刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງກ່າວວ່າ: ຈີນມີຄວາມໝັ້ນໃຈທີ່ສາມາດຈັດງານມະຫາກຳກິລາໂອລິມປິກທີ່ກະທັດຮັດ ປອດໄພ ແລະໜ້າປະທັບໃຈໃຫ້ກັບໂລກ

2022-01-17 22:04:15 cri

ວັນທີ 17 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດໂລກປີ 2022ຜ່ານທາງວີດີໂອຢູ່ທີ່ນະຄອນຫຼວງປັກກິ່ງ, ພ້ອມທັງໄດ້ກ່າວຄຳປາໄສທີ່ມີຫົວຂໍ້ວ່າ “ຮັກສາຄວາມໝັ້ນໃຈຢ່າງໜັກແໜ້ນ ກ້າວເດີນໄປຂ້າງໜ້າຢ່າງກ້າຫານ, ຮ່ວມກັນສ້າງໂລກທີ່ດີງາມໃນຍຸກຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19”.

 

ທ່ານສີຈິ້ນຜິງຊີ້ອອກວ່າ: ເມືອງດາວອສແມ່ນສະຖານທີ່ຂັ້ນສຸດຍອດສຳລັບກິລາຫິມະ ແລະນ້ຳກ້ອນຂອງໂລກ. ງານກິລາໂອລິມປິກລະດູໜາວ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງໃກ້ຈະຈັດຂຶ້ນແລ້ວ. ຈີນມີຄວາມໝັ້ນໃຈທີ່ສາມາດຈັດງານມະຫາກຳກິລາໂອລິມປິກທີ່ກະທັດຮັດ ປອດໄພ ແລະໜ້າປະທັບໃຈໃຫ້ກັບໂລກ. ຄຳຂວັນຂອງ ງານກິລາໂອລິມປິກລະດູໜາວ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງແມ່ນ “ກ້າວໄປສູ່ອະນາຄົດຮ່ວມກັນ”. ຂໍໃຫ້ພວກເຮົາຈົ່ງເກາະແຂນກັນ, ເຕັມປ່ຽມໄປດ້ວຍຄວາມໝັ້ນໃຈ, ກ້າວໄປສູ່ອະນາຄົດຮ່ວມກັນ!”

ຄຳ​ເຫັນ

0