何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ​ສ​ປ​ປ​ລາວຈະ​ຢ້ຽມ​ຢາມ ແລ​ະ​ເຮັດ​ວ​ຽກ​ຢູ່​ຈີນ​ຕາມ​ຄຳ​ເຊີນ

2021-12-01 13:05:13 CRI

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ​ສ​ປ​ປ​ລາວຈະ​ຢ້ຽມ​ຢາມ ແລ​ະ​ເຮັດ​ວ​ຽກ​ຢູ່​ຈີນ​ຕາມ​ຄຳ​ເຊີນ_fororder_微信图片_20211201130449

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ສະ​ຫາຍ​ຫວັງ​ອີ້ ທີ່​ປຶກ​ສາ​ແຫ່ງ​ລັດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ​ສ​ປ​ຈີນ, ສະ​ຫາຍ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ​ສ​ປ​ປ​ລາວ​ພ້ອມ​ດ້ວຍ​ຄະ​ນະ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່​ສ​ປ​ຈີນ​ຢ່າງ​ເປັນ​ທາງ​ການ, ໃນ​ລະ​ຫວ່າງວັນ​ທີ 2-4 ທັນ​ວາ​ປີ 2021. ການ​ຢ້ຽມ​ຢາມ​ດັ່ງ​ກ່າວ​ນີ້, ເພື່ອ​ເປັນ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ພົວ​ພັນ​ຮ່ວມ​ມື​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ ໝັ້ນ​ຄົງ ຍາວ​ນານ ຕາມ​ທິດ 4 ດີ ແລະ ການ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ, ຈີນ-ລາວ ລະ​ຫວ່າງ​ສອງ​ປະ​ເທດ ກໍ​ຄື​ຂອງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ແລະ ຈີນ, ທັງ​ເປນ​ການ​ສະ​ເຫຼີມ​ສະຫຼອງ​ຄົບ​ຮອບ 60 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລາວ-ຈີນ, ແລະ​ປີ​ມິດ​ຕະ​ພາບ​ລາວ-ຈີນ2021 ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ.

ຄຳ​ເຫັນ

0