ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 23 ກັນຍານີ້, ທ່ານລີເຕຊຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ເກົາຫລີໄດ້ປະກອບຄຳເຫັນໂດຍກ່າວວ່າ: ການສະເໜີໃຫ້ຜ່ານຮັບຮອງຄຳຖະແຫລງການສິ້ນສຸດສົງຄາມໃນປັດຈຸບັນຍັງໄວເກີນໄປ.
ທ່ານລີເຕຊຸງກ່າວວ່າ: ນັບແຕ່ປີນີ້ເປັນຕົ້ນມາ, ອາເມຣິກາໄດ້ອະນຸມັດການຂາຍອາວຸດຈຳນວນຫລວງຫລາຍໃຫ້ຍີ່ປຸ່ນ ແລະ ສ ເກົາຫລີ, ຍັງດຳເນີນການເຄື່ອນໄຫວດ້ານການທະຫານທີ່ແນໃສ່ ສປປ ເກົາຫລີເປັນຫລາຍຄັ້ງ, ຍັງໄດ້ຖ່າຍທອດເຕັກນິກດ້ານການກໍ່ສ້າງກຳປັ່ນນິວເຄຼຍໃຫ້ອົສຕາລີ. ເພື່ອສະຖຽນລະພາບຂອງແຫລມເກົາຫລີ, ໜ້າທີ່ຕົ້ນຕໍຂອງການຮັບປະກັນສັນຕິພາບກໍຄືໃຫ້ອາເມຣິກາຍົກເລີກສອງມາດຕະຖານ ແລະນະໂຍບາຍເປັນປໍລະປະກັນທີ່ມີຕໍ່ ສປປ ເກົາຫລີ. ບັນຫາທັງໝົດທີ່ເກີດຂຶ້ນຢູ່ແຫລມເກົາຫລີລ້ວນແຕ່ແມ່ນຍ້ອນອາເມຣິກາປະຕິບັດນະໂຍບາຍເປັນປໍລະປະກັນຕໍ່ ສປປ ເກົາຫລີ. ຖ້າວ່ານະໂຍບາຍເປັນປໍລະປະກັນຂອງອາເມຣິກາທີ່ມີຕໍ່ ສປປ ເກົາຫລີບໍ່ມີການປ່ຽນແປງ, ການປະກາດຄຳຖະແຫລງການສິ້ນສຸດສົງຄາມກໍຈະບໍ່ມີບົດບາດໃດໆ, ພຽງແຕ່ເຮັດໃຫ້ ສປປ ເກົາຫລີ ແລະ ສ ເກົາຫລີຕົກເຂົ້າໃນການແຂ່ງຂັນດ້ານການທະຫານທີ່ບໍ່ມີວັນສິ້ນສຸດລົງເທົ່ານັ້ນ, ສະນັ້ນ, ການປະກາດຄຳຖະແຫລງການສິ້ນສຸດສົງຄາມໃນແຫລມເກົາຫລີໃນປັດຈຸບັນຍັງໄວເກີນໄປ.
ຄຳເຫັນ
0