ຈັບ​ກຸມ​ຜູ້​​ຕ້ອງ​ຫາທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ເຂົ້າ​ຮ່ວມ​ການ​ກໍ່​ການ​ຮ້າຍ 638 ຄົນ

2021-06-12 15:32:52 CRI

ອີງ​ຕ​າມ​ສື່ມວນ​ຊົນ​ທາງ​ການ​ມຽນ​ມາ​ລາຍ​ງານຫຼ້າ​ສຸດ​ໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້​ວ່າ: ຫຼາຍ​ມື້​ມໍ່ໆ​ມາ​ນີ້, ມຽນ​ມາ​ໄດ້​ເກີດ​ເຫດ​ການ​ກໍ່​ກາ​ນ​ຮ້າຍຫຼາຍ​ກໍ​ລະ​ນີ. ມາ​ຮອດ​ປັດ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມຽນ​ມາ​ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ຫາ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ເຂົ້າ​ຮ່ວມ​ການ​ກໍ່​ການ​ຮ້າຍ 638 ຄົນ ເຊິ່ງ​ລວມ​ທັງ​ຜູ້​ຕ້ອງ​ຫາ​ໃນ​ຄະ​ດີ​ຈູດ​ໄຟ 49 ຄົນ, ຜູ້​ຕ້ອງ​ຫາ​ໃນ​ຄະ​ດີ​ຄາດ​ຕະ​ກຳ 61 ຄົນ, ຜູ້​ຖື​ອາ​ວຸດ​ແລະ​ລູກ​ປືນ​ຜິດ​ກົດ​ໝາຍ 256 ຄົນ ແລະ ຜູ້​ຕ້ອງ​ຫາ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ການ​ເຫດ​ການ​ກໍ່​ການ​ຮ້າຍ 272 ຄົນ.

ນັບ​ແຕ່​ເດືອນ​ພຶດ​ສະ​ພາ​ເປັນ​ຕົ້ນ​ມາ, ຫຼາຍ​ແຂວງ​ຂອງ​ມຽນ​ມາ​ໄດ້​ເກີດ​ເຫດ​ການ​ຈູດ​ໄຟ ແລະ ຫຼອນ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດ​ທີ່​ແນ​ໃສ່​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ ເຊັ່ນ: ໂຮງ​ຮຽນ, ຫ້ອງ​ການ​ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ຄຸ້ມ​ຊຸມ​ຊົນ ແລະ ອື່ນໆ ແລະ ເຫດ​ການ​ຍິງ​ປືນ ທີ່​ແນ​ໃສ່​ສະ​ມາ​ຊິກ​ພັກ​ກາ​ນ​ເມືອງ​ຕ່າງໆ ແລະ ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ຄຸ້ມ​ຊຸມ​ຊົນ​ເນ​ຕົ້ນ.

ຄຳ​ເຫັນ

0