蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ຣັ່ງ​ກ່າວ​ວ່າ ການ​​ແກ້​ໄຂວິ​ກິດ​ການ​ຝ​ຣັ່ງ-ອາ​ເມ​ຣິ​ກາ​ຕ້ອງ​ການ​ເວ​ລາ

2021-09-24 14:52:45 CRI

ວັນ​ທີ 23 ກັນ​ຍາ​ນີ້, ທ່ານ​​ຊອງ ເລີ ດີ​ຢົງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຝ​ຣັ່ງ​ໄດ້​ພົບ​ປະ​ກັບ​ທ່ານ​ອັນ​ໂຕ​ນີ ບ​ລິນ​ເກນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ຢູ່​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ຝ​ຣັ່ງ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ນະ​ຄອນ​ນິວຢອກ. ທ່ານ​ຊອງ ເລີ ດີ​ຢົງ ​ກ່າວ​ວ່າ: ການ​​ແກ້​ໄຂວິ​ກິດ​ການ​ຝ​ຣັ່ງ-ອາ​ເມ​ຣິ​ກາ​ “ຕ້ອງ​ການ​ເວ​ລາ ແລະ ການ​ກະ​ທຳ​ຕົວ​ຈິງ”.

ໃບ​ຂ່າວ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ຣັ່ງ​ເຜີ​ຍ່​ແຜ່​ໄດ້​ລະ​ບຸ​ວ່າ: ທ່ານ​ຊອງ ເລີ ດີ​ຢົງ “ເຫັນ​ດີ” ​ສືບ​ຕໍ່ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ທີ່​ໃກ້​ຊິດ​ກັບ​ອາ​ເມ​ຣິ​ກາ ເພື່ອ “ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນຄືນ​ໃໝ່”, ແຕ່​ບໍ່​ໄດ້​ໃຫ້ລາຍ​ລະ​ອຽດກວ່າ​ນີ້.

ພາຍຫຼັງ​ເກີດ​ມີ​ວິ​ກິດ​ການ​​ເຮືອດຳ​ນ້ຳ​ເປັນ​ຕົ້ນ​ມາ, ທ່ານ​ຊອງ ເລີ ດີ​ຢົງ ເຄີຍ​​ສະ​ແດງ​ຄວາມ​ເຫັນ​ເຖິງ​ການ​ຕັດ​ສິນ​ໃຈຂອງ​ອົ​ສ​ຕ​ຣາ​ລີ​ວ່າ​ເປັນ “ການ​ຫັກຫຼັງ​ໝູ່”, ສ່ວນອາ​ເມ​ຣິ​ກາ​ພັດ​ “ຝືນ​ກັບ​ຄວາມ​ເປັນທຳ”. ນັບ​ແຕ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແຕ່​ຕົ້ນ​ອາ​ທິດແລ້ວ​ນີ້​ເປັນ​ຕົ້ນ​ມາ, ທ່ານ​ຊອງ ເລີ ດີ​ຢົງ ​ປະ​ຕິ​ເສດ​ບໍ່ພົບ​ປະ​ແບບ​ເຊິ່ງ​ໜ້າ​ກັບ​ທ່ານ​ອັນ​ໂຕ​ນີ ບ​ລິນ​ເກນ.

ຄຳ​ເຫັນ

0