黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທູດ​ພິ​ເສດ​ອາ​ເມ​ຣິ​ກາ​ໃນ​ບັນ​ຫາ​ໄຮ​ຕີ​ລາ​ອອກ​ຈາກ​ຕຳ​ແໜ່ງ ຫຼັງ​ຕຳ​ໜິ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່ຕັດ​ສິນ​ໃຈ​ສົ່ງຊາວ​ອົບ​ພະ​ຍົບ​ໄຮ​ຕີ​ກັບ​ຄືນ​ປະ​ເທດ

2021-09-24 17:26:34 CRI

ສື່ມວນຊົນອາເມຣິກາໄດ້ລາຍງານໃນວັນທີ 23 ກັນຍານີ້ວ່າ: ທ່ານດານິວ ຟຸດ ທູດພິເສດຂອງອາເມຣິກາກ່ຽວກັບບັນຫາໄຮຕີ ໄດ້ຕຳໜິລັດຖະບານອາເມຣິກາທີ່ສົ່ງຊາວອົບພະຍົບໄຮຕີກັບຄືນປະເທດ ໂດຍຖືວ່າເປັນການກະທຳທີ່ໄຮ້ມະນຸດສະທຳ ແລະ ໄດ້ຍື່ນໜັງສື ລາອອກຈາກຕຳແໜ່ງຕໍ່ທ່ານອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາແລ້ວ.

ທ່ານຟຸດ ໄດ້ລະບຸໃນໜັງສືຂໍລາອອກຈາກຕຳແໜ່ງວ່າ: ຕົນຈະລາອອກຈາກຕຳແໜ່ງໃນຖານະທູດພິເສດກ່ຽວກັບບັນຫາໄຮຕີທັນທີ, ຕົນບໍ່ຢາກມີສ່ວນກ່ຽວພັນຫຍັງກັບ “ຂໍ້ຕົກລົງທີ່ໄຮ້ມະນຸດສະທຳ ແລະ ເປັນຜົນລົບ” ໃນກໍລະນີທີ່ອາເມຣິກາຈະສົ່ງຊາວອົບພະຍົບລີ້ໄພ ແລະ ຊາວອົບພະຍົບຜິດກົດໝາຍຊາວໄຮຕີ ຫຼາຍພັນຄົນກັບຄືນໄຮຕີ. ທ່ານຟຸດ ຍັງກ່າວຕື່ມວ່າ: ນະໂຍບາຍທີ່ມີຕໍ່ໄຮຕີຂອງອາເມຣິກາມີຄວາມບົກຜ່ອງຢ່າງຮ້າຍແຮງ, ສ່ວນຂໍ້ສະເໜີຂອງຕົນພັດຖືກເບິ່ງຂ້າມ ແລະ ຕີກັບ.

ເນື່ອງຈາກເກີດແຜ່ນດິນໄຫວ, ຄວາມປັ່ນປ່ວນວຸ້ນວາຍ, ຄວາມທຸກຍາກ ແລະສາເຫດອື່ນໆ, ຄົນໄຮຕີຈຳນວນຫຼາຍໄດ້ເດີນທາງໄປເມືອງເດວ ຣີໂອ ທາງພາກຕາເວັນຕົກສຽງໃຕ້ຂອງລັດເທັກຊັສອາເມຣິກາໃນໄລຍະຜ່ານມາ ເພື່ອຂໍອະນຸຍາດເຂົ້າໄປລີ້ໄພຢູ່ອາເມຣິກາ. ແຕ່ວ່ານັບແຕ່ວັນທີ 19 ກັນຍາແລ້ວນີ້ເປັນຕົ້ນມາ, ອາເມຣິກາເລີ່ມຂັບໄລ່ຄົນໄຮຕີເຫຼົ່ານີ້ເປັນຈຳນວນຫຼວງຫຼາຍ.

ຄຳ​ເຫັນ

0