何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ລາຍ​ງານ​ທີ່​ກ່ຽວ​ຂ້ອງ​ຂອງກອງ​ທັບ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ​ທີ່​ຢາກ​ປິດ​ລ້ອມ ແລະ​ສະ​ກັດ​ກັ້ນ​ປະ​ເທດ​ຈີນ

2021-12-01 14:04:46 CRI

ບົດ​ລາຍ​ງານ​ທີ່​ກ່ຽວ​ຂ້ອງ​ຂອງກອງ​ທັບ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ​ທີ່​ຢາກ​ປິດ​ລ້ອມ ແລະ​ສະ​ກັດ​ກັ້ນ​ປະ​ເທດ​ຈີນ_fororder_W020211130693003836862

ຕາມ​ຂ່າວ​ແຈ້ງວ່າ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ກະ​ຊວງ​ປ້​ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ໂດຍ​ກ່າວ​ວ່າ ອາ​ເມ​ຣິ​ກາ​ມີ​ແຜນ​ຈະ​ເສີມ​ສ້າງ​ຖານ​ທັບ​ຂອງ​ອາ​ເມ​ຣິ​ກາ​ປະ​ຈຳ​ເກາະ​ກວມ ແລະ ອົ​ສ​ຕຼາ​ລີ ເພື່ອ​ປ້ອງ​ກັນ​ປະ​ເທດ​ຈີນ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພະ​ຈິກ​ແລ້ວ​ນີ້​ວ່າ, ບົດ​ລາຍ​ງານ​ທີ່​ກ່ຽວ​ຂ້ອງ​ຂອງກອງ​ທັບ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງທີ່​ອາ​ເມ​ຣິ​ກາ​ຢາກ​ຂະ​ຫຍາຍ​ອິດ​ທິ​ພົນທາງ​ການ​ທະ​ຫານ​ຢູ່​ພາກ​ພື້ນອິນ​ໂດ​ປາ​ຊີ​ຟິກ, ເພື່ອ​ປິດ​ລ້ອມ​ສະ​ກັດ​ກັ້ນ​ປະ​ເທດ​ຈີນ​ຢ່າງ​ສຸດ​ຄວາມ​ສາ​ມາດ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ, ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ຣິ​ກາ​ຈັດ​ເອົາ​ຖ້ອຍ​ຄຳ​ທີ່ວ່າ “ຈີນ​ເປັນ​ໄພ​ຂົ່​ມ​ຂູ່” ເປັນ​ຂໍ້​ອ້າງ​ໃນ​ການ​ເພີ່ມ​ຄ່າ​ໃຊ້​ຈ່າຍ​ທາງ​ການ​ທະ​ຫານ, ​ຂະ​ຫຍາຍ​ອິດ​ທິ​ພົນ​ທາງ​ການ​ທະ​ຫານ, ແລະ ຮັກ​ສາ​ຖາ​ນະ​ເຈົ້າ​ອຳ​ນາດ​ທາງ​ການ​ທະ​ຫານ. ອາ​ເມ​ຣິ​ກາ​ຄວນ​ປະ​ຖິມ​ແນວ​ຄິດສົງ​ຄາມ​ເຢັນ​ທີ່​ສ້າງ​ສັດ​ຕູ​ໃນ​ຮູບ​ແບບ​ຈຳ​ລອງ, ຢຸດ​ຕິ​ຖ້ອຍ​ຄຳ ແລະ ການ​ກະ​ທຳ​ທີ່​ເປັນ​ໄພ​ຂົ່ມ​ຂູ່​​ຕໍ່ສັນ​ຕິ​ພາບ ແລະ ຄວາມ​ໝັ້​ນ​ຄົງ​ຂອ​ງ​ສາ​ກົນ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ຕື່ມ​ວ່າ “ຈີນ​ພັດ​ທະ​ນາ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ​ຂອງ​ຕົນ, ​ກໍ​ແມ່ນ​ຄວາມ​ຈຳ​ເປັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ຄວາມ​ໝັ້ນ​ຄົງ ແລະ ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຕົນ, ທັງ​ແມ່ນ​ຄວາມ​ຈຳ​ເປັນ​ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ສາ​ກົນ ກໍ​ຄື​ຂອງ​ພາກ​ພື້ນ. ນີ້​ມີ​ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ທາດ​ແທ້​ກັບ​ອາ​ເມ​ຣິ​ກາ​ທີ່ອວດ​ອ້າງ​ກຳ​ລັງ​ອາ​ວຸດ​ຢ່າງ​ບັງ​ອາດ​ໃນ​ທົ່ວ​ໂລກ, ສະ​ແຫວງ​ຫາ​ຖາ​ນະ​ເຈົ້າ​ອຳ​ນາດ ຂົ່ມ​ເຫັງ ແລະ​ບັງ​ຄັບ​ປະ​ເທດ​ອື່ນ, ທຳ​ລາຍ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.”

ຄຳ​ເຫັນ

0