ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເມື່ອ 60 ປີກ່ອນ, ນັກສຶກສາພາກວິຊາພາສາລາວຊຸດທຳອິດຂອງ ສປ ຈີນໄດ້ເຂົ້າຮຽນຢູ່ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ. ປະຈຸບັນ, ຢູ່ປະເທດຈີນໄດ້ມີໂຮງຮຽນມະຫາວິທະຍາໄລຫຼາຍແຫ່ງໄດ້ມີພາກວິຊາພາສາລາວແລ້ວ, ນັກສຶກສາທີ່ຮຽນຈົບພາກວິຊາພາສາລາວໄດ້ໄປເຮັດວຽກຢູ່ຂົງເຂດຕ່າງໆ, ເພື່ອປະກອບສ່ວນເຂົ້າໃນການສ້າງມິດຕະພາບລະຫວ່າງສອງຊາດຈີນ-ລາວໃຫ້ເລິກເຊິ່ງກວ່າເກົ່າ.
ຫວ່າງກ່ອນນີ້ບໍ່ດົນ, ພະນັກງານພະແນກພາສາລາວຂອງສະຖານີວິທະຍຸໂທລະພາບສູນກາງຈີນ(CMG)ທີ່ຮຽນຈົບຈາກມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໄດ້ກັບຄືນໄປຢ້ຽມຢາມໂຮງຮຽນຂອງຕົນ, ຮ່ວມກັນຮ້ອງເພງທີ່ຊື່ວ່າ“ເພງນີ້ຂ້ອຍຂໍມອບໃຫ້ເຈົ້າ”ທີ່ແຕ່ງຂຶ້ນເອງເປັນສອງພາສາທັງພາສາຈີນແລະພາສາລາວ, ເພື່ອຊົມເຊີຍວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວຄົບຮອບ 60 ປີ ແລະປີມິດຕະພາບຈີນ-ລາວ, ທັງເປັນການອວຍພອນວັນສ້າງຕັ້ງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງຄົບຮອບ 80 ປີ ກໍ່ຄືອວຍພອນບັນດາຄູອາຈານໃນທົ່ວໂລກໃຫ້ມີຄວາມສຸກຄວາມມ່ວນຊື່ນໃນວັນຄູ.
ຄຳເຫັນ
0