ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 30 ກໍລະກົດນີ້, ທ່ານ ໂອພາດ ການກະວີນພົງ ຫົວໜ້າກົມຄວບຄຸມໂລກກະຊວງສາທາລະນະສຸກໄທຢືນຢັນວ່າ: ມາດຕະການປິດເມືອງທີ່ລັດຖະບານປະຕິບັດຢູ່ບາງເຂດແຄວ້ນໄດ້ຮັບປະສິດທິຜົນໃນລະດັບອັນແນ່ນອນ ທັງເນັ້ນໜັກວ່າ ປະສິດທິຜົນຂອງມາດຕະການປິດເມືອງແມ່ນຂຶ້ນຢູ່ກັບການສະໜັບສະໜູນຈາກປະຊາຊົນທັງຫຼາຍ.
ກ່ຽວກັບຄວາມຈຳເປັນໃນການສືບຕໍ່ປະຕິບັດມາດຕະການປິດເມືອງ, ທ່ານ ໂອພາດຢືນຢັນວ່າ: ກະຊວງສາທາລະນະສຸກໄດ້ໝູນໃຊ້ເຕັກນິກການສ້າງແບບຈຳລອງທາງຄະນິດສາດ ເຂົ້າໃນການຄາດຄະເນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນ 3 ຫາ 4 ເດືອນຕໍ່ໜ້າ. ຜົນການຄາດຄະເນສະແດງໃຫ້ເຫັນວ່າ: ຖ້າຫາກສືບຕໍ່ປະຕິບັດມາດຕະການປ້ອງກັນແລະຄວບຄຸມຢ່າງເຂັ້ມງວດຕໍ່ໄປ, ຈຳນວນຜູ້ຕິດເຊື້ອເພີ່ມໃໝ່ຕໍ່ມື້ຈະຫຼຸດລົງ 20% ຫາ 25% ຄື ແຕ່ລະມື້ມີຜູ້ຕິດເຊື້ອເພີ່ມໃໝ່ປະມານ 30000 ຄົນ, ຜູ້ເສຍຊີວິດຈາກພະຍາດເພີ່ມໃໝ່ຕໍ່ມື້ມີປະມານ 400 ຄົນ, ຄາດວ່າ ຈຳນວນຜູ້ຕິດເຊື້ອພະຍາດຈະເຖິງຈຸດສູງສຸດໃນເດືອນຕຸລາປີນີ້, ຖ້າວ່າໃນຂະນະທີ່ປະຕິບັດມາດຕະການປິດເມືອງນັ້ນ ຍັງຈະເລັ່ງການກວດຫາເຊື້ອແລະສັກວັກຊີນ, ກໍຈະສາມາດຄວບຄຸມຈຳນວນຜູ້ເສຍຊີວິດຈາກພະຍາດເພີ່ມໃໝ່ຕໍ່ມື້ໃຫ້ຢູ່ໃນລະດັບຕ່ຳກວ່າ 200 ຄົນ.
ທ່ານ ໂອພາດ ຢືນຢັນວ່າ: ການປະຕິບັດມາດຕະການຢ່າງເຖິງຖອງ ບວກກັບປວງຊົນໃຫ້ການສະໜັບສະໜູນຢ່າງຕັ້ງໜ້າໃນການປະຕິບັດມາດຕະການປ້ອງກັນພະຍາດທີ່ລັດຖະບານວາງອອກ, ຈິ່ງຈະສາມາດໄດ້ຮັບປະສິດທິຜົນຕົວຈິງທີ່ດີກວ່າຜົນການຄາດຄະເນໄວ້.
ຄຳເຫັນ
0