蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ຈະ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ຊົ່ວ​ຄາວ​ຕາ​ລີ​ບັນ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ

2021-10-26 14:38:05 CRI

ຕອນ​ບ່າຍ​ວັນ​ທີ 25 ຕຸ​ລາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ມີ​ນັກ​ຂ່າວ​ຖາມ​ວ່າ: ທ່ານ​ວາງ​ຢີ້ ທີ່​ປຶ​ກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມ​ຢາມ​ກາ​ຕາ ແຕ່​ວັນ​ທີ 25 ຫາ 26 ຕຸ​ລາ​ນີ້ ແລະ ຈະ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ຊົ່ວ​ຄາວ​ຕ​າ​ລີ​ບັນ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ຢູ່​ນະ​ຄອນຫຼວງ​ໂດ​ຮາ. ຝ່າຍ​ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ວາງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ວ່າ: ກາ​ຕາ​ເປັນ​ປະ​ເທດ​ສຳ​ຄັນ​ຢູ່​ພາກ​ພື້ນ​ອ່າວ​ເປີ​ເຊຍ. ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ການ​ພົວ​ພັນ​ຈີນ​ແລະ​ກາ​ຕາ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງວ່ອງ​ໄວ ແລະ ກ້າວ​ສູ່​ລວງ​ເລິກ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ວາງ​ຢີ້​ໃນ​ຄັ້ງ​ນີ້ ຈະ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທ​ະ​ສາດ​ຈີນ-ກາ​ຕາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່.

ນັບ​ແຕ່​ເດືອນ​ສິງ​ຫາ​ປີ​ນີ້​ເປັນ​ຕົ້ນ​ມາ, ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ພົບ​ໂອ​ກາດ​ປະ​ຫວັດ​ສາດ​ແຫ່ງ​ການ​ກຳ​ອຳ​ນາດ​ແຫ່ງ​ຊາດ​, ໃນ​ຖາ​ນະ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ແລະ ຄູ່​ຮ່ວມ​ມື​ທີ່​ດີ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ, ຈີນ​ມີ​ຈຸດ​ຢືນ​​ມາ​ໂດຍ​ຕະຫຼອດ​ມາ​ວ່າ: ໃຫ້​ຜ່ານ​ຈາກ​ການ​ພົບ​ປະ ແລະ ສົນ​ທະ​ນາ​ກັນ ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ. ຈີນ​ແລະ​ລັດ​ຖະ​ບານ​ຊົ່​ວ​ຄາວ​ຕາ​ລີ​ບັນ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ຕົກ​ລົງ​ກັນ​ຈະ​ພົບ​ປະ​ກັນ​ຢູ່​ນະ​ຄອນຫຼວງ​ໂດ​ຮາ. ນີ້​ເປັນ​ການ​ສືບ​ທອດ​ການ​ໄປ​ມາ​ຫາ​ສູ່​ກັນ​ໃນ​ປະ​ຫວັດ​ສາດ ເຊັ່ນ: ການ​ພົບ​ປະ​ກັນ​ຢູ່​ນະ​ຄອນ​ທ່ຽນ​ສິນ​ຂອງ​ຈີນ​ໃນ​ເດືອນ​ກໍ​ລະ​ກົດ​ປີ​ນີ້ ແລະ ອື່ນໆ. ສອງ​ຝ່າຍ​ຈະ​ຖື​ໂອ​ກາດ​ນີ້, ​ລົງ​ເລິກແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ອັ​ຟ​ກາ​ນິ​ສະ​ຖານ ແລະ ຫົວ​ຂໍ້​ອື່ນໆ ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ.

ຄຳ​ເຫັນ

0