吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ,ປະ​ຊາ​ຊົນ​ອັ​ຟ​ກາ​ນີ​ສະ​ຖານ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ໂດຍ​ດ່ວນ

2021-09-15 10:35:13 CRI

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ,ປະ​ຊາ​ຊົນ​ອັ​ຟ​ກາ​ນີ​ສະ​ຖານ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ໂດຍ​ດ່ວນ_fororder_webwxgetmsgimg

 

     ວັນ​ທີ 13 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖ​ະ​ມົນ​ຕີ​ກ່ຽວ​ກັບ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ​ແນວ​ປະ​ເທດ​ສະ​ວິ​ສ. ໃນ​ກອງ​ປະ​ຊຸມ, ທ່ານ​ອັນ​ໂ​ຕ​ນີ​ໂອ ​ກູ​ເຕ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ເສດ​ຖະ​ກິດ​ອັ​ຟ​ກາ​ນີ​ສະ​ຖານ​​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ຫຼາຍ​ທີ່​ສຸດ​ທີ່​ຈະ​ຊຸດ​ໂຊມຢ່າງ​ຮອບ​ດ້ານ ​ຈຶ່ງຮຽກ​ຮ້ອງ​ໂດຍ​ດ່ວນ​ທີ່​ສຸດ​ໃຫ້​ເພີ່ມ​​ເງິນ​ທຶນ​ຢ່າງວ່ອງ​ໄວ ເພື່ອ​ສະ​ໜອງ​ການ​ຊ່ວຍ​ເຫຼືອ ແລະ ການ​ສະ​ໜັບ​ສະ​ໜູນ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ອັ​ຟ​ກາ​ນີ​ສະ​ຖານ​ຢ່າງ​ຕໍ່​ເນື່ອງ.


     ທ່ານກູ​ເຕີ​ເຣັ​ສ​ກ່າວ​​ຕື່ມວ່າ, ປັດ​ຈຸ​ບັນ, ອັດ​ຕາ​ທຸກ​ຍາກ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ພວມ​ຖີບ​ສູງ​ຂຶ້ນ​ຢ່າງ​​ວ່ອງໄວ, ​ການບໍ​ລິ​ການ​ສາ​ທາ​ລະ​ນະ​ຂັ້ນ​ພື້ນ​ຖານ​ເກືອບ​​ແຕກ​ສະ​ຫຼາຍ​ແລ້ວ, ຊາວ​ອັ​ຟ​ກາ​ນີ​ສະ​ຖານຈຳ​ນວນ 1/3 ​ຈົນບໍ່​​ຮູ້​ວ່າ​ອາ​ຫານ​ຄາບ​ຕໍ່​​ໄປຈະ​ມາ​ຈາກ​ໃສ. ພ້ອມ​ກັນ​ນັ້ນ, ອັ​ຟ​ກາ​ນີ​ສະ​ຖານ​ຍັງ​​ໄດ້ຜະ​ເຊີນ​ໜ້າ​ກັບ​ໄພ​ແຫ້ງ​ແລ້ງ​ອັນ​ຮ້າຍ​ແຮງ, ​ການຊັດ​ເຊ​ພະ​ເນ​ຈອນຂະ​ໜາດ​ໃຫຍ່ ແລະ ການ​ແຜ່​ລະ​ບາດ​​ຂອງພະ​ຍາດ​ໂຄວິດ-19. ຖ້າ​ວ່າ ປະ​ຊາ​ຄົມ​ໂລກ​​ບໍ່ສະ​ໜອງ​ການ​ຊ່ວຍ​ເຫຼືອຢ່າງ​ທັນ​ການ​ກໍອາດ​ຈະ​ເຮັດ​ໃຫ້​ອັ​ຟ​ກາ​ນີ​ສະ​ຖານ​​ແຕກ​ສະ​ຫຼາຍ​ໄປ ແລະ ເຮັດ​ໃຫ້​ເຂດ​ໃກ້​ຄຽງ​ໄດ້​ຮັບ​ຜົນ​ກະ​ທົບ​ເຊັ່ນກັນ.

ຄຳ​ເຫັນ

0