刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ຊ ຖື​ເອົາຂໍ້​ລິ​ເລີ່ມ​ກ່ຽວ​ກັບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເປັນ​ເອ​ກະ​ສານ​ສຳ​ລັບ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ ສ​ປ​ຊ

2021-07-31 17:40:07 cri

 

ໂດຍ​ແນ​ໃສ່​ກໍ​ລະ​ນີ​ທີ່​ກອງ​ເລ​ຂາ​ອົງ​ການ ສ​ປ​ຊ ໄດ້ຖື​ເອົາ​ຂໍ້ລິ​ເລີ່​ມ​ກ່ຽວ​ກັບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ເປັນ​ເອ​ກະ​ສານສຳ​ລັບ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ ສ​ປ​ຊ ສະ​ໄໝ​ທີ 75, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​​ຂອງ​ນັກ​ຂ່າວໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 30 ກໍ​ລະ​ກົດ​ນີ້​ວ່າ: ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ຊາ​ຄົມ​ໂລກ​ໃຫ້​ຄວາມ​ສຳ​ຄັນແລະ​​ເຫັນ​ດີ​ຕໍ່ກັບ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ເນັ້ນ​ວ່າ: ຈີນ​ຈະ​ສືບ​ຕໍ່​ຮ່ວມ​ກັບ​ຄູ່​ຮ່ວມ​ມື​ຂອງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ໃຫ້​ອົງ​ການ ສ​ປ​ຊ ມີ​ບົດ​ບາດ​ນຳ​ພາ​ໃນ​ຂົງ​ເຂດ​ການພັດ​ທະ​ນາ​ແລະ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ກັນ​ລະ​ຫວ່າງ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ຂອງ​ອົງ​ການ​ ສ​ປ​ຊ ຕື່ມ​ອີກ.

ໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ກ່ຽວ​ກັບ​ການ​ຮ່​ວມ​ມື​ສາ​ກົນ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ນີ້, 29 ປະ​ເທດ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ຮ່ວມ​ກັນ​ສະ​ເໜີຂໍ້​ລິ​ເລີ່ມ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ດ້ານ​ວັກ​ຊີ້ນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ​ ຂໍ້​ລິ​ເລີ່ມ​ການ​ພົວ​ພັນ​ຄູ່​ຮ່ວມ​ພັດ​ທະ​ນາ​ແບບ​ສີ​ຂຽວ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ວັກ​ຊີ້ນ​ໃນ​ສາ​ກົນ, ຊຸກ​ຍູ້​ການ​ຟື້ນ​ຟູ​ຂອງ​ເສດ​ຖະ​ກິດ​ໂລກ ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ​ແລະ​ຍືນ​ຍົງ. ຫວ່າງ​ກ່ອນ​ນີ້ບໍ່​ດົນ, ກອງ​ເລ​ຂາ​ອົງ​ການ ສ​ປ​ຊ ໄດ້​ຖື​ເອົາ 2 ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ເປັນ​ເອ​ກະ​ສານ​ທາງ​ການ​ຂອງ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ອົງ​ການ ສ​ປ​ຊ ສະ​ໄໝ​ທີ 75.

ຄຳ​ເຫັນ

0