秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນຂ່າວງານຕະຫຼາດນັດການຄ້າການບໍລິການສາກົນຈີນ 2021 ເປີດໃຫ້ລົງທະບຽນເລີ່ມແຕ່ວັນທີ 2 ສິງຫານີ້

2021-08-02 16:00:48 cri

ງານ​ຕະຫຼາດ​ນັດ​ການ​ຄ້າ​​ການ​ບໍ​ລິ​ການ​ສາ​ກົນ​ຈີນ 2021 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ​ປະ​ເທດ​ຈີນ​ໃນ​ວັນ​ທີ 2 ກັນ​ຍາ​ໜ້າ​ນີ້. ຕາມ​ແຜນ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ດັ່ງ​ກ່າວ, ລະ​ບົບ​ລົງ​ທະ​ບຽນ​ເພື່ອ​ເຂົ້າ​ຮ່ວມ​ງານ​ສຳ​ລັບ​ສື່ມວນ​ຊົນ​ຈະ​ເປີດ​ບໍ​ລິ​ການ​ແຕ່​ວັນ​ທີ 2 ຫາ​ວັນ​ທີ 15 ສິງ​ຫາ​ນີ້.

ສື່ມວນ​ຊົນ​ຕ່າງໆສາ​ມາດ​ເຂົ້າ​ເບິ່ງ​ເວັບ​ໄຊ​ທາງ​ການ​ຂອງງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ 2021 ​ຄື www.ciftis.org ເພື່ອ​​ລົງ​ທະ​ບຽນ.

ໂດຍ​ພິ​ຈາ​ລະ​ນາ​ເຖິງວຽກ​ງານ​ປ້ອງ​ກັນ ແລະ​ຄວບ​ຄຸມ​ການ​ແຜ່ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ງານຕະຫຼາດ​ນັດ​ການ​ຄ້າ​​​​ການ​ບໍ​ລິ​ການ​ສາ​ກົນ​ຈີນ 2021 ​ຕົ້ນ​ຕໍ​ແມ່ນເຊື້ອ​ເຊີນ​ນັກ​ຂ່າວ​ຈີນ, ນັກ​ຂ່າວ​ຕ່າງ​ປະ​ເທດ, ນັກ​ຂ່າວ​ຮົງ​ກົງ, ນັກ​ຂ່າ​ວ​ມາ​ກາວ ແລະ​ນັກ​ຂ່າວ​​​ໄຕ້​ຫວັນ​ທີ່​ເຮັດ​ວຽກ​ປະ​ຈຳ​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ ເພື່ອ​ລາຍ​ງານ​ຂ່າວ.

ຄຳ​ເຫັນ

0