ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 21 ຕຸລານີ້, ທ່ານປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ແຈ້ງຂ່າວຜ່ານທາງສື່ສັງຄົມອອນລາຍ, ໂດຍກ່າວວ່າ: ເພື່ອຟື້ນຟູຂະແໜງການທ່ອງທ່ຽວຂອງໄທ, ຊຸກຍູ້ເສດຖະກິດແຫ່ງຊາດໄທ, ນັບແຕ່ວັນທີ 1 ພະຈິກປີນີ້ເປັນຕົ້ນໄປ, ຈະອະນຸຍາດໃຫ້ປະຊາຊົນຂອງ 46 ປະເທດ ແລະແຂດແຄວ້ນເດີນທາງເຂົ້າປະເທດໄທໄດ້ໂດຍບໍ່ຕ້ອງກັກບໍລິເວນ, ໂດຍເພີ່ມຂຶ້ນຈາກ 10 ປະເທດ ແລະເຂດແຄວ້ນທີ່ໄດ້ປະກາດໃນກ່ອນໜ້ານີ້ເປັນ 46 ປະເທດ ແລະເຂດແຄວ້ນ. ແຕ່ມີເງື່ອນໄຂກໍຄື: ບຸກຄົນທີ່ເດີນທາງມາຈາກປະເທດທີ່ມີຄວາມສ່ຽງຕ່ຳໃນການແຜ່ລະບາດຂອງພະຍາດໂຄວິດ-19ຕ້ອງໄດ້ຮັບການຮັບຮອງຈາກໄທ, ຕ້ອງໄດ້ສັກວັກຊີນຮຽບຮ້ອຍ, ຕ້ອງມີໃບຢັ້ງຢືນຜົນການກວດໄວຣັດໂຄວິດ-19ເປັນລົບ, ເດີນທາງເຂົ້າສູ່ໄທດ້ວຍເຮືອບິນ, ຫລັງຈາກເຂົ້າສູ່ໄທແລ້ວຍັງຕ້ອງກວດຫາໄວຣັດໂຄວິດ-19 ອີກຄັ້ງໜຶ່ງ.
ຕາມບັນຊີລາຍຊື່ທີ່ກະຊວງການຕ່າງປະເທດໄທໄດ້ປະກາດໃນມື້ດຽວກັນ, ນັກທ່ອງທ່ຽວຈາກປະເທດ ແລະເຂດແຄວ້ນທີ່ໄດ້ຮັບການຍົກເລີກການກັກບໍລິເວນຊຸດທຳອິດລວມມີ: ຈີນ, ເຂດຮົງກົງ, ສິງກະໂປ, ຍີ່ປຸ່ນ, ສ ເກົາຫລີ, ມາເລເຊຍ, ກຳປູເຈຍ, ອັງກິດ, ອາເມຣິກາ, ການາດາ, ອົສຕຼາລີ, ຝຮັ່ງ, ເຢຍລະມັນ, ອີຕາລີ, ແອສປາຍ, ຊູແອັດ ແລະປະເທດອື່ນໆ.
ຄຳເຫັນ
0