郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖ້າວ່າປົວແປງທະເລຊາຍສຳເລັດພຽງເລື້ອງດຽວ ກໍ່ຖືວ່າຊີວິດນີ້ບໍ່ໄດ້ຜ່ານໄປລ້າໆ

2021-07-22 16:45:15 cri

ວັນ​ທີ 29 ມິ​ຖຸ​ນາ​ຜ່ານ​ມາ, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່ນະຄອນຫຼວງປັກກິ່ງ, ທ່ານ​ ຊືກວ່າງ​ຢີນ ຄ່ອຍໆ​ຍ່າງ​ຂຶ້ນ​ສູ່ເວ​ທີ ເພື່ອ​ຮັບ​ຫຼຽນ​ໄຊ 1 ກໍ​ລະ​ກົດ​ທີ່​ເປັນ​ກຽດ​ຕິ​ຍົດ​ສູງ​ສຸດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ.

ພິທີກອນໄດ້ແນະນຳສັ້ນໆວ່າ: “ທ່ານ​ຊືກວ່າງ​ຢີນ,​ ແຮງງານແບບ​ຢ່າງ​ໃນ​​ພາ​ລະ​ກິດ​ປົວແປງ​ທະເລຊາຍ ​ແລະ ​ປູກໄມ້ໃຫ້ເປັນປ່າ,​ ເພິ່ນໄດ້​ຍຶດ​ໝັ້ນໃນການສູ້​ຊົນ​ປົວແປງ​ທະເລຊາຍ ແລະ ດິນເຄັມເປັນເວລາ 40 ກວ່າປີ ໂດຍໄດ້​ພັດທະນາຮູບ​ແບບ​ໃໝ່ເພື່ອ​ສ້າງ​ຄວາມ​ຮັ່ງ​ມີຂຶ້ນດ້ວຍການປະສົມປະສານກັບການປົວແປງທະເລຊາຍ​, ທ່ານໄດ້​ປະ​ກອ​ບ​ສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າໃນ​ການ​ປ່ຽນ​ແປງ​ສິ່ງ​ແວ​ດ​ລ້ອມ​ທີ່ເສື່ອມໂຊມຍ້ອນ​ ‘​ທະເລຊາຍຂະຫຍາຍກວ້າງອອກ ຈົນມະນຸດເຮົາຕ້ອງຫຍັບໜີ’ ​ໄປຢູ່​ທິດ​ໃຕ້​ຂອງ​ທະເລ​ຊາຍ​ເມົາ​ອູ່​ຊູ້​ໄດ້ຢ່າງ​ເຖິງ​ຖອງ.”

ຖ້າວ່າປົວແປງທະເລຊາຍສຳເລັດພຽງເລື້ອງດຽວ ກໍ່ຖືວ່າຊີວິດນີ້ບໍ່ໄດ້ຜ່ານໄປລ້າໆ_fororder_石光银1

ທ່ານ ຊືກວ່າງ​ຢີນ ​ເກີດ​ຢູ່​ທິດໃຕ້​ຂອງ​ທະເລ​ຊາຍ​ເມົາ​ອູ່​ຊູ້, ແຕ່​ຍາມ​ນ້ອຍ​ກໍ່​ປະ​ສົບກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ທະເລ​ຊາຍ, ເພິ່ນບອກວ່າ: "ມີເທື່ອໜຶ່ງໃນຍາມ​ນ້ອຍ, ຂ້າ​ພະ​ເຈົ້າ​ກັບ​ໝູ່​ເດັກນ້ອຍນຳກັນພາກັນ​ໄປ​ລ້​ຽງ​ແກະ​ຢູ່ນອກບ້ານ, ຕອນນັ້ນໄດ້​ຖືກ​ລົມ​ພະ​ຍຸຊາຍ​ພັດ​ພວກ​ເຮົາ​ຢ່າງແຮງຈົນປີວໄປ​​ໄກໆ​. ພໍ່ໄດ້​​ໄປ​ຊອກ​ຫາ​ຂ້າພະເຈົ້າ ​3 ມື້ເຕັມໆ ຈຶ່ງ​ຊອກ​ຂ້າພະເຈົ້າພົບ, ແຕ່​ໝູ່​​ຂອງຂ້ອຍຖືກພັດໄປໃສກໍ່ບໍ່ຮູ້ ​ຫາຍ​ສາບ​ສູນໄປ​ເລີຍ."​ ໃນ​ຄາວນັ້ນ, ພະຍຸ​ຊາຍໄດ້ພັດຂີ້ຊາຍ​ມາ​ປົກ​ຫຸ້ມ​​ພືດພັນທັນ​ຍາ​ຫານ​ໃນ​ທົ່ງນາ, ຈົນ​ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງ​ຍົກ​ຍ້າຍ​ເຮືອນເລື້ອຍໆ ໄປຢູ່ບ່ອນອື່ນ​ເຖິງ 9 ເທື່ອ. ຕັ້ງແຕ່​ນັ້ນມາ, ເພິ່ນກໍ່ໄດ້ຕັ້ງອຸດົມການວ່າ: ​ຕ້ອງແກ້​ໄຂ​ບັນ​ຫາ​ທະເລຊາຍໃຫ້ໄດ້.

ຂໍ້​ມູນ​ຂອງທ້ອງ​ຖິ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ 100 ປີ ກ່ອນ​ປີ 1949, ຢູ່​ຢ​ວີລິນ ມີ​ນາ ​ແລະ​ ຟາມໃນເນື້ອທີ່ 140 ພັນ​ເຮັກ​ຕາ​ທີ່ຖືກ​ພາຍຸຊາຍ​​​ພັດມາປົກຫຸ້ມ​​, ສ່ວນເນື້ອທີ່ ທີ່ຍັງເຫລືອ 97.000 ເຮັກ​ຕາ ກໍ່​ຖືກປິດລ້ອມດ້ວຍໂນນຊາຍ.

ຫຼັງ​ຈາກ​ໄດ້​ຮັບ​ເລືອກ​ຕັ້ງໃຫ້​ເປັນ​ຫົວ​ໜ້າ​ໜ່ວຍ​ງານແກ້ໄຂບັນຫາທະເລຊາຍ​ແລ້ວ, ທ່ານ ຊືກວ່າງ​ຢີນ​ ໄດ້​ນຳ​ພາ​ຊາວ​ບ້ານ​ປູກ​ຕົ້ນໄມ້​ສ້າງ​ປ່າ, ເມື່ອ​ໄດ້ພະ​ຍາ​ຍາມ​ມາເປັນ​ເວ​ລາ 3 ປີ​ດ້ວຍຄວາມລຳ​ບາກ, ກໍ່ສາມາດປູກຕົ້ນໄມ້ໃຫ້ເປັນປ່າໄດ້ 933 ເຮັກ​ຕາ, ເຮັດ​ໃຫ້​ບ້ານ​ໄຫ​ຈຶ​ລຽງ​ເລີ່ມ​ມີ​ເນື້ອທີ່ດິນ​ສີ​ຂຽວ​ຜືນ​ທຳ​ອິດ.

ປີ 1984, ທ່ານ ຊືກວ່າງ​ຢີນ ໄດ້ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ສູນ​ກາງພັກ ຢ່າງຕັ້ງໜ້າ​, ໂດຍໄດ້ສ້າງ​ຕັ້ງ​ຟາມ​ປູກຕົ້ນ​ໄມ້ ​ແລະ ​ລ້ຽງ​ສັດ​ແຫ່ງ​ໃໝ່ ເຊິ່ງ​ເປັນ​ບໍ​ລິ​ສັດ​ປົວແປງ ທະເລ​ຊາຍ​ຫຸ້ນ​ສ່ວນ​ແຫ່ງທຳ​ອິດຂອງຊາວກະສິກອນໃນປະເທດ​ຈີນ, ທັງໄດ້​ຮັບ​ເໝົາປົວແປງ ທະເລຊາຍໃນເນື້ອທີ່ 200 ກວ່າ​ເຮັກ​ຕາ. ເພິ່ນໄດ້ຂາຍສັດລ້ຽງຂອງຄອບຄົວຕົນເອງເຊັ່ນ:​ ແກະ 84 ໂຕ ​ແລະ​ ມ້າລ​ວາ 1 ໂຕ​, ແລ້ວນຳ​ພາ​ຊາວ​ບ້ານ​ຈັກ​ສອງສາມຄອບ​ຄົວ​ດຳ​ເນີນ​ການປົວແປງ​ທະເລ​ຊາຍທີ່ຖືວ່າ​ເປັນ​ພາ​ລະ​ກິດ​ໃນການຕໍ່ສູ້​ກັບທຳມະຊາດ. ​ໂຊກ​ດີ​ຫຼາຍ, ຝົນ​ຕົກ​ໃນ​ປີນັ້ນໄດ້​ເຮັດ​ໃຫ້ເບ້ຍໄມ້​ເຕີບ​ໃຫຍ່​ຂຶ້ນ​ຢ່າງ​ງອກງາມ.​

ການເຕີບໃຫຍ່ຂອງຕົ້ນໄມ້ໄດ້ເປັນການໃຫ້ກຳ​ລັງ​ໃຈແກ່ທ່ານ ​ຊືກວ່າງ​ຢີນ. ໃນປີ 1985 ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອີກ​ຄັ້ງໜຶ່ງວ່າ: ຈະຮັບ​ເໝົາປົວແປງທະເລຊາຍ 3 ພັນກວ່າເຮັກ​ຕາ.

ໃນ​ເນື້ອທີ່​ດິນ​ຊາຍ​ເຫຼົ່າ​ນີ້, ມີດິນ​ຊາຍ ​400 ກວ່າ​ເຮັກ​ຕາ​ທີ່​ມີ​ຊື່​ວ່າ “​ລາງ​ໂອ່​ຊ່າ” ແປ​ວ່າ “ຖິ່ນ​ໝາ​ໄນ” ແມ່ນບ່ອນດຳລົງຊີວິດ​ຍາກ​ທີ່​ສຸດ, ເພາ​ະ​ວ່າ​ຢູ່​ແຫ່ງນີ້ມັກ​ມີ​ລົມ​ພັດແຮງ​ເລື້ອຍໆ ຕະຫລອດ​ປີ​. ​ປີ 1986, ທ່ານ ຊືກວ່າງ​ຢີນ ໄດ້​ນຳ​ພາ​ຊາວ​ບ້ານ​ຮ້ອຍກວ່າ​ຄົນໄປເຮັດວຽກ​ຢູ່  ​“​ລາງ​ໂອ່​ຊ່າ” ແບບປະຈຳການຕັ້ງ​ຫຼາຍ​ສິບ​ມື້. ຢາກ​ເຂົ້າ​ກໍ່​ພາກັນກິນ​ເຂົ້າ​ໜົມ​ແປ້ງ​ສາ​ລີ, ຫີວນ້ຳ​ກໍ່ພາກັນ​ຕັກ​ນ້ຳ​​​ປົນ​ຂີ້​ຊາຍມາກິນ, ຫີວນອນ​ກໍ່​ຫຼັບ​ຕາ​ບຶດ​ໜຶ່ງ​ໃນ​ເຮືອນ​ມຸງຫຍ້າ, ເບ້ຍໄມ້​ແມ່ນ​ອາ​ໄສ​ຊາວ​ບ້ານ​ເປ້ໃສ່ຫລັງໄປ​ “​ລາງ​ໂອ່​ຊ່າ”, ແຕ່​ເມື່ອ​ມີ​ລົມ​ແຮງ​ພັດ​ມາ, ເບ້ຍໄມ້​ທີ່​ຫາ​ກໍ່​ປູກ​ໃໝ່ໆ​ກໍ່​ຖືກ​ພາຍຸຊາຍທັບຖົມເກືອບ​ໝົດ.

ຍ້ອນ​ຂາດ​ເຂີນ​ບົດ​ຮຽນ, ເບ້ຍ​ໄມ້​ທີ່​ປູກ​ໄວ້​ໃນ​ສອງ​ປີທຳອິດ ມີບໍ່​ຮອດ 30% ທີ່ສາມາດ ເຕີບໃຫຍ່ຂຶ້ນມາໄດ້. ເມື່ອເປັນຈັ່ງຊັ້ນ, ທ່ານ ​ຊືກວ່າງ​ຢີນ ຈຶ່ງຟ້າວ​ໄປ​ຫາ​ຜູ້​ຊ່ຽ​ຊານ​ປ່າ​ໄມ້, ແລ້ວ​ຈຶ່ງ​ຮູ້​ວ່າ: ມີ​ແຕ່​ປູກ​ຕົ້ນ​ໄມ້​ໃຫຍ່ ​ແລະ ​ຕົ້ນ​ໄມ້ເປັນຟຸ່ມ​ສັບກັນ ຈຶ່ງ​ສາມາດຂວາງກັ້ນ​ບໍ່ໃຫ້ລົມ​ພັດ​​​ດິນ​ຊາຍ​​ມາປົກຫຸ້ມ.

ປີ​ທີ​ສາມ, ທ່ານ ຊືກວ່າງ​ຢີນ​ ໄດ້ນຳ​ພາ​ຊາວ​ບ້ານ​ໄປ​ບຸກ​ “​ລາງ​ໂອ່​ຊ່າ” ອີກ​ຄັ້ງໜຶ່ງ​ໂດຍ​ໄດ້​ສ້າງ​​ກຳແພງທີ່ມີຄວາມຍາວ 800 ກວ່າ​ກິ​ໂລ​ແມັດ, ຈຶ່ງ​ສາມາດຢຸດບໍ່ໃຫ້ດິນຊາຍຂະຫຍາຍ  ອອກ, ຈາກນັ້ນ ເບ້ຍໄມ້ 90%​​ ຈຶ່ງສາມາດເຕີບໃຫຍ່ຂຶ້ນໄດ້.

ປັດ​ຈຸ​ບັນ, ແຜ່ນດິນ “​ລາງ​ໂອ່​ຊ່າ” ໄດ້​ກາຍ​ເປັນ​ສິ່ງກຳບັງທາງຊີ​ວະ​ພາບ​ທີ່​ໝັ້ນຄົງ​ຢູ່​ແຄມທະເລ​ຊາຍ​ເມົາ​ອູ່​ຊູ້​. ໃນ​ໄລຍະເວ​ລາ 30 ກວ່າ​ປີ​ທີ່​ຜ່ານ​ມາ, ທ່ານ ​ຊືກວ່າງ​ຢີນ​ ໄດ້​ນຳ​ພາ​ຊາວ​ບ້ານ​ປູກ​ຕົ້ນ​ໄມ້ໃຫຍ່ ແລະ ຟຸ່ມໄມ້ລວມທັງໝົດ 53 ລ້ານ​ຕົ້ນ,​  ໃນນັ້ນໄດ້ປູກຟຸ່ມໄມ້ຢູ່​ຕາມ​ດິນ​ຊາຍ ແລະ ດິນເຄັມ 16.000 ກວ່າເຮັກ​ຕາ, ເນື້​ອ​ທີ່​ປູກ​ຕົ້ນ​ໄມ້​ມີທັງໝົດ​ເຖິງ 23.000 ກວ່າເຮັກ​ຕາ, ເຊິ່ງ​ສາມາດປ່ຽນ​ແປງ​ປະ​ຫວັດ​ສາດ​ທີ່​ຂີ້​ຊາຍຂະຫຍາຍກວ້າງອອກຍ້ອນຖືກ ລົມພາຍຸພັັດ, ເຊິ່ງເປັນການ​ບັງ​ຄັບໃນໂຕໃຫ້​ມະນຸດຕ້ອງຫຍັບໜີດິນຊາຍອອກໄປເລື້ອຍໆ.

ຫຼັງ​ປີ 2000, ທ່ານ ຊື​ກວ່າງ​ຢີນ​ ກໍ່ຄິດໄດ້ວ່າ: ປ່າ​ໄມ້​ເປັນຟຸ່ມ ມີ​ອາ​ຍຸ​ສັ້ນ, ຄຸນ​ຄ່າ​ທາງດ້ານເສດ​ຖະ​ກິດ​ກໍ່​ບໍ່​ຫຼາຍ, ທັງ​ບໍ່​ໜ້າ​ເບິ່ງໜ້າຊົມ, ສະນັ້ນ ທ່ານຈຶ່ງມີ​ແຜນ​ການ​ໃໝ່​​ທີ່​ຢາກ​ຈະປັບ​ປຸງ​ປ່າ​ໄມ້​ທີ່​ໃຫ້ຜົນທາງເສດຖະກິດໜ້ອຍ. ໂດຍ​ຜ່ານ​ການ​ປັບ​ປຸງ​ຢ່າງ​ບໍ່​ຢຸດຢັ້ງ, ເບ້ຍໄມ້​ພັນ​ດີ​ທີ່​ຕົ້ນ​ຕໍ​ແມ່ນ​ເບ້ຍໄມ້​ສົນຈ່າງ​ຈື​ຊົ່ງ​ໄດ້​ປູກ​ເຖິງ 1 ລ້ານກວ່າ​ຕົ້ນ. ທ່ານ ​ຊືກວ່າງ​ຢີນ ​ເວົ້າ​ວ່າ: “ປ່າ​ໄມ້​ມີ​ປະ​ສິດ​ທິ​ຜົນ​ດ້ານ​ຊີ​ວະ​ພາບ​ນັບ​ມື້​ນັບ​ດີ​ຂຶ້ນ, ປະ​ສິດ​ທິ​ຜົນ​ດ້ານ​ເສ​ດ​ຖະ​ກິດ​ກໍ​ເພີ່ມ​ຂຶ້ນ, ການ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ ຈະ​ບໍ່​ເປັນພຽງ​ແຕ່ຄວາມ​ເວົ້າແບບນ້ຳເຕົ້າເປົ່າອີກຕໍ່ໄປ.”

ປັດ​ຈຸ​ບັນ, ບໍ​ລິ​ສັດ​ປົວແປງດິນ​ຊາຍ​ທີ່​ຕັ້ງ​​ຕາມ​ຊື່​ຂອງ​ເພິ່ນ ໄດ້​ອີງໃສ່​ຍຸດ​ທະ​ສາດ​ການພັດ​ທະ​ນາ​ “ປົວແປງ​ດິນ​ຊາຍ, ບຸກ​ເບີກ ແລະ ​ນຳ​ໃຊ້​ດິນ​ຊາຍ”, ເດີນຕາມ​ຮູບແບບການພັດທະນາ“ບໍ​ລິ​ສັດ​+ຄອບ​ຄົວ​ຊາວ​ກະສິກອນ+ແຫຼ່ງປູກຕົ້ນໄມ້” ໂດຍ​ໄດ້​ຖືເອົາການປົວແປງ​ດິນ​ຊາຍ​ແລະ​ການ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ​ປະ​ສານ​ສົມ​ທົບ​ເຂົ້າ​ກັນ​ຢ່າງກົມກຽວ. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ, ທ້ອງຖິ່ນດັ່ງກ່າວ ໄດ້​ສ້າງ​ຕັ້ງ​ຟາມ​ສາທິດການ​ລ້ຽງ​ງົວ​, ໂຮງ​ງານ​ປຸງ​ແຕ່ງ​ຫົວອາ​ຫານ​ທີ່​ປ​ອດ​ໄພ,ແຫຼ່​ງ​ກ້າເບ້ຍ​ຕົ້ນສົນ​ຈ່າງ​ຈື​ຊົ່ງ, ແຫຼ່ງ​ປູກ​ໝາກ​ເຜັດ, ປ່າ​ໄມ້​ຊີ​ວະ​ພາບ ແລະ​ອື່ນໆ, ເຊິ່ງໄດ້ ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຊາວ​ກະສິກອນ 1 ພັນ​ກວ່າ​ຄອບ​ຄົວ, ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ່​ເຂດ​ທະເລ​ຊາຍ​ມີ​ລາຍ​ໄດ້​ ​​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຕໍ່​ປີຫຼາຍກວ່າ​ໝື່ນຢວນ.

ຖ້າວ່າປົວແປງທະເລຊາຍສຳເລັດພຽງເລື້ອງດຽວ ກໍ່ຖືວ່າຊີວິດນີ້ບໍ່ໄດ້ຜ່ານໄປລ້າໆ_fororder_石光银

ທ່ານ ​ຊືກວ່າງ​ຢີນ ກ່າວວ່າ:​ “ການ​ປູກ​ຕົ້ນ​ໄມ້​ແລະຝຶກ​ອົບ​ຮົມ​ລູກ​ຫຼານ ເປັນ​ເລື່ອງ​ທີ່ຄ້າຍຄື​ກັນ, ລ້ວນ​ແຕ່​ຕ້ອງ​​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ໃຈ ແລະ ​ລະອຽດ ຈຶ່ງຈະສາມາດ​ສ້າງ​ຄຸນ​ຄ່າ​ໄດ້.” ທ່ານໄດ້​ຖ່າຍທອດບົດ​ຮຽນກ່ຽວກັບການ​ສ້າງ​ປ່າ​ໄມ້​ທີ່​ສະ​ສົມ​ໄວ້​ເປັນ​ເວລາຫຼາຍ​ສິບ​ປີ​ຂອງ​ຕົນ​​ໃຫ້​ແກ່ ຫຼານຊາຍ​ຜູ້​ທີ່​ຮຽນ​ຂະແໜງການປ່າ​ໄມ້, ໂດຍ​ຫວັງ​ຢາກ​ປ່ຽນ​ແປງ​ຊີ​ວະ​ພາບ​ໃຫ້​ດີຂຶ້ນກວ່າເກົ່າ, ທັງ​ພັດ​ທະ​ນາ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ເສດ​ຖະ​ກິດ​ທີ່​​ກ່ຽວ​ຂ້ອງ​ກັບ​ປ່າ​ໄມ້​ນັ້ນ​ໃຫ້​ດີຂຶ້ນພ້ອມກັນ.

ທ່ານ​ຊືກວ່າງ​ຢີນມັກເວົ້າວ່າ: ຖ້າວ່າປົວແປງທະເລຊາຍສຳເລັດພຽງເລື້ອງດຽວ ກໍ່ຖືວ່າຊີ​ວິດນີ້ບໍ່ໄດ້ຜ່ານໄປລ້າໆ​.

ຄຳ​ເຫັນ

0