ວິທີເຮັ​ດ​ໃຫ້​ຜິວ​ຂາວ​​ແລະ​ງາມ

(GMT+08:00) 2012-05-15 16:35:21     cri

ປະ​ເທດລາວ​ຕັ້ງ​ຢູ່​ແຖບ​ຮ້ອນ, ມີ​ແສງ​ແດດ​ໝົດ​ປີ, ລັງສີ​ອຸນຕຼາ​ໄວໂອ​ເລດ​ໃນ​ແສງ​​ແດດ​ຈະ​ກະ​ຕຸ້ນ​ສານ​ສີ​ດຳ​ໃນ​ຜິວ​ຂອງ​ເຮົາ​, ​ເຮັດ​ໃຫ້​ຜິວ​ດຳ, ​ແລະ​ຍັງ​ຈະ​ເຮັດ​ໃຫ້​ເກີດ​ພະຍາດ​ຜິວໜັງ ​ເຊັ່ນ: ໜ້າ​ເຂົ້າ​ຝ້າ​ແລະ​ອື່ນໆ, ​ເຮັດ​ໃຫ້​ໃບໜ້າ​ບໍ່​ງາມ, ສະ​ນັ້ນ, ນາຍ​ໝໍ​ແລະຜູ້​ຊ່ຽວຊານທາງ​ດ້ານ​ຄວາມ​ງາມ​​ເອີ້ນ​ແສງ​ແດດ​ວ່າເປັນ​ສັດຕູ່​ຂອງ​ຜິວ​ງາມ, ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຜິວ​ດຳ​​ເທົ່າ​ນັ້ນ, ​​ແຕ່​ຍັງຈະ​ເຮັດ​ໃຫ້​ຜິວ​ເຖົ້າ​​ໄວ, ​ເກີດ​ຮອຍ​ຫ່ຽວ, ສະ​ນັ້ນ, ຢາກ​ມີ​ຜິວ​ຂາວ​ງາມ​, ກ່ອນ​ອື່ນ​ໝົດ, ກໍ່​ຕ້ອງ​ຮູ້ຈັກ​ວິທີກັນ​ແດດ​. ຜູ້​ຊ່ຽວຊານ​​ແນະນຳວ່າ, ​ໃນ​ເວລາ​ອອກ​ເຮືອນ, ດີ​ທີ່​ສຸດ​ແມ່ນ​ໃຫ້​ທາ​ໂລ​ຊັນ​ກັນ​ແດດ. ​ແລະ​ຍ້ອນ​ເວລາການ​ອອກ​ລິດຂອງ​ໂລ​ຊັນ​ກັນ​ແດດ​ອ່າວ​ສັ້ນ, ສ່ວນຫຼາຍກໍ່​ມີ​ແຕ່ 2 3 ຊົ່ວ​ໂມງ, ສະ​ນັ້ນ, ຈຶ່ງຕ້ອງ​ທາ​ເລື້ອຍໆ, ນອກ​ນັ້ນ, ກໍ່ຢ່າ​ລືມ​ຖື​ຄັນ​ຮົ່ມຕິດ​ຕົວ​ໄປ​ພ້ອມ, ​ເພາະ​ຄັນ​ຮົ່ມສາມາດ​ຊ່ວຍ​ກັນ​ແດດ​ໄດ້.

ກັນ​ແດດ​ບໍ່​ພຽງ​​ແຕ່​ຕ້ອງ​ເອົາ​ໃຈ​ໃສ່​ທາງ​ນອກ, ການບຳລຸງ​ທາງ​ໃນ​ກໍ່​ສຳຄັນ​ຄື​ກັນ. ສະ​ນັ້ນ, ຕໍ່​ໄປ, ວິ​ໄລ​ວັນ​ຈະ​ນຳ​ສະ​ເໜີ​ໃຫ້​ທ່ານຮູ້ຈັກ​ອາຫານ​ທີ່​ຊ່ອຍ​​ເຮັດໃຫ້​ຜິວ ສາມາດປ້ອງ​​ກັນ​ແດດ​​ໄດ້​, ​ອາຫານ​ເຫຼົ່ານີ້, ​ເມື່ອ​ກິນ​ເລື້ອຍໆຈະ​ເຮັດ​ໃຫ້​ຜິວ​ຂາວ. ອາຫານ​ປະ​​ເພດ​ທຳ​ອິດທີ່​ຢາກ​ແນະນຳ​ໃຫ້​ທ່ານຮູ້​ກໍ່​ແມ່ນ​ໝາກ​ເລັ່ນ, ມັນ​ເປັນ​ອາຫານ​ທີ່​ເຮັດ​ໃຫ້​ໜ້າ​ຜິວ​ສາມາດກັນ​ແດດ​ໄດ້​ດີ. ​ເພາະວ່າ​ໝາກ​ເລັ່ນມີ​ວິ​ຕາ​ມິນ C ຫຼາຍ, ວິ​ຕາ​ມິນ C ສາມາດ​​ເຮັດ​ໃຫ້ສານ​ສີດຳ​ໜ້ອຍ​ລົງ, ​ເຮັດ​ໃຫ້​ຜິວ​ຂາວຂຶ້ນ, ​ແລະ​ຍັງ​ສາມາດ​ຊ່ອຍກຳຈັດ​ຝ້າ​ຈຸດ​ດ່າງ​ໃຫ້​ຫາຍ​ໄປ. ​ແຕ່​ທ່ານ​ຕ້ອງ​ເຂົ້າ​ໃຈ​ວ່າການກິນ​ໝາກ​ເລັ່ນທີ່​ຕົ້ມສຸກ​ແມ່ນ​ດີກ​ວ່າ​ກິນ​ໝາກ​ເລັ່ນດິບ.

ອາຫານອີກ​ຢ່າງ​ໜຶ່ງ​ທີ່ສາມາດ​ເຮັດ​ໃຫ້​ຜິວ​ຂາວ​ງາມ​ກໍ່​ແມ່ນ​ໝາກ​ນາວ​, ໝາກ​ນາວ​ກໍ່​ມີວິ​ຕາ​ມິນ C ຫຼາຍຄື​ກັນ, ສາມາດ​ຊ່ອຍ​ເຮັດ​​ໃຫ້​ຜິວ​ຂາວ​ນຽນ, ​ເຮັດ​ໃຫ້​ຈຸດ​ດ່າງ​ຈາ​ງລົງ, ​ແລະ​ຍັງ​ສາມາດ​​ເຮັດໃຫ້ລະບົບ​ຂັບ​ຖ່າຍສະດວກ, ​ເຮັດ​ໃຫ້​ເຖົ້າ​ຊ້າ​ລົງ. ​ວິ​ໄລ​ວັນ​ໄດ້​ເຫັນ​ມີ​ຄົນ​ໃຊ້​ໝາ​ກນາ​ວ​ທາ​ຜິວ​ເພື່ອ​​ເຮັດ​ໃຫ້​ຜິວ​ຂາວ​​, ​ແຕ່ທີ່​ຈິງ​ແລ້ວ​, ໝາກ​ນາວ​ຈະ​ກັດ​ຜິວ, ຄັນ​ໃຊ້​ນ້ຳໝາກ​ນາວ​ລ້ວນໆ, ບໍ່​ພຽງ​ແຕ່​ບໍ່​ສາມາດ​​ເຮັດ​ໃຫ້​ຜິວ​ຂາວ, ນ້ຳໝາກ​ນາວຍັງ​ຈະ​ກັດ​ຜິວອີກ​ຊ້ຳ, ​ໂດຍ​ສະ​ເພາະ​ແມ່ນຜູ້ທີ່​ຜິວ​ດ້າມ​ງ່າຍ, ຍິ່ງ​ຕ້ອງ​ລະວັງ​ທີ່​ສຸດໃນ​​ເວລາ​ໃຊ້​ໝາກ​ນາວທາໜ້າຫຼືທາ​ໂຕ.


1 2 3 4 5