ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 1 ທັນວານີ້, ກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫລງການຜ່ານທາງເວັບໄຊທາງການໂດຍລະບຸວ່າ: ຣັດເຊຍຮຽກຮ້ອງໃຫ້ຄູ່ຮ່ວມມືຕ່າງປະເທດທັງໝົດຢ່າສູ່ຂີດເສັ້ນແບ່ງ“ປະຊາທິປະໄຕ” ຕາມອາເມຣິກາ, ຫາກແຕ່ຄວຮກັບຄືນສູ່ການຈັດຕັ້ງປະຕິບັດຕາມຫລັກການກົດໝາຍສາກົນ, ຮັບຮອງຄວາມສະເໜີພາບດ້ານອະທິປະໄຕແຫ່ງຊາດທີ່ກົດບັດອົງການສະຫະປະຊາຊາດກຳນົດໄວ້ໃນການເຄື່ອນໄຫວຕ່າງໆ.
ຖະແຫລງການຍັງໄດ້ລະບຸຕື່ມວ່າ: ຄຳເວົ້າກ່ຽວກັບ “ປະຊາທິປະໄຕ”ຂອງອາເມຣິກາບໍ່ພຽງແຕ່ຕັດແຍກອອກຈາກຄວາມເປັນຈິງເທົ່ານັ້ນ, ຍັງເປັນຄວາມເວົ້າຈອມປອມອີກດ້ວຍ. ກະຊວງການຕ່າງປະເທດຣັດເຊຍຮຽກຮ້ອງໃຫ້ອາເມຣິກາຄວນແກ້ໄຂບັນຫາພາຍໃນຂອງຕົນກ່ອນຈະເຜີຍແຜ່ແນວຄິດ“ປະຊາທິປະໄຕ”ຂອງຕົນ, ແກ້ໄຂຄວາມຂັດແຍ່ງດ້ານຄຸນນະທຳ ແລະຄ່ານິຍົມທີ່ຜິດພາດພາຍໃນສັງຄົມຂອງຕົນທີ່ໜັກໜ່ວງກວ່າເກົ່າ.
ຄຳເຫັນ
0