吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ຢ້ຽມຢາມ​ບ້ານ​ກ່າວ​ຊີ່​ໂກ່ບ້ານ​ແບບຢ່າງ​ໃນ​ການ​ປົວ​ແປງ

2021-09-14 16:55:12 cri

ວັນ​ທີ 13 ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​​ເດີນທາງ​ໄປ​ສຳ​ຫຼວດກວດ​ກາ​ວຽກ​ງານ​ຢູ່​ບ້ານ​ກ່າວ​ຊີ່​ໂກ່​ເຂດ​ຖະ​ໜົນຢິນ​ໂຈ່​​ເມືອງ​ມີ​ຈື່​ນະຄອນ​ອີ​ລິນ​ແຂວງ​ສ້າ​ນຊີ່ ​ເພື່ອ​ຮັບ​ຮູ້​ສະພາບ​ການ​ປົງ​ແປງ​ເຂດ​ນ້ຳ​ເຊາະ​ດິນ​ເຈື່ອນ ​ແລະ​ການ​ສ້າງ​ຄວາມ​ສີວິ​ໄລ​ດ້ານ​ນິ​ເວດ.

ບ້ນ​ກ່າວ​ຊີ່​ໂກ່​ເມືອງ​ມີຈື່​ຕັ້ງ​ຢູ່​ເຂດ​ທີ່​ມີ​ພູມ​ສັນຖານ​ເປັນ​ເນີນ ​ແລະ​ຮ່ອງ​ເລິກ​ໃນ​ພູ​ພຽງ​ດິນ​ເຫຼືອງ​ທາງ​ພາກ​ເໜືອ​ແຂວງ​ສ້າ​ນຊີ່, ມີ​ເນື້ອ​ທີ່​ທັງ​ໝົດ 4 ກິ​ໂລ​ຕາ​ແມັດ. ​ແຕ່​ກ່ອນ, ບ້ານ​ກ່າວ​ຊີ່​ໂກ່​ເປັນ​ເຂດ​ທີ່​ຮົກ​ເຮື້ອ, ດິນ​ຂາດ​ຄວາມ​ອຸດົມສົມບູນ, ນ້ຳ​ເຊາະ​ດິນ​ເຈື່ອນ​ຢ່າງ​ຮ້າຍ​ແຮງ. ນັບ​ແຕ່​ຊຸມ​ປີ 1950 ​ເປັນ​ຕົ້ນ​ມາ, ຊາວບ້ານ​ກ່າວ​ຊີ່​ໂກ່​ເລີ່​ມດຳ​ເນີນ​ຂະ​ບວນການ​ປົວ​ແປງ​ພູ ​ແລະ​ນ້ຳ ​ໂດຍ​ສາມາດ​ຄົ້ນຄວ້າ​ໃຫ້​ໄດ້​ຮູບ​ແບບ​ການ​ປົວ​ແປງ “ສາມ​ສາມ” ໝາຍ​ເຖິງ​ທົ່ງ​ນາ, ປ່າ​ໄມ້ ​ແລະ​ທົ່ງ​ຫຍ້າ​ກວມ​ອັນ​ລະ 1 ສ່ວນ 3 ຜ່ານ​ຈາກ​ການ​ປະຕິບັດ​ຕົວ​ຈິງ, ຍັງ​ໄດ້​ປະດິດສ້າງ​​ວິທີໃໝ່​ໃນ​ຮູບ​ແບບ “ສາມ​ສອງ​ໜຶ່ງ” (ປ່າ​ໄມ້​ກວມ​ເອົາ 3 ສ່ວນ, ທົ່ງ​ຫຍ້າ​ກວມ​ເອົາ 2 ສ່ວນ ​ແລະ​ທົ່ງ​ນາກ​ວມ​ເອົາ 1 ສ່ວນ) ຖື​ວ່າ​ເປັນ​ການ​ປະດິດ​ສ້າງທີ່​ໄປ​ຄ່ຽງຄູ່​ກັບ​ຍຸກ​ສະ​ໄໝ ​ເຊິ່ງສາມາດ​ເຮັດ​ໃຫ້​ບ້ານ​ກ່າວ​ຊີ່​ໂກ່​ທີ່​ເຄີຍ​ເປັນ​ດິນ​ແດນ​ຮົກ​ເຮື້ອ, ດິນ​ຂາດ​ຄວາມ​ອຸດົມສົມບູນ​ກາຍ​ມາ​ເປັນ​ເຂດ​ທີ່​ມີ​ນາ​ເຂັ້ນ​ໄດ ​ແລະ​ປ່າ​ໄມ້​ກວ້າງ​ໃຫຍ່​ຄື​ໃນ​ປັດຈຸບັນ​ນີ້.

ບ້ານ​ກ່າວຊີ່​ໂກ່​ໄດ້​ສ້າງ​ຫຍີ່​ຫໍ້​ໝາກ​ໂປ່ມ​ພູ​ພຽງ​ທີ່​ມີ​ຊື່​ສຽງ​ດ້ວຍ​ການ​ປູກ​ໝາກ​​ໂປ່ມ​ປອດ​ສານພິດ, ​​ເປີດ​ກວ້າງ​ຊ່ອງ​ທາງ​ການຈຳໜ່າຍ​ດ້ວຍ​ການ​ຄ້າ​ເອ​ເລັກ​ໂຕຣນິກ ​ແລະ​ວິທີ​ອື່ນໆ. ຂະນະ​ດຽວ​ກັນ, ບ້ານ​ດັ່ງກ່າວ​ຍັງ​ຕັ້ງໜ້າ​ຄົ້ນຄວ້າ​ການ​ປູກໝາກ​ໄມ້ ​ແລະ​ພືດ​ເສ​ດຖະກິດ​ອື່ນໆ​ທີ່​ສາມາດປູກ​ຝັງ​ຢູ່​ທ້ອງ​ຖິ່ນ​ຕົນ​ໄດ້, ຊອກ​ຫາ​ວິທີ​ການ​ເຮັດ​ທຸລະ​ກິດ​ທີ່​ຫຼາກ​ຫຼາຍ ​ແລະ​ເຮັດ​ທຸລະ​ກິດ​ການທ່ອງທ່ຽວ​ນິ​ເວດ, ​ໃນ​ປີ 2020, ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ຊາວບ້ານ​ບັນລຸ​ໄດ້ 18851 ຢວນ, ລື່ນ​ກາຍ​ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ທົ່ວ​ເມືອງ​ທີ່​ໄດ້​ຮັບ 5834 ຢວນ.

ຄຳ​ເຫັນ

0