覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີແສງແຫ່ງຍຸກ: ເສດຖະກິດດິຈີຕອນ

2022-01-20 10:36:09 cri


 

ໃນຊຸມປີຜ່ານມານີ້, ເສດຖະກິດດິຈີຕອນເປັນຄຳສັບທີ່ເຄີຍໄດ້ຍິນກັນມາຫຼາຍ ສົມຄວນໃນສັງຄົມຈີນ, ລັດຖະບານຈີນໄດ້ກຳນົດໃຫ້ເລັ່ງພັດທະນາເສດຖະກິດ ດິຈີຕອນ ພ້ອມທັງໄດ້ພິມແລະແຈກຢາຍເອກະສານທີ່່ກ່ຽວຂ້ອງ, ບາງທ້ອງຖິ່ນ ຈົນໄດ້ສ້າງຕັ້ງຂະແໜງເສດຖະກິດດິຈີຕອນສະເພາະເພື່ອຊຸກຍູ້ການພັດທະນາ ວຽກງານດ້ານນີ້.
 

   ວາລະສານ “ສິວຊື້” ສະບັບວັນທີ 16 ມັງກອນປີ 2021 ໄດ້ລົງພິມບົດ ຄວາມສຳຄັນຂອງທ່ານສີຈິ້ິນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ກອມມູນິດຈີນ ທີ່ພາດຫົວຂໍ້ວ່າ “ພັດທະນາເສດຖະກິດດິຈີຕອນຂອງປະເທດຈີນ ໃຫ້ເຂັ້ມແຂງ,ມີຄຸນນະພາບແລະເຕີບໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ”. ເຊິ່ງບົດຄວາມໄດ້ ເນັ້ນໜັກວ່າ: ຕ້ອງຊຸກຍູ້ເຕັກນິກດິຈີຕອນແລະເສດຖະກິດຮູບປະທຳໃຫ້ເຊື່ອມ ໂຍງເຂົ້າກັນຢ່າງເລິກເຊິ່ງ, ເສີມສ້າງອຸດສາຫະກຳດັ້ງເດີມເພື່ອຫັນປ່ຽນ ແລະຍົກ ລະດັບໃຫ້ສູງຂຶ້ນ, ກະຕຸກຊຸກຍູ້ໃຫ້ອຸດສາຫະກຳໃໝ່, ຮູບແບບອຸດສາຫະກຳໃໝ່ ແລະຮູບແບບທຸລະກິດໃໝ່ເກີດຂຶ້ນ, ພັດທະນາເສດຖະກິດດິຈີຕອນຂອງ ປະເທດຈີນ ໃຫ້ເຂັ້ມແຂງ,ມີຄຸນນະພາບແລະເຕີບໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ.
 

ສີແສງແຫ່ງຍຸກ: ເສດຖະກິດດິຈີຕອນ_fororder_数字经济1

 

ໃນຊຸມປີຜ່ານມານີ້, ເຕັກນິກດ້ານຕ່າງໆເຊັ່ນ: ອິນເຕີເນັດ, ບິກດາຕາ (big data),ຄລາວຄອມພິວຕີງ(cloud computing), ປັນຍາປະດິດ(AI), ບຼອກແຊນ
(Blockchain)ແລະອື່ນໆໄດ້ເລັ່ງປະດິດສ້າງໃໝ່ໄວຂຶ້ນ ແລະນັບມື້ນັບເຊື່ອມ ໂຍງເຂົ້າໃນທຸກຂົງເຂດແລະທຸກຂັ້ນຕອນຂອງການພັດທະນາເສດຖະກິດສັງຄົມ, ບັນດາປະເທດໄດ້ແຂ່ງຂັນກັນສ້າງຍຸດທະສາດພັດທະນາເສດຖະກິດດິຈີຕອນ, ວາງນະໂຍບາຍສົ່ງເສີມ, ເສດຖະກິດດິຈີຕອນໄດ້ພັດທະນາຢ່າງວ່ອງໄວ, ກວມ ເຖິງຂອບເຂດກວ້າງຂວາງ ແລະສົ່ງຜົນສະທ້ອນຢ່າງເລິກເຊິ່ງແບບບໍ່ເຄີຍມີມາ ກ່ອນ, ແລະພວມກາຍເປັນກຳລັງສຳຄັນທີ່ເປັນຂໍກຸນແຈໃນການສັບຊ້ອນຊັບພະ ຍາກອນປັດໄຈດ້ານຕ່າງໆໃນທົ່ວໂລກຄືນໃໝ່, ປັບປຸງໂຄງປະກອບເສດຖະກິດ ໂລກຄືນໃໝ່ ແລະປ່ຽນແປງສະພາບການແຂ່ງຂັນໃນທົ່ວໂລກ.
 

ຕະຫຼອດໄລຍະຜ່ານມາ, ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ການ ພັດທະນາເຕັກນິກດິຈີຕອນແລະເສດຖະກິດດິຈີຕອນ. ປີ 2000, ໄລຍະທີ່ີທ່ານ ສີຈິິ້ນຜິງເຮັດວຽກເປັນການນຳ ຢູ່ແຂວງຟູຈ້ຽນ, ທ່ານໄດ້ສະເໜີຍຸດທະສາດ ການສ້າງ “ຟູຈ້ຽນດິຈີຕອນ”, ປີ 2003, ໄລຍະທີ່ເຮັດວຽກເປັນການນຳຢູ່ແຂວງ ເຈີ້ຈ່ຽງ, ທ່ານໄດ້ສະເໜີຍຸດທະ ສາດ “ເຈີ້ຈ່ຽງດິຈີຕອນ” ອີກ. ນັບແຕ່ກອງປະ ຊຸມໃຫຍ່ຄັ້ງທີ 18 ຂອງພັກກອມ ມູນິດຈີນເປັນຕົ້ນມາ, ທ່ານສີຈິ້ນຜິງ ໄດ້ກ່າວ ເນັ້ນຫຼາຍຄັ້ງວ່າຕ້ອງພັດທະນາເສດ ຖະກິດດິຈີຕອນ, ສູນກາງພັກກໍໄດ້ກຳນົດ ເອົາການພັດທະນາ “ເສດຖະກິດດິຈີ ຕອນ” ໃຫ້ເປັນຍຸດທະສາດແຫ່ງຊາດ.
 

ຄັນຊັ້ນ, ເສດຖະກິດດິຈີຕອນແມ່ນຫຍັງ?  ຄວາມໝາຍຂອງເສດຖະກິດດິ ຈີຕອນແມ່ນກວ້າງຂວາງສົມຄວນ, ຂໍພຽງແຕ່ເປັນຮູບແບບເສດຖະກິດທີ່ນຳ ໃຊ້ຂໍ້ມູນໂດຍກົງຫຼືທາງອ້ອມເພື່ອນຳພາໃຫ້ຊັບພະຍາກອນເສີມຂະຫຍາຍບົດບາດ, ຊຸກຍູ້ການພັດທະນາກຳລັງການຜະລິດນັ້ນລ້ວນແລ້ວແຕ່ສາມາດຖືກຈັດເຂົ້າເປັນເສດຖະກິດດິຈີຕອນໄດ້. ເວົ້າໃນດ້ານເຕັກນິກແລ້ວ, ແມ່ນກວມເຖິງເຕັກນິກໃໝ່ ຕ່າງໆເຊັ່ນ:  ບິກດາຕາ,  ຄລາວຄອມພິວຕີງ, ອິນເຕີເນັດຂອງສິ່ງຕ່າງໆ(IoT),ປັນຍາປະດິດ, ການສື່ສານເຄືອຂ່າຍ5G ແລະອື່ນໆ.
 

ສີແສງແຫ່ງຍຸກ: ເສດຖະກິດດິຈີຕອນ_fororder_数字经济2

 

ຂໍຍົກຕົວຢ່າງງ່າຍໆອັນໜຶ່ງ, ເມື່ອເຮົາບໍ່ຢາກແຕ່ງກິນ ແຕ່ກໍບໍ່ຢາກໄປກິນ ເຂົ້າຢູ່ນອກ, ເຮົາກໍສາມາດເປີດAPPມືຖືສັ່ງອາຫານໄດ້,ເຊັ່ນວ່າ ຢູ່ລາວມີAPPຄື  M FOOD、FOOD panda, ເມື່ອເຮົາເລືອກອາຫານແລ້ວສັ່ງຊື້ ແລະຈ່າຍເງິນຜ່ານ APPເຫຼົ່ານີ້ແລ້ວ, ຜູ້ສົ່ງອາຫານເຖິງທີ່ກໍຈະມາ ສົ່ງອາ ຫານຮອດເຮືອນເລີຍ. ການເຄື່ອນໄຫວແບບນີ້ິຂອງພວກເຮົາກໍຖືວ່າເປັນເສດຖະ ກິດດິຈີຕອນ.
 

ໃນຊຸມປີຜ່ານມານີ້, ເສດຖະກິດດິຈີຕອນຂອງຈີນກຳລັງພັດທະນາຢ່າງ ວ່ອງໄວ. ອີງຕາມຕົວເລກສະແດງໃຫ້ເຫັນວ່າ: ປີ2020, ຂະໜາດເສດ ຖະກິດດິຈີຕອນຂອງຈີນໄດ້ບັນລຸເຖິງ 39.200 ຕື້ຢວນ, ກວມ GDP ເຖິງ 38,6%. ນັບມາຮອດເດືອນມິຖຸນາປີ 2021,ຈີນມີຜູ້ໃຊ້ອິນເຕີເນັດລວມທັງໝົດ 1 ຕື້ 11 ລ້ານຄົນ,ປັດຈຸບັນ, ສະຖານີຮັບສົ່ງສັນຍານ 5G ໄດ້ມີເຖິງ 1.159.000 ແຫ່ງ,ຈຳນວນຜູ້ຊົມໃຊ້ຂໍ້ມູນຜ່ານລະບົບ 5G ບັນລຸເຖິງ 450 ລ້ານເລກໝາຍ.
 

ຮູບແບບ “ດິຈີຕອນ”ແບບນີ້ໄດ້ປ່ຽນແປງຮູບການຜະລິດແລະວິຖີຊີວິດ ຂອງປະຊາຊົນຈີນຢ່າງເລິກເຊິ່ງ, ຕົວຢ່າງເຊັ່ນ: ໃນໂຮງງານຜະລິດ, ຫຸ່ນຍົນ ອຸດສາຫະກຳໄດ້ຈັບເຄື່ອງຂອງຢ່າງຖືກຕ້ອງແມ່ນຢ້ຳ, ຢູ່ທ່າກຳປັ່ນ,ບໍ່ແຮ່, ລົດທີ່ ບໍ່ມີຄົນຂັບໄດ້ເຮັດວຽກຢ່າງປອດໄພແລະເປັນລະບຽບ, ໃນຊີວິດປະຈຳວັນ, ຄົນ ທັງຫຼາຍສາມາດໃຊ້ໂທລະສັບມືຖືຈ່າຍເງິນ, ອ່ານຂ່າວ,ຫຼິ້ນເກມ,ໃຊ້ລົດຖີບສາ ທາລະນະ(Bicycle-sharing) ແລະອື່ນໆ, ໂດຍສະເພາະແມ່ນການພັດທະ ນາດ້ານການຄ້າເອເລັກໂຕຣນິກຂ້າມຊາດໄດ້ ເຮັດໃຫ້ທຸກຄົນຢູ່ໃນເຮືອນກໍສາ ມາດຊື້້ສິນຄ້າໄດ້ຈາກແຫ່ງຕ່າງໆໃນທົ່ວໂລກ, ຖືວ່າປະຢັດໄດ້ທັງເວລາແລະ ເງິນຢ່າງແທ້ຈິງ.
 

ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງໃຫ້ກັບການພັດທະນາເສດຖະກິດ, ການດຳລົງຊີວິດປະຈຳວັນ, ການ ເຮັດວຽກ, ການຮຽນແລະອື່ນໆ. ພາຍໃຕ້ສະພາບການແບບນີ້, ການບໍລິການດິຈິ ຕອນຕ່າງໆເຊັ່ນ: ການປິ່ນປົວທາງໄກ, ການສຶກສາແບບອ໋ອນລາຍ, ແພຼັດ ຟອມຮ່ວມກັນຊົມໃຊ້ຂໍ້ມູນ, ລະບົບເຮັດວຽກແບບອ໋ອນລາຍ, ການຄ້າເອເລັກ ໂຕຣນິກຂ້າມຊາດ ແລະອື່ນໆແມ່ນໄດ້ຖືກນຳໃຊ້ຢ່າງກວ້າງຂວາງ, ເຊິ່ງໄດ້ ສ້າງຄວາມສະດວກຢ່າງຫຼວງຫຼາຍໃຫ້ແກ່ການເຮັດວຽກແລະການດຳລົງຊີວິດປະຈຳວັນ ພ້ອມທັງໄດ້ເສີມຂະຫຍາຍບົດບາດສຳຄັນໃນການຊຸກຍູ້ໃຫ້ເສດຖະກິດ ຂອງບັນດາປະເທດມີຄວາມໝັ້ນຄົງ,ຊຸກຍູ້ການຮ່ວມມືສາກົນເພື່ອຕ້ານກັບພະ ຍາດໂຄວິດ-19.
 

ເສດຖະກິດດິຈີຕອນແມ່ນຕິດພັນກັບພາກສ່ວນລວມຂອງການພັດທະນາປະ ເທດຊາດ. ຊັບພະຍາກອນຂໍ້ມູນອັນມະຫາສານ, ລະບົບອຸດສາຫະກຳອັນຄົບ ຖ້ວນສົມບູນ, ສະພາບການນຳໃຊ້ເຕັກນິກດິຈີຕອນເປັນຈຳນວນຫຼວງຫຼາຍ... ທັງໝົດເຫຼົ່ານີ້ລ້ວນແຕ່ເປັນທ່າແຮງພິເສດໃນການພັດທະນາເສດຖະກິດດິຈີຕອນ.
 

ແຕ່ວ່າໃນຂະນະດຽວກັນ, ພວກເຮົາກໍຄວນເຫັນແຈ້ງວ່າ: ເສດຖະກິດດິຈີ ຕອນໃນຂະນະທີ່ພັດທະນາໄປຢ່າງວ່ອງໄວນັ້ນກໍປາກົດມີທ່າອ່ຽງທີ່ຫຍໍ້ທໍ້ ແລະບໍ່ ເປັນລະບຽບແບບແຜນຈຳນວນໜຶ່ງ. ສະນັ້ນ, ຄວນແກ້ໄຂບັນຫາການຕິດຕາມ ຄຸ້ມຄອງການພັດທະນາເສດຖະກິດດິຈີຕອນແນວໃດ? ຄວນປົກປ້ອງສິດຜົນປະ ໂຫຍດແລະຄວາມປອດໄພດ້ານຂໍ້ມູນຂ່າວສານຂອງຜູ້ຊົມໃຊ້ໃຫ້ດີກວ່າເກົ່າໄດ້ແນວໃດ ແລະອື່ນໆ ລ້ວນແຕ່ຈະຕ້ອງໄດ້ຄົ້ນຄວ້າແລະປັບປຸງໃຫ້ສົມບູນຂຶ້ນຕື່ມອີກ ແລະສ້າງຕັ້ງລະບຽບການຄຸ້ມຄອງທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາຮູບແບບອຸດສາຫະກຳໃໝ່.
 

ຈີນໄດ້ກຳນົດຢ່າງຈະແຈ້ງແລ້ວວ່າ ຈະປັບປຸງການພັດທະນາເສດຖະກິດດິຈີ ຕອນໃຫ້ເປັນລະບຽບແບບແຜນ, ຍຶດໝັ້ນການອອກແຮງຊຸກຍູ້ການພັດທະ ນາເສດຖະກິດດິຈີຕອນໄປຄຽງຄູ່ກັບການຕິດຕາມກວດກາແລະປັບປຸງໃຫ້ເປັນລະບຽບແບບແຜນ. ໃນຊຸມປີຜ່ານມານີ້, ກະຊວງອຸດສາຫະກຳແລະເຕັກໂນໂລຊີ ຂໍ້ມູນຂ່າວສານຈີນໄດ້ເຜີຍແຜ່ເອກະສານລັກສະນະລະບຽບການເກືອບ 20 ສະ ບັບ, ໄດ້ປະກາດໃຊ້ມາດຕະຖານຄວາມປອດໄພຂອງເຄືອຂ່າຍອິນເຕີເນັດ ແລະ ຂໍ້ມູນຂ່າວສານ 300 ກວ່າປະການ, ໄດ້ປັບປຸງຄວາມສາມາດໃນການປ້ອງກັນ ຄວາມປອດໄພຂອງພື້ນຖານໂຄງລ່າງເຄືອຂ່າຍອິນເຕີເນັດໃຫ້ສູງຂຶ້ນຢ່າງບໍ່ຢຸດ ຢັ້ງ. ຜ່ານຈາກການປັບປຸງມາດຕະການທີ່ກ່ຽວຂ້ອງໃຫ້ສົມບູນຂຶ້ນ, ແກ້ໄຂຂໍ້ບົກ ຜ່ອງແລະຈຸດອ່ອນຢ່າງທັນການ,ເພື່ອເຮັດໃຫ້ເສດຖະກິດດິຈີຕອນພັດທະນາຢ່າງ ຍາວນານໃຫ້ດີກວ່າເກົ່າ, ອຳນວຍການບໍລິການສາທາລະນະທີ່ມີອັດສະລີຍະ ຫຼາຍກວ່າເກົ່າ,ວ່ອງໄວສະດວກກວ່າເກົ່າແລະປອດໄພກວ່າເກົ່າໃຫ້ແກ່ປະຊາຊົນ.

 

 

 

‍‍

 

ຄຳ​ເຫັນ

0