ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 18 ມັງກອນນີ້, ພິທີເຊັນສັນຍາການຮ່ວມມືໂຄງການສາງແຊ່ເຢັນວັກຊິນທີ່ບໍລິສັດຊີໂນແວກຈີນຊ່ວຍເຫຼືອແກ່ບໍລິສັດຜະລິດຕະພັນຊີວະພາບແລະວັກຊິນເອຢິບ ໄດ້ຈັດຂຶ້ນທາງອອນລາຍແລະອັອຟລາຍພ້ອມກັນ.
ອີງຕາມສັນຍາສະບັບນີ້, ບໍລິສັດຊີໂນແວກມີແຜນຈະສ້າງສາງແຊ່ເຢັນແບບອັດຕະໂນມັດໜຶ່ງແຫ່ງ ທີ່ສາມາດສະສົມວັກຊິນໄດ້ເຖິງ 150 ລ້ານຫຼອດຢູ່ເອຢິບ. ພາຍຫຼັງສ້າງສຳເລັດແລ້ວ, ຈະກາຍເປັນສູນເກັບຮັກສາວັກຊິນທີ່ໃຫຍ່ທີ່ສຸດຢູ່ເອຢິບ ກໍຄືຢູ່ທະວີບອາຟຣິກາ.
ທ່ານລ້ຽວລີ້ຊຽງ ເອກອັກຄະລັດຖະທູດຈີນປະຈຳເອຢິບໄດ້ເຂົ້າຮ່ວມພິທີເຊັນສັນຍາ ແລະ ປະກາດວ່າ: ຈີນຈະໃຫ້ການຊ່ວຍເຫຼືອວັກຊິນອີກງວດໜຶ່ງໃຫ້ແກ່ເອຢິບ, ທ່ານຈາຟາ ວ່າທີ່ລັດຖະມົນຕີກະຊວງສາທາລະນະສຸກແລະປະຊາກອນເອຢິບໄດ້ຕາງໜ້າໃຫ້ຝ່າຍເອຢິບສະແດງຄວາມຂອບໃຈປະເທດຈີນທີ່ໄດ້ໃຫ້ການສະໜັບສະໜູນໃນການຕ້ານກັບການແຜ່ລະບາດຂອງພະຍາດແກ່ເອຢິບຢ່າງຕໍ່ເນື່ອງ. ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບການເພີ່ມທະວີການຮ່ວມມືດ້ານວັກຊິນ ແລະ ບັນຫາອື່ນໆ.
ຄຳເຫັນ
0