覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​​ກັບ​ຜູ້​ນຳ​ປະ​ເທດ​ຝ​ຣັ່ງ​ແລະ​ເຢຍ​ລະ​ມັນ​ຈັດ​ກ​ອງ​ປະ​ຊຸມ​ສຸ​ດຍອດທາງວິ​ດີ​ໂອ

2021-07-06 10:14:29 cri

ທ່ານ​ສີ​ຈິ້ນ​ຜິງ​​ກັບ​ຜູ້​ນຳ​ປະ​ເທດ​ຝ​ຣັ່ງ​ແລະ​ເຢຍ​ລະ​ມັນ​ຈັດ​ກ​ອງ​ປະ​ຊຸມ​ສຸ​ດຍອດທາງວິ​ດີ​ໂອ_fororder_中法德视频峰会1

 ຕອນ​ຄ່ຳ​ວັນ​ທີ 5 ກໍ​ລະ​ກົດ​ນີ້​ຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຮ່ວມ​ກັບ​ທ່ານ ​ເອມ​ມາ​ນູ​ແອນ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ແລະ​ທ່ານ​ນາງ​ແອນ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ທາງວິ​ດີ​ໂອ.

 

ທ່ານ​ສີ​ຈິ້ນ​ຜິງ​​ກັບ​ຜູ້​ນຳ​ປະ​ເທດ​ຝ​ຣັ່ງ​ແລະ​ເຢຍ​ລະ​ມັນ​ຈັດ​ກ​ອງ​ປະ​ຊຸມ​ສຸ​ດຍອດທາງວິ​ດີ​ໂອ_fororder_中法德峰会3
 

 ທ່ານ​ສີ​ຈິ້ນ​ຜິ​ງ​ກ່າວ​ວ່າ: ປັດ​ຈຸ​ບັນ,  ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໃນ​ທົ່ວ​ໂລກ​ຍັງ​ຂ້ຽວ​ຂາດຫຼາຍ, ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຍັງ​ມີ​ອະ​ນາ​ຄົດ​ທີ່​ບໍ່​ຈະແຈ້ງ. ໂລກ​ຕ້ອງ​ການ​ຄວາມ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະ​ການ​ຮ່ວມ​ມື​ດ້ວຍ​ຄວາມ​ຈິງ​ໃຈຫຼາຍກວ່າ​ເວ​ລາ​ໃດ​ໝົດ ແຕ່​ບໍ່​ແມ່ນ​ການ​ລະ​ແວງ​ສົງ​ໄສ​, ເປັນ​ປໍ​ລະ​ປັກ​ກັນ ແລະ ການ​ແຂ່ງ​ຂັນ​ແບບ​ເກມ​​ຜົນລວມ​ເປັນ​ສູນຫຼື​ເຈົ້າ​ໄດ້​ຂ້ອຍ​ເສຍ. ຫວັງ​ວ່າ ຈີນ​ແລະ​ເອີ​ຣົບ​ຈະ​ເປີດກວ້າງ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ແລະ​ການ​ຮ່ວມ​ມື​ກັນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ໂລກ​ໄດ້​ເປັນ​ຢ່າງ​ດີ. ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ມີ​ຂໍ້​ສະ​ເໜີ 4 ຂໍ້​ຄື
 

ໜຶ່ງ: ຍຶດ​ໝັ້ນ​ຄວາມ​ຮັບ​ຮູ້​​ກັນ​ແລະ​ກັນ​ຢ່າງ​ຖືກ​ຕ້ອງ. ສອງ, ເປີດກວ້າງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ສາມ, ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ. ສີ່, ຍຶດ​ໝັ້ນ​ໃນ​ການ​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ​ແລະ​ພັດ​ທະ​ນາ​ຢ່າງ​ດຸນ​ດ່ຽງ.
 

  ທ່ານ​ມາ​ຄ​ຣົງ ກ່າວ​ວ່າ: ຝ​ຣັ່ງ​ໄດ້ສືບ​ຕໍ່​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ຈີນ​ດ້ວຍ​ທ່າ​ທີ​​ທີ່​ຕິດ​ແທດ​ຕົວ​ຈິງ, ສະ​ໜັບ​ສະ​ໜູນ​​ໃຫ້​ສັນ​ຍາ​ການ​ລົງ​ທຶນ​ເອີ​ຣົບ-ຈີນ​ບັນ​ລຸ​ຜົນ​ເປັນ​ຈິງ, ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ​ຢູ່​ຝ​ຣັ່ງ. ຝ​ຣັ່ງ​​ຂໍ​ສະ​ແດງ​ຄວາມຍ້ອງ​ຍໍ​ຊົມ​ເຊີຍ​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ເຮັດ​ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາ​ໄດ້​ຮັບ​ວັກ​ຊີນ​ຢ່າງ​ຍຸດ​ຕິ​ທຳ, ຍິນ​ດີ​ຮ່ວມ​ກັບ​ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື. ຝ​ຣັ່ງ​ຕີ​ລາ​ຄາ​ສູງ​ທີ່​ຈີນໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ຂອງ​ກຸ່ມG20ກ່ຽວ​ກັບ​ການ​ຫຼຸດ​ຜ່ອນ​ແລະ​ເລື່ອນ​ເວ​ລາ​ໄຊ້​ໜີ້​ໃຫ້​ປະ​ເທດ​ທຸກ​ຍາກ, ຝ​ຣັ່ງ​ຍິນ​ດີ​ຮ່ວມ​ກັບ​ຈີນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ໃນ​ການ​ຊ່ວຍ​ເຫຼືອ​ອາ​ຟ​ຣິ​ກາ​ໃນ​ດ້ານ​ການ​ລະ​ດົມ​ທຶນ​, ການ​ສຶກ​ສາ​ແລະ​ບັນ​ຫາ​ອື່ນໆ.

 

ທ່ານ​ສີ​ຈິ້ນ​ຜິງ​​ກັບ​ຜູ້​ນຳ​ປະ​ເທດ​ຝ​ຣັ່ງ​ແລະ​ເຢຍ​ລະ​ມັນ​ຈັດ​ກ​ອງ​ປະ​ຊຸມ​ສຸ​ດຍອດທາງວິ​ດີ​ໂອ_fororder_中法德视频峰会2

ທ່ານ​ນາງ​ເມີ​ເຄວ​ຢູ່​ສະ​ຖານ​ທີ່​ຮ່ວມ​ປະ​ຊຸມ​ທາງວິ​ດີ​ໂອ

 

 ທ່ານ​ນາງ​ແອນ​ເຈີ​ລາ ເມີ​ເຄວ ຢືນ​ຢັນ​ວ່າ ເຢຍ​ລະ​ມັນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ແລະ​ຮ່ວມ​ມື​ກັບ​ຈີນ​ໃນ​ການ​ຊຸກ​ຍູ້​ການ​ຜະ​ລິດ​ແລະ​ການ​ແບ່ງ​ປັນ​ວັກ​ຊີນ​ຢ່າງ​ຍຸດ​ຕິ​ທຳ, ຟື້ນ​ຟູ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ບຸກ​ຄະ​ລາ​ກອນ​ແລະ​ການ​ຄ້າ. ການ​ພົວ​ພັນ​ເອີ​ຣົບ​-ຈີນ​ມີ​ຄວາມ​ສຳ​ຄັນຫຼາຍ​ທີ່​ສຸດ, ສອງ​ຝ່າຍ​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງຫຼວງຫຼາຍ, ສາ​ມາດ​ຮ່ວມ​ມື​ກັນ​ໄດ້​ຫຼາຍ​ຂົງ​ເຂດ, ສອງ​ຝ່າຍ​ຄວນ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຫຼຸດ​ຜ່ອນ​ຄວາມ​ເຫັນ​ຂັດ​ແຍ້ງ​ກັນ​ດ້ວຍ​ການ​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ກັນ.

ຜູ້​ນຳ​ສາມ​ປະ​ເທດ​ຍັງ​ໄດ້​ແລກ​ປ່ຽ​ນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ເຊັ່ນ ບັນ​ຫາ​ນີວ​ເຄ​ລຍ​ອີ​ຣານ, ບັນ​ຫາ​​ອັ​ຟ​ກາ​ນິ​ສະ​ຖານ, ບັນ​ຫາ​ມຽນ​ມາ​ເປັນ​ຕົ້ນ.  

ຄຳ​ເຫັນ

0