秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ໂອຕຣິສເຫັນວ່າ: ວິສາຫະກິດເອີຣົບຂາດຕະຫຼາດຈີນບໍ່ໄດ້

2021-08-02 14:29:24 cri

ຫວ່າງ​ມໍ່ໆ​ມາ​ນີ້, ເວັບ​ໄຊ “ໜັງ​ສື​ພິມ​ຂ່າວ” ໂອ​ຕ​ຣິ​ສໄດ້​ລົງບົດ​ຄວາມ​ໂດຍ​ລະ​ບຸ​ວ່າ: ວິ​ສາ​ຫະ​ກິດ​ເອີ​ຣົບ​​ຂ​າດ​ຕະຫຼາດ​ຈີນ​ບໍ່​ໄດ້. ບົດ​ຄວາມ​ໄດ້​ນຳ​ເອົາ​ຕົວ​ເລກ​ຂໍ້​ມູນ​ຂອງ​ດ່ານ​ພາ​ສີ​ຈີນ​ມາ​ລາຍ​ງານ​ວ່າ: ຫົກ​ເດືອນ​ຕົ້ນ​ປີ​ນີ້, ​ການ​ສົ່ງ​ອອກ​ຂອງເຂດ​ຊິນ​ຈ່ຽງ ທາງ​ພາກ​ຕ​າ​ເວັນ​ຕົກ​ຂອງ​ຈີນ​ສູ່​ສະ​ຫະ​ພາບ​ເອີ​ຣົບໄດ້​ເພີ່ມ​ຂຶ້ນ 131% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ​ຝ້າຍ, ຜະ​ລິດ​ຕະ​ພັນ​ໝາກ​ເລັ່ນ, ​ເສັ້ນ​ໄຍ​ທຽມ ແລະ ​ເຄື່ອງ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ລົມ ຖື​ເປັນ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ​ໃນ​ການ​ສົ່ງ​ອອກ.

ບົດ​ຄວາມ​ລະ​ບຸ​ຕື່ມ​ວ່າ: ​ຍົ​ກ​ຕົວ​ຢ່າງ​ຄືບໍ​ລິ​ສັດ​ໂວກ​ສະວາ​ເກນ ທີ່​ເປັນ​ບໍ​ລິ​ສັດ​ຜະ​ລິດ​ລົດ​ທີ່​ມີ​ອິດ​ທິ​ພົນ​ທາງ​ການ​ເມືອງ ສະ​ແດງ​ໃຫ້​ເຫັນ​ວ່າ: “ວິ​ສາ​ຫະ​ກິດ​ຕາ​ເວັນ​ຕົກ​ແຫ່ງ​ໜຶ່ງ​ໄດ້​ອີງ​ອາ​ໄສ​ຕະຫຼາດ​ຈີນຫຼາຍ​ປານ​ໃດ, ຈົນ​ວ່າ​ບໍ່​ສາ​ມາດ​ຂາດ​ຕະຫຼາດ​ຈີນ​​ໄດ້”. ຍອດ​ການ​ຈຳ​ໜ່າຍໃນ​ຂອບ​ເຂດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ໂວກ​ສະ​ວາ​ເກນ​ມີ 40% ​ແມ່ນ​ມາ​ຈາກ​ຈີນ, ບໍ​​ລິ​ສັດ​ດັ່ງ​ກ່າວ​ມີ​ໂຮງ​ງານ​ຜະ​ລິດ​​ລົດແຫ່ງ​ໜຶ່ງ​ຕັ້ງ​ຢູ່​ເຂດ​ຊິນ​ຈ່ຽງ​ຈີນ​ເຊັ່ນ​ກັນ.

ຄຳ​ເຫັນ

0