秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຊື້ອກາຍພັນໂອມິຄຣອນ BA.2 ເຮັດໃຫ້ກໍລະນີຕິດເຊື້ອພະຍາດໂຄວິດ-19 ຢູ່ອາເມຣິກາເພີ່ມຂຶ້ນ

2022-03-20 11:55:17 cri

ອີງຕາມ​ຂໍ້​ມູນ​ສະ​ຖິ​ຕິ​ທີ່​ເປີດ​ເຜີຍ​ໂດ​ຍ​ສູນ​ປ້ອງ​ກັນ ແລະ​ຄວບ​ຄຸມ​ພະ​ຍາດ​ອາ​ເມ​ຣິ​ກາ​ໃນ​ວັນ​ທີ 18 ມີ​ນາ​ນີ້: ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ໂຄວິ​ດ-19 ທີ່​ກ່ຽວ​ພັນ​ກັບ​ເຊື້ອ​ກາຍ​ພັ​ນ​ໂອ​ມິ​ຄ​ຣອນ BA.2 ຢູ່​ອາ​ເມ​ຣິ​ກາ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ອັດ​ຕາ​ການ​ຕິດ​ແປດເຊື້​ອ​ກາຍ​ພັນ​ດັ່ງ​ກ່າວ​ຢູ່​ອາ​ເມ​ຣິ​ກາ ໄດ້​ເພີ່ມ​ຂຶ້ນ​ໜຶ່ງ​ເທົ່າ​ໃນ​ອາ​ທິດ​ຜ່ານ​ມາ. ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ, ກໍ​ລະ​ນີ​ຕິດ​ເຊື້ອ​ກາຍ​ພັນ​ດັ່ງ​ກ່າວ​ໄດ້​ກວມ​ເອົາ 25% ຂອງ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ທັງ​ໝົດ.

ອົງ​ການ​ອະ​ນາ​ໄມ​ໂລກ​ເຄີຍ​ໄດ້​ຊີ້​ອອກວ່າ: ຜົນ​ການ​ຄົ້ນ​ຄວ້າ​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ເຊື້ອ​ກາຍ​ພັ​ນ​ໂອ​ມິ​ຄ​ຣອນ BA.2 ສາ​ມາດ​ແຜ່​ລະ​ບາດ​ງ່າຍກ​ວ່າ​ເຊື້ອ​ໂຄວິ​ດ-19 ສາຍ​ພັນ​ອື່ນ. ແຕ່​ວ່າ, ດ​ຣ. ອາ​ຊີ​ສ ຈາ​ຮາ, ຜູ້​ປະ​ສານ​ງານວຽກ​ງານ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິ​ດ-19 ຂອງ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ທີ່​ຈະ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ໃນ​ໄວໆ​ນີ້​ກ່າວ​ວ່າ: ເນື່ອງ​ຈາກວ່າ​ຊາວ​ອາ​ເມ​ຣິ​ກາ​ສ່​ວ​ນຫຼາຍ​ໄດ້​ສັກ​ວັກ​ຊີນ​ໂຄວິ​ດ-19 ແລະ​​ສັກວັກ​ຊີ​ນເຂັ​ມ​ທີ 3 ແລ້ວ, ​ຄາດ​ວ່າ​ເຊື້ອ​ກາຍ​ພັ​ນ​ໂອ​ມິ​ຄ​ຣອນ BA.2 ຈະ​ບໍ່​ສາ​ມາດ​ເຮັດ​ໃຫ້​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ​ອີກ​ຄັ້ງ​ໃໝ່.

ຄຳ​ເຫັນ

0