蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາຍການ​ແຂ່ງ​ຂັນສອງ​ລາຍ​ການ​ລະ​ດູ​ໜາວເໝືອນ​ດັ່ງ​ການ​ລ່າ​ເນື້ອ​ຢູ່​ທົ່ງ​ຫິ​ມະ

2021-11-30 16:02:13 CRI

ລາຍການ​ແຂ່ງ​ຂັນສອງ​ລາຍ​ການ​ລະ​ດູ​ໜາວເໝືອນ​ດັ່ງ​ການ​ລ່າ​ເນື້ອ​ຢູ່​ທົ່ງ​ຫິ​ມະ_fororder_dsafsagaergear

 

ລາຍການ​ແຂ່ງ​ຂັນສອງ​ລາຍ​ການ​ລະ​ດູ​ໜາວເໝືອນ​ດັ່ງ​ການ​ລ່າ​ເນື້ອ​ຢູ່​ທົ່ງ​ຫິ​ມະ_fororder_adfgaergegts

 

ລາຍການ​ແຂ່ງ​ຂັນສອງ​ລາຍ​ການ​ລະ​ດູ​ໜາວ​ໄດ້​ເກີດ​ຂຶ້ນ​ຢູ່​ແຫຼມສະ​ເກນ​ດີ​ນາ​ເວຍ, ແມ່ນຜັນ​ແປມາ​ຈາກ​​ການ​ແລ່ນສະ​ກີ​ລ່າ​ເນື້ອ​ໃນຫຼາຍ​ພັນ​ປີ​ກ່ອນ, ເປັນ​ລາຍ​ການ​ກິ​ລາ​ທີ່​ມີ​ທັງ​ການ​ແຂ່ງ​ຂັນ​ສະ​ກີ ແລະ​ການ​ຍິງ​ປືນ​ປະ​ສົມ​ກັນ. ປະ​ມານໃນ​​ສະ​ຕະ​ວັດ​ທີ 15, ລາຍ​ການ​ນີ້​ຍັງ​ໄດ້​ຖືກ​ບາງ​ປະ​ເທດຈັດ​ເຂົ້າ​ເປັນ​ລາຍ​ການ​ຝຶກ​​ຊ້ອມ​ການ​ທະ​ຫານ​.

ລາຍການ​ແຂ່ງ​ຂັນສອງ​ລາຍ​ການ​ລະ​ດູ​ໜາວເໝືອນ​ດັ່ງ​ການ​ລ່າ​ເນື້ອ​ຢູ່​ທົ່ງ​ຫິ​ມະ_fororder_asdgferhetgesg

 ການ​ແຂ່ງ​ຂັນສອງ​ລາຍ​ການ​ລະ​ດູ​ໜາວຂອງ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022 ຈະ​ຈັດ​ຂຶ້ນ​ຢູ່​ສະ​ໜ​າມ​ກິ​ລາ​ຈ່າງ​ເຈ່ຍ​ໂຂ ເຊິ່ງ​​ຈະແບ່ງ​ອອກ​ເປັນ 11 ລາຍ​ການ​ນ້ອຍ ແລະ​ຈະ​ມີຫຼຽນ​ຄຳ 11 ຫຼຽນ​ໃຫ້​ຊີງ.

ລາຍການ​ແຂ່ງ​ຂັນສອງ​ລາຍ​ການ​ລະ​ດູ​ໜາວເໝືອນ​ດັ່ງ​ການ​ລ່າ​ເນື້ອ​ຢູ່​ທົ່ງ​ຫິ​ມະ_fororder_asdgearhbsretfgs

ໃນ​ເວ​ລາ​​ແຂ່ງ​ຂັນ​ກັນ​, ນັກ​ກິ​ລາ​ຈະ​ນຸ່ງ​ຊຸດ​ສະ​ກີ, ພາຍ​​ປືນ​ຍາວ​​ປາກ​ເລົາ​ປືນຂະ​ໜາດ 5,6 ມ.ມ., ແລ່ນ​ສະ​ກີໄປ​ໄລ​ຍະ​ທາງ​ຕອນ​ໜຶ່ງແລ້ວ ​ຈະ​ຢຸດ​ເຊົາ ແລະ ​ຍິງ​ປືນ​ພາຍ​ໃນ​ຂອບ​ເຂດ​ທີ່​ກຳ​ນົດ​ໄວ້. ຜູ້​ທີ່​ໄປ​ຮອດ​ຈຸດ​ໝາຍ​ປາຍ​ທາງ​ກ່ອນ​ໝູ່ ຫຼື​ຜູ້​ທີ່​ໃຊ້​ເວ​ລາ​ສັ້ນທີ່​ສຸດ ​ກໍ​ຈະ​ເປັນ​ຜູ້ຊະ​ນະ​ເລີດ.

ລາຍການ​ແຂ່ງ​ຂັນສອງ​ລາຍ​ການ​ລະ​ດູ​ໜາວເໝືອນ​ດັ່ງ​ການ​ລ່າ​ເນື້ອ​ຢູ່​ທົ່ງ​ຫິ​ມະ_fororder_asgaergaeg

ລາຍການ​ແຂ່ງ​ຂັນສອງ​ລາຍ​ການ​ລະ​ດູ​ໜາວຖືກ​ເອີ້​ນ​ວ່າ​ເປັນ​ລາຍ​ການ​ປະ​ສົມ​ປະ​ສານ​ຢ່າງ​ສົມ​ບູນ​ແບບ​ລະ​ຫວ່າງ​ຄວາມ​ເຄື່ອນ​ແໜງ ແລະ​ຄວາມ​​ສະ​ຖິດ, ເໝືອນ​ດັ່ງ​ການ​ລ່າ​ເນື້ອ​ຢູ່​ທົ່ງ​ຫິ​ມະ ເຊິ່ງ​ເຮັດ​ໃຫ້​ພວກ​ເຮົາ​ສາ​ມາດ​ສຳ​ຜັດ​ກັບຄ​ວາມ​ໄວ ແລະ​ຄວາມ​ຕື່​ນ​ເຕັ້ນ ເພາະ​ວ່ານັກ​ກິ​ລາ​ບໍ່​ພຽງ​ແຕ່​ຕ້ອງ​ແລ່ນ​ສະ​ກີ​ດ້ວຍຄວາມ​ໄວ​ສູງ​ເທົ່າ​ນັ້ນ, ຍັງ​ຕ້ອງ​ຢຸດ​ສະ​ກີ ເພື່ອ​ຍິງ​ປືນດ້ວຍ​ຄວາມ​ໃຈ​ເຢັນອີກ​ດ້ວຍ.

ລາຍການ​ແຂ່ງ​ຂັນສອງ​ລາຍ​ການ​ລະ​ດູ​ໜາວເໝືອນ​ດັ່ງ​ການ​ລ່າ​ເນື້ອ​ຢູ່​ທົ່ງ​ຫິ​ມະ_fororder_asdgaergaergag

 

ຄຳ​ເຫັນ

0