ວິທີເຮັ​ດ​ໃຫ້​ຜິວ​ຂາວ​​ແລະ​ງາມ

(GMT+08:00) 2012-05-15 16:35:21     cri

ດຽວ​ນີ້, ​ໃນ​ຕະຫຼາດ, ມີ​ເຄື່ອງ​ສຳອາງສຳລັບ​ເຮັດ​ໃຫ້​ຜິວ​ຂາວ​ຫຼາຍຊະນິດ, ລາຄາ​ກໍ່​ບໍ່​ຖືກ, ​ແຕ່​ທີ່​ຈິງ​ແລ້ວ, ມີ​ວິທີ​ຮັກສາ​ຜິວ​ແບບ​ພື້ນ​ເມືອງ​ຫຼາຍວິທີ​ທີ່ງ່າຍ, ​ບໍ່​ຕ້ອງ​​ເສຍ​ເງິນ​ຫຼາຍ, ​ແລະ​ຍັງ​​ໄດ້ຜົນ​ແທ້, ສະ​ນັ້ນ, ຕໍ່​ໄປ​ນີ້, ​ພວ​ກ​ເຮົາ​ກໍ່​ຈະ​ນຳສະ​ເໜີ​ວິທີ​​ຮັກສາ​ຜິວ​ແບບງ່າຍໆ​ແລະ​ບໍ່​ຕ້ອງ​ເສຍ​ເງິນຫຼາຍ.

ທ່ານ​ອາດ​ຈະ​ເຄີຍ​ໄດ້​ຍິນ​ວ່າ​ນ້ຳ​ສົ້ມ​ສາມາດ​ເຮັດ​ໃຫ້​ຜິວ​ຂາວ​​ເນາະ, ​ແມ່ນ​ແລ້ວ, ນ້ຳ​ສົ້ມ​ຂາວສາມາດ​ເຮັດ​ໃຫ້​ຜິ​ວງາມ​ໄດ້, ​ແຕ່​ຕ້ອງ​ແມ່ນນ້ຳ​ສົ້ມ​ທີ່​ເຮັດ​ດ້ວຍ​ເຂົ້າ​ແທ້ໆ​, ຖ້າແມ່ນ​ນ້ຳ​ສົ້ມ​ທີ່​ປະສົມ​ດ້ວຍ​ສານ​​ເຄມີ, ກໍ່​ຈະບໍ່​ມີ​ບົດບາດ​​​ເຮັດ​ໃຫ້ຜິວ​ງາມ​ໄດ້​ເລີຍ. ບັດ​ນີ້, ວິ​ໄລ​ວັນ​ຈະ​​ແນະນຳ​ວິ​ທິ​ໃຊ້​ນ້ຳ​ສົ້ມຂາວ​ເສີມ​ຄວາມ​ງາມ​ຈັກສອງ​ສາມ​ວິທີ​. ວິທີ​ງ່າຍກວ່າໝູ່ກໍ່ແມ່ນ: ​ເອົານ້ຳ​ສົ້ມ​ຂາວ 1 ສ່ວນ​ກັບ​ນ້ຳ​ແຮ່ 10 ສ່ວນ​ປະສົມ​ໃຫ້​ເຂົ້າກັນ, ​ກ່ອນ​ນອນ, ຫຼັງຈາກ​ລ້າງ​ໜ້າ​ແລ້ວ, ​ໃຫ້​ເອົານ້ຳປ​ແຮ່​ທີ່ະສົມ​ກັບ​ນ້ຳ​ສົ້ມ​ນັ້ນ​ໜ້ອຍ​ໜຶ່ງ, ມາຕົບ​ໃສ່​ໜ້າ​ຄ່ອຍໆ, ວິທີ​ນີ້​ກໍ່ສາມາດ​ເຮັດ​ໃຫ້​ຜິວ​ຂາວ​ນຽນ.

ນອກ​ນັ້ນ, ​ໃນ​ເວລາ​ລ້າງ​ໜ້າ, ​​ໃຫ້​ປະສົມ​ນ້ຳ​ສົ້ມ​ຂາວ​ໜຶ່ງບ່ວງນ້ອຍ​ລົງ​ໃສ່​ໃນ​ນ້ຳ, ລ້າງໜ້າ, ​ເຮັດ​ແບບ​ນີ້​ເລື້ອຍໆ, ຈະສາມາ​ດ​​ເຮັດ​ໃຫ້​ຜິວ​ຂາວ​​ແລະ​ນຸ້ມ. ​ໃຊ້​ນ້ຳ​ສົ້ມ​ສະ​ຜົມ​ຍັງ​ສາມາດ​ເຮັດ​ໃຫ້​ຜົມ​ງາມ, ​ໃນ​ເວລາ​ສະ​ຜົມ, ​​ໃຫ້​ຖອກ​ນ້ຳ​ສົ້ມ​ຂາວໜ້ອຍ​ໜຶ່ງ​ລົງໃສ່​​ໃນນ້ຳ​ສະອາດ, ​ແລ້ວ​ເອົາ​ມາສະ​ຜົມ, ປະ​ໄວ້ 20 ນາທີ, ​ແລ້ວໃຊ້​ນ້ຳ​ສະອາດລ້າງ​ອອກ, ​ວິທີ​ນີ້​ສາມາດ​ເຮັດ​ໃຫ້​ຜົມທີ່​ເຄີຍ​ແຫ້ງ​ກອບ​ກັບ​ມາ​ໝື່ນ​ແລະ​ມີ​ເງົາ​ງາມ.

ນອກຈາກ​ນ້ຳ​ສົ້ມ​ແລ້ວ, ຍັງ​ມີສິ່ງ​ດີ​ດີ​ສຳລັບ​ເສີມ​ຄວາມ​ງາມ​ທີ່​ລາຄາ​ບໍ່​ເພງ, ນັ້ນ​ກໍ່​ຄື: ນ້ຳ​ລ້າງເຂົ້າ, ວິທີ​ເຮັດ​ກໍ່​ງ່າຍ​ທີ່​ສຸດ, ​​ຈົ່ງ​ນ້ຳ​ລ້າງເຂົ້າ​ເທື່ອ​ທຳ​ອິດ​​ແລະ​ເທື່ອ​ທີ​ສອງ​ໄວ້, ​ເອົາ​ມາ​ລ້າງ​ໜ້າ, ຈະ​ເຮັດ​ໃຫ້​ຜິວ​ຂາວ​ນຽນ​ແລະ​ບໍ່​ມັນ. ທີ່​ຈິງ​ແລ້ວ, ນີ້​ແມ່ນ​ຜູ້​ເຖົ້າ​ເພິ່ນ​ໃຊ້​ມາ​ຕັ້ງ​ແຕ່​ສະ​​ໄໝບູຮານ, ​ແຕ່​ພັດ​ມີຫຼັກ​ອ້າງ​ອີງທາງ​ວິທະຍາສາດ. ​ເປັນ​ຫຍັງ​ນ້ຳ​ລ້າງເຂົ້າມີ​ຜົນ​ດີຕໍ່​ຜິວ​ແລະ​ຜົມ, ​ແມ່ນ​ຍ້ອນ​ວ່າ​ໃນ​ນ້ຳລ້າງ​ເຂົ້າ​ມີ "ວິ​ຕາ​ມິນ​ທີ່​ສາມາດ​ລະລາຍ​ໃນ​ນ້ຳ" ​ແລະມີ "​ແຮ່​ທາດ", ​ທັງ​ມີ​ວິຕາມິນ B ຫຼາຍ​ເປັນ​ພິ​ເສດ. ພ້ອມ​ກັນ​ນັ້ນ, ຍ້ອນ​ວ່າມັນ​​ເປັນ​ສິ່ງທຳ​ມະ​ຊາດທີ່​ສຸດ, ສະ​ນັ້ນ, ມັນບໍ່​ພຽງ​​ແຕ່​​ເໝາະ​ສຳລັບ​ຜິວ​ທີ່​ແພ້​ງ່າຍ, ​ໃຊ້​ທຸກ​ມື້​ກໍ່​ບໍ່​ມີ​ບັນຫາ.


1 2 3 4 5