郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາງຈູ່ທີງ ຫົວໜ້າທີມບານສົ່ງເພດຍິງຈີນ

2021-08-06 18:31:32 cri

ຢູ່​ບ້ານ ຈູ່​ຕ້າ​ໂລ, ເມືອງໂຈ່ວ​ໂຂ, ແຂວງ​ເຮີນານ, ປະເທດ​ຈີນ, ແມ່ນບ່ອນທີ່ຄອບ​ຄົ​ວ​ຈູ່​ອ່ານລ້ຽງ ​​ດຳ​ລົງ​ຊີ​ວິດ​ຢູ່​, ເພິ່ນ​ມີ​ລູກ​ສາວ 5 ຄົນ. ລູກ​ສາວ​ກົກ​ແລະ​ລູກ​ສາວ​ຜູ້​ທີ​ສອງ​ ໄດ້​ອອກໂຮງຮຽນເພື່ອ​ໄປ​ອອກ​ແຮງງານຢູ່ຕ່າງແຂວງ​, ສ່ວນລູກ​ສາວ​ຜູ້​ທີ​ສາມ​​ ອາ​ຍຸໃກ້ຈະຮອດ 13 ປີ ແລ້ວ, ​ກຳ​ລັງ​ຮຽນ​ຢູ່ມັດ​ທະ​ຍົມຕົ້ນ ປີ 1. ​ລຸງ​ຈູ່​​ຄຶດ​ຢູ່ສະເໝີວ່າ: ​ຢາກ​ໃຫ້​ລູກສາວຜູ້ທີ 3 ​ເດີນ​ຕາມ​ເສັ້ນ​ທາງ​ຄື​ກັບ​ເອື້ອຍ​ສອງ​ຄົນ ເພື່ອຫລຸດພາລະທາງ​ຄອບ​ຄົວໃຫ້ໜ້ອຍລົງ.

ນາງຈູ່ທີງ ຫົວໜ້າທີມບານສົ່ງເພດຍິງຈີນ_fororder_朱婷3

ມີມື້​ໜຶ່ງ, ລຸງ​ຈູ່​ຫາ​ກໍ່ເລີ່ມຕົ້ນ​ເວົ້າ​ເຖິງ​ເລື່ອງນີ້​ກັບ​ລູກ​ສາວ​ຜູ້​ທີ​ສາມ ຈູ່​ທີງ, ກໍ​ຖືກ​ນາງ​ປະ​ຕິ​ເສດ​ໂລດ.

ລຸງ​ຈູ່ ​ໂມໂຫຫຼາຍ​, ຈົນແລ່ນ​ໄລ່​ຈູ່​ທີງ​ໄປ​ຮອດ​ໂຮງ​ຮຽນ, ພໍຍ່າງ​ເຂົ້າ​ປະ​ຕູ​ໂຮງ​ຮຽນ​ ເພິ່ນກໍ່​ໄດ້​ພົບ​​ໄວ​ກາງຄົນ​ຜູ້​ໜຶ່ງ​ທີ່​ມີ​ທ່າ​ທີ​ສຸ​ຂຸມ​ຮອບ​ຄອບ. ເພິ່ນ​ຄົນ​ນີ້ ກໍ​ແມ່ນ​ທ່ານ ​​ຈັ່ງ​ຊິ່ນອີ້ ຄູປະຈຳ​ຫ້ອງ​ຂອງ​ຈູ​ທີງ.

ຄູ​ຈັ່ງ ​ເຊີນ​ລຸງ​ຈູ່​ເຂົ້າ​ນັ່ງ​ຢູ່​ໃນ​ຫ້ອງການເພື່ອ​ຖາມ​ເລື້ອງລາວຢ່າງລະ​ອຽດແລະ ​​ເວົ້າ​ວ່າ: “ຈັ່ງໃດ ​ກໍ່​ໃຫ້ຈູ່ທີງ​ຮຽນ​ຈົບ​ມັດ​ຖະ​ຍົມ​ກ່ອນຈະດີກວ່າ. ເພາະຄັນຢາກ​ໄປ​ອອກແຮງງານຢູ່ຕ່າງ​ຖິ່ນ ​ກໍ່​ຕ້ອງ​ມີ​ລະດັບວັດ​ທະ​ນະ​ທຳ ​ແມ່ນ​ບໍ່​ລະ? ລັດ​ເຮົາ​ກຳ​ນົດ​ໄວ້ວ່າ ເດັກນ້ອຍທຸກຄົນຕ້ອງໄດ້ຮັບການ​ສຶກ​ສາ​ພາກ​ບັງ​ຄັບ 9 ປີ, ນັ້ນກໍ່​ໝາຍ​ຄວາມ​ວ່າ​ ທ່ານ​ມີ​ພັນ​ທະຕ້ອງ​ໃຫ້ໂອ​ກາດ​​ລູກ​ເຂົ້າ​​ຮຽນຈົນຈົບ​ມັດ​ທະ​ຍົມໄດ​. ໃຫ້​ລູກ​ຮຽນ​ຕໍ່​ອີກ​ສອງ​ປີ​ສາເນາະ, ໃຫ້​ລາວ​ຮຽນ​ຈົບມັດ​ທະ​ຍົມເນາະ.”

ເມື່ອ​ສອງ​ປີ​ຜ່ານ​ໄປ, ນ.ຈູ່​ທີງ​ໃກ້​ຈະ​ຮຽນ​ມັດ​ທະ​ຍົມ​ຕົ້ນຈົບ, ຄູ​ຈ່າງ​ຖາມ​ນັກ​ຮ​ຽນ​ທັງ​ຫຼາຍວ່າ​ ​ເມື່ອ​ຮຽນ​ຈົບ​ແລ້ວ​ຢາກ​ເຮັດ​ຫຍັງ. ຈູ່​ທີງ​ຕອບ​ວ່າ: “ຄູ​ຈ່າງ, ແຕ່​ກ່ອນ ນ້ອງຢາກ​ຮຽນ​ມັດ​ທະ​ຍົມ​ປາຍ,ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ, ແຕ່​ພໍ່​ນ້ອງຢາກ​ໃຫ້​ນ້ອງ​ໄປ​ອອກ​ແຮງ​ງານເພື່ອ​ຫາ​ເງິນ​ໄວໆ, ຄູ​ຈ່າງ​ເຫັນວ່າ ນ້ອງຄວນ​ເຮັດ​ຫຍັງ​​?​” ຄູ​ຈ່າງ​ຖາມ​ວ່າ: “ຈູ່ທີງ​, ນ້ອງຢ້ານ​ຄວາມ​ຫຍຸ້ງຍາກລຳ​ບາກ​ບໍ່?” “ນ້ອງ​ເປັນ​ສາວ​ຊົນ​ນະ​ບົດ, ຊິ​ຢ້ານ​ຄວາມລຳ​ບາກ​ໄດ້ແນວໃດ?” “ບໍ່​ຢ້ານ​ກໍ່​ດີ​ແລ້ວ!”

ເວ​ລາ​ຜ່ານ​ໄປ​ຈັກ​ສອງສາມ​ມື້, ທ່ານ​ຈ່າງ​ຊິ່ນ​ອີ້​ກໍ່​ພາ​ລຸງ​ຈູ່​ແລະ​ ຈູ່​ທີງ​ໄປ​ໂ​ຮງ​ຮຽນ​ກິ​ລາຂອງເມືອງ​ໂຈ່ວ​ຂົວ. ເມື່ອ​ທ່ານ​ ເຊ້ຍ​ລູ້​ໄຫ ຮອງ​ຜູ້ອຳນວຍການ​ໂຮງ​ຮຽນ​ກິ​ລາ​​ເຫັນວ່າ ນາງ ​ຈູ່​ທີງ ​ສູງ​ຍາວດີ, ກໍ່​ລອງໃຫ້ນາງເຕັ້ນສູງ ແລະ ເຕັ້ນໄກໃຫ້ເບິ່ງ​. ເມື່ອຮູ້ສະພາບຮ່າງກາຍ​ແລ້ວ, ທ່ານ​ເຊ້ຍ​ລູ້​ໄຫ ທີ່​ເຄີຍ​ເປັນນັກກິລາ​ບານ​ສົ່ງມາກ່ອນນັ້ນ ​ກໍ່​ຮູ້ທັນທີວ່າ, ຈູ່​ທີງ​ກໍ່​ອາດ​ຈະ​ສາມາດກາຍເປັນ​ນັກ​ກິ​ລາ​​ບານ​ສົ່ງ​ທີ່​ດີ​ໄດ້. ທ່ານ​ ເຊ້ຍ​ລູ້​ໄຫ ​ຈຶ່ງ​ເວົ້າ​ນຳ​ລຸງ​ຈູ່​ວ່າ: “ລູກທ່ານຄົນນີ້​ເໝາະ​ກັບການ​ຫຼິ້ນ​ບານ​ສົ່ງ, ໃຫ້​ນາງ​ຝຶກຊ້ອມ​ຢູ່​ນຳພວກ​ເຮົາ​ກ່ອນເນາະ, ຖ້າ​ຝຶກ​ໄດ້​ດີ, ເຮົາ​ຈະ​ສົ່ງລາວໄປ​ແຂວງ.”

ຈາກນັ້ນ ຈູ່​ທີງ​ກໍ່​ພັກ​ຢູ່​ໂຮງ​ຮຽນ​ກິ​ລາເພື່ອເຂົ້າຮ່ວມ​ການ​ຝຶກຊ້ອມ​ຢ່າງໜັກສູ່ມື້ໆ. ຍ້ອນ​ຝຶກຊ້ອມຢ່າງທໍລະຫົດອົນທົນ​ທີ່ສຸດ, ບວກກັບພື້ນຖານ​ຮ່າງ​ກາຍ​ກໍ່ແຂງແຮງດີ, ນາງ​ໄດ້​ຄະ​ແນນ​ດີ​​ຫຼາຍ.

ຮອດ​ລະ​ດູ​ຮ້ອນ​ປີທີສອງ, ລຸງ​ຈູ່​ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ຫ້ອງ​ການ​ຄັດເລືອກນັກກິລາ​ຂອງ​ໂຮງ​ຮຽນ​ກິ​ລາ​ແຂວງ​ເຮີນານ, ເພາະວ່າ ອາ​ຈານ​ເຊ້ຍ​ລູ້​ໄຫ​ໄດ້​ສະ​ເໜີ​ໃຫ້​ຈູ່​ທີງ​ໄປຝຶກຊ້ອມຢູ່​ໂຮງ​ຮຽນ​ກິ​ລາ​ແຂວງ.

​ອາ​ຈານ​ຂອງ​ໂຮງ​ຮຽນ​ກິ​ລາແຂວງ​ບອກ​ລຸງ​ຈູ່​ວ່າ: ປີໜຶ່ງ​​ຕ້ອງ​ການ​ຄ່າ​ຮຽນ 3 ໝື່ນຢວນ. ເມື່ອໄດ້ຍິນແບບນັ້ນ ລຸງ​ຈູ່​​ຮູ້​ສຶກ​ມີຄວາມຫຍຸ້ງຍາກ​ຫຼາຍ, ແຕ່ກໍ່​ຍັງ​ຕັດ​ສິນ​ໃຈ​ຄຶດ​ຫາ​ວິ​ທີ​ໃຫ້​ລູກ​ໄດ້ຝຶກຊ້ອມຕໍ່ໄປ.

ຫຼັງຈາກຍາມ​ພັກ​ຮຽນ​ລະ​ດູ​ຮ້ອນ, ຈູ່​ທີງໄດ້​ໄປ​ຮຽນ​ວິ​ຊາ​​ບານ​ສົ່ງ​ຢູ່​ໂຮງ​ຮຽນ​ກິ​ລາ​ແຂວງ​ເຮີ​ນານ. ທ່ານ​ລີວ​ຮົງ ທີ່ເປັນຄູ​ຝຶກ​ ພົບ​ເຫັນພອນສະຫວັນຂອງ​ຈູ່​ທີງ​​ເກັ່ງ​ຫຼາຍ, ​​ຮຽນ​ຫຍັງ​ກໍ່ໄດ້​ໄວ​ຫຼາຍ, ບໍ່ວ່າເຕັກນິກໃດ, ສອນ​ແຕ່​ເທື່ອ​ດຽວ​ກໍ່​​ເປັນ​ໂລດ. ​ເມື່ອ​ເປັນ​ແນວນີ້, ທ່ານ​ລີວ​ຮົງກໍ່​ແຮ່ງ​ຝຶກ​ນາງ​ແບບເຄັ່ງ​ຄັດກວ່າ​ເກົ່າ, ແຕ່​ລະ​ມື້ ຈູ່​ທີງ​ຕ້ອງ​ຝຶກ​ຊ້ອມ​ຢ່າງ​ຫຼວງ​ຫຼາຍ, ມີທັງການ​ເຕັ້ນ​ຂຶ້ນ ການຕີ​ບານ ການລົ້ມໂຕ​ລົງ​ ແລະ ການກິ້ງເກືອກເປັນ​ຮ້ອ​ຍເປັນ​ພັນ​ເທື່ອດັ່ງນີ້ເປັນຕົ້ນ.

   ຍ້ອນ​ຝຶກຊ້ອມຢ່າງໜັກ, ມື້​ໜຶ່ງ ຈູ່​ທີງ​ອົດ​ບໍ່​ໄຫວ ​​ຈຶ່ງ​ໂທ​ຫາ​ພໍ່, ແຕ່​ພໍ່​ພັດ​ບອກ​ລາວວ່າ: “ລູກ​ເອີຍ, ຖ້າວ່າລູກ​ໄດ້​ຕັດ​ສິນ​ໃຈ​ເປັນ​ນັກ​ກິ​ລາແລ້ວ, ບໍ່​ວ່າຈະ​ລຳ​ບາກ​ສ່ຳໃດ ຈະເຈັບສ່ຳໃດ, ລູ​ກ​ກໍ່​ຕ້ອງ​ກັດແຂ້ວສູ້ອົດທົນຕໍ່ໄປ.”

ເພື່ອ​​ຫາ​ເງິນ​ເປັນ​ຄ່າ​ຮຽນ​ໃຫ້​ຈູ່​ທີງ, ລຸງ​ຈູ່​ໄດ້​ເປີດ​ຮ້ານສ້ອມ​ແປ​ງຢູ່​ໜ້າ​ເຮືອນ​ໃນ​ເວ​ລາ​ຫວ່າງ​ຈາກການເຮັດໄຮ່ໄຖ​ນາ, ເພິ່ນ​ສ້ອມ​ແປງ​ລົດ 3 ລໍ້​ແລະ​ເຄື່ອງ​ຈັກ​ກະສິກຳຕ່າງໆ. ມີມື້​ໜຶ່ງ, ​ຖືກເຄື່ອງທັບແອວຈົນບາດເຈັບຍ້ອນບໍ່ລະວັງ, ທາງຄອບຄົວໄດ້ໄປຢືມເງິນກັບຄົນອື່ນ​ເພື່ອ​ຜ່າ​ຕັດໃຫ້ລຸງຈູ່ຈົນຕິດໜີ້ 1 ແສນກວ່າຢວນ, ແຕ່​ພໍ່​ແມ່ອຳໄວ້ ​​ບໍ່​​ບອກ​ໃຫ້ຈູ່​ທີງ​ຮູ້.

ມື້​ໜຶ່ງຫລັງຜ່າຕັດ, ລຸງ​ຈູ່ກຳລັງ​ນອນ​ພັກ​ຢູ່ໃນ​ເຮືອນ, ແຕ່​ຈູ່​ທີງ​ພັດ​ກັບ​ເມືອ​ເຮື​ອນໂດຍບໍ່ບອກລ່ວງໜ້າ. ເມື່ອ​ຮູ້​ສະພາບຂອງພໍ່​ແລ້ວ, ຈູ່​ທີງ​ໄດ້​ໄຫ້ຂຶ້ນ​ແຮງໆ​ໂດຍ​ໝອບໃສ່​ຕຽງ​​ພໍ່, ທັງ​ຕັດ​ສິນ​ໃຈ​ແລະ ເວົ້າວ່າ: “ພໍ່! ຖ້າ​ລູກ​ບໍ່​ພະ​ຍາ​ຍາມ​ເຂົ້າ​ຮ່ວມ​ທີມ​ບານ​ສົ່ງ​ຂັ້ນ​ແຂວງ, ລູກ​ກໍ່​ບໍ່​ແມ່ນລູກຂອງພໍ່ ແລະ ກໍບໍ່ແມ່ນ​ຄົນ​ຂອງ​ຄອບ​ຄົວ​ຈູ່! ”

ຫຼັງຈາກກັບໄປໂຮງ​ຮຽນ​ກິ​ລາ​ແລ້ວ ຈູ່ທີງ ກໍ່​ໝັ່ນ​ຝຶກຊ້ອມ​ດ້ວຍ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ​ພາຍ​ໃຕ້​ການ​ສອນຂອງ​ອາ​ຈານ​ລີວ​ຮົງ. ຫຼັງຈາກນັ້ນ​ສອງ​ປີ, ຈູ່​ທີງໄດ້ຖືກ​ຄັດ​ເລືອກ​ເຂົ້າ​ຮ່ວມທີມ​ບານ​ສົ່ງ​ຂັ້ນ​ແຂວງດ້ວຍຜົນງານທີ່ດີເດັ່ນ. ນັບແຕ່ນັ້ນ​ເປັນ​ຕົ້ນ​ໄປ, ຄອບ​ຄົວ​ລຸງ​ຈູ່​ ກໍບໍ່​ຕ້ອງ​ຈ່າຍ​ເງິນ​ໃຫ້ຈູ່​ທີງອີກແລ້ວ, ຈູ່​ທີງ​ຍັງ​ໄດ້ເອົາ​ເງິນ​ອຸດໜູນທີ່ໄດ້ຮັບຈາກທີມບານສົ່ງແຂວງໃນແຕ່ລະເດືອນ​ນັ້ນ ຝາກ​ກັບ​ເມືອ​ໃຫ້ຄອບຄົວອີກ.

ຫລັງຈາກນັ້ນ,​ ທ່ານ​ນາງ​ລາງ​ພີງ ບຸກ​ຄົນ​ອັດ​ສະ​ຈັນ​ໃນວົງ​ການ​ບານ​ສົ່ງ​ເພດ​ຍິງ​ຂອງຈີນ​ໄດ້ພົບ​ເຫັນນ. ຈູ່ທີງ​ ແລະ​ເລືອກລາວ​ເຂົ້າຮ່ວມ​ທີມຊາດ​ບາ​ນ​ສົ່ງ​ຍິງ. ປີ 2016, ຈູ່​ທີງ​ແລະ​ໝູ່​ຮ່ວມ​ທີມ​ໄດ້​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ຣີ​ໂອເດີຈາເນໂຣ​ທີ່ປະ​ເທດບລາ​ຊີນ, ຫລີ້ນຢ່າງສຸດສີມືໃນ 4 ເຊີ ໃນ​ທີ່​ສຸດ ທີມ​ບານ​ສົ່ງ​ຍິງ​ຂອງຈີນ ກໍ່​ເອົາຊະນະ​ທີມ​ແຊກ​ບີ​ໄປດ້ວຍ​ຄະ​ແນນ 3:1 ແລ້ວໄດ້​ຮັບ​ຫຼຽນ​ຄຳ.

ນາງຈູ່ທີງ ຫົວໜ້າທີມບານສົ່ງເພດຍິງຈີນ_fororder_朱婷1

ນາງຈູ່ທີງ ຫົວໜ້າທີມບານສົ່ງເພດຍິງຈີນ_fororder_朱婷2016

ຕອນ​ຄ່ຳ​ມື້​ດຽວ​ກັນ, ຈູ່​ທີງ​ໄດ້​ສົ່ງ​ຂໍ້​ຄວາມ​ສັ້ນ​ໃຫ້​ອາ​ຈານ ເຊ້ຍ​ລູ້​ໄຫ ຄູຝຶກ​​ບານ​ສົ່ງ​ຜູ້​ທຳ​ອິດຂອງຕົນ​ວ່າ: “ຄູ​ເຊ້ຍ, ພວກ​ນ້ອງ​ຊະ​ນະ​ແລ້ວ!”

ຄູ ​ເຊ້ຍ​ລູ້​ໄຫ ​ຕອບ​ຄືນ​ວ່າ: “ດຽວນີ້, ນ້ອງ​ເປັນ​ນັກ​ກິ​ລາທີ່​​ດີ​ເດັ່ນ​ແລ້ວ, ແຕ່ກໍ່​ຍັງ​ບໍ່ແມ່ນ​ນັກ​ກິ​ລາ​ຜູ້​ຍິ່ງ​ໃຫຍ່​ເທື່ອ, ອາ​ຈານ​​ຢາກໃຫ້​ນ້ອງກາຍ​ເປັນ​ນັກ​ກິ​ລາຜູ້​ຍິ່ງ​ໃຫຍ່​ຄືກັບ​ທ່ານ​ນາງ​ລາງ​ພີງ,ທ່ານ​ຢາວ​ມີງ, ທ່ານ​ເປ​ເຣ, ທ່ານ​ຈໍ​ແດນ.” ນາງ​ຈູ່​ທີງ​ໃນ​ສູ່ມື້ນີ້ ໄດ້​ຮັບໜ້າທີ່ເປັນ​ຫົວ​ໜ້າ​ທີມ​ບານ​ສົ່ງ​ເພດ​ຍິງ​ຈີນ​, ໃນເວລາ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ, ທັງ​ເປັນ​ຜູ້ຖືທຸງ​ຊາດ​ຂອງ​ຄະ​ນະ​ນັກກິ​ລາ​ຈີນຢ່າງມີກຽດ​ໃນ​ພິ​ທີ​ເປີດ​ງານ.

ນາງຈູ່ທີງ ຫົວໜ້າທີມບານສົ່ງເພດຍິງຈີນ_fororder_朱婷2

ຄຳ​ເຫັນ

0