ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 23 ກັນຍານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມການພົບປະລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດສະມາຊິກຖາວອນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກັບເລຂາທິການໃຫຍ່ອົງການສະຫະປະຊາຊາດທາງວິດີໂອ.
ທ່ານຫວາງຢີ້ ກ່າວວ່າ: ໃນໂລກປັດຈຸບັນໄດ້ເຕັມໄປດ້ວຍຄວາມບໍ່ແນ່ນອນແລະຄວາມບໍ່ໝັ້ນທ່ຽງ. ປະຊາຄົມໂລກມີຄວາມຫວັງຢ່າງສູງຕໍ່ກັບ 5 ປະເທດສະມາຊິກຖາວອນສະພາຄວາມໝັ້ນຄົງ, ໂດຍສະເພາະແມ່ນຫວັງໃຫ້ 5 ປະເທດເພີ່ມທະວີຄວາມສາມັກຄີກັນແລະການປະສານສົມທົບກັນ, ເພີ່ມຄວາມໝັ້ນໃຈແລະຄວາມໝັ້ນຄົງໃຫ້ກັບໂລກ.
ທ່ານຫວາງຢີ້ ເຫັນວ່າ: 5 ປະເທດສະມາຊິກຖາວອນສະພາຄວາມໝັ້ນຄົງຄວນປະຕິບັດໜ້າທີ່ເພື່ອຮັກສາສັນຕິພາບໂລກ, ຄວນສຸມຄວາມພະຍາຍາມເພື່ອປະຕິບັດຕາມຫຼັກການລັດທິຫຼາຍຝ່າຍ, ຄວນຊຸກຍູ້ຄວາມສາມັກຄີເພື່ອຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ຄວນຊຸກຍູ້ການຮ່ວມມືສາກົນ.
ຝ່າຍຕ່າງໆຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາອັຟການີສະຖານ, ບັນຫານິວເຄຼຍອີຣານແລະບັນຫາການເພີ່ມທະວີການປະສານສົມທົບຂອງ 5 ປະເທດສະມາຊິກຖາວອນແລະບັນຫາອື່ນໆ.
ຄຳເຫັນ
0