ວິທີເຮັ​ດ​ໃຫ້​ຜິວ​ຂາວ​​ແລະ​ງາມ

(GMT+08:00) 2012-05-15 16:35:21     cri

ຜິວ​ຂອງ​ແຕ່ລະຄົນ​ແມ່ນ​ຕ່າງ​ກັນ, ມູນ​ເຫດ​ທີ່​ມີ​ຜົນ​ສະທ້ອນ​ກໍ່​ມີຫຼາຍຢ່າງ, ລວມທັງ​​ກຳມະພັນຈາກ​ພໍ່​​ແມ່, ດິນ​ຟ້າ​ອາກາດ, ຄວາມ​ລຶ້ງເຄີຍ​ໃນ​ການ​ດຳລົງ​ຊີວິດເປັນ​ຕົ້ນ, ທີ່​ຈິງ​ແລ້ວ, ພວກ​ເຮົາ​ກໍ່ບໍ່ຈຳ​ເປັນຕ້ອງ​ບຳລຸງຜິວ​​ໃຫ້ງາມ​ຄື​ນາງ​ແບບດອກ, ​ສຳຄັນ​ກວ່າ​ໝູ່​​ແມ່ນ​​ໃຫ້​ມີສຸຂະພາບ​ແຂງ​ແຮງ. ​​ສີຜິວສະ​ໝ່ຳສະ​ເໝີ​ກັນ, ​ຜ່ອງ​ໃສ, ບໍ່​ມີ​ຝ້າ​ແລະ​ສິວກໍ່​ແມ່ນ​ຜິວ​ງາມ​ແລ້ວ.

ສຸຂະພາບ​ແຂງ​ແຮງ​​ແມ່ນ​ເງື່ອນ​ໄຂ​ທີ່​ຮັບປະກັນ​ໃຫ້​ຜິວ​ງາມ, ສະ​ນັ້ນ, ​ບໍ່ນອນ​​​​ເດິກ, ຕື່ນ​ເຊົ້າ, ຫັດກາຍ​​ເປັນ​ປົກກະຕິ, ບໍ່ກິນ​ອາຫານ​ລົດ​ເຜັດໆ​ເຄັມໆ​ແມ່ນ​ວິທີ​ຮັກສາ​ຜິວ​ທີ່​ງ່າຍ​ກວ່າ​ໝູ່, ຕ້ອງ​ປະຕິບັດ​ເປັນ​ໄລຍະ​ຍາວ​ນານຈຶ່ງ​ຈະ​ໄດ້ຜົນ. ຄວາມ​ລື້​ງ​ເຄີຍ​ທີ່​ບໍ່​ດີ, ​​ເປັນ​ຕົ້ນ​ແມ່ນ: ນອນ​​ເດິກ​ເລື້ອຍ​ໆ, ກິນ​ອາຫານ​ລົດ​​ເຜັດໆ​ເຄັມໆຈະ​ເຮັດ​ໃຫ້​​​ເກີດ​ສິວ, ສີ​ໜ້າ​ບໍ່​ງາມ, ​ແລະ​ຂອບ​ຕາ​ດຳ.

ນອກ​ນີ້, ຍັງ​ຕ້ອງ​ມີ​ຄວາ​ມຊິນ​ເຄີຍ​​ໃນ​ການຮັກສາ​ຜິວ​ທີ່​ຖືກຕ້ອງ, ວິທີ​ຮັກສາ​ຜິວ​ທີ່​ງ່າຍ​ກວ່າ​ໝູ່​ກໍ່​ແມ່ນ: ກ່ອນ​ນອນ, ລ້າງ​ໜ້າ​ໃຫ້​ສະອາດ, ​ແລ້ວ​ໃຊ້​ນ້ຳບຳລຸງ​ຜິວ​ຕົບ​ຄ່ອຍໆ​ໃສ່​ໜ້າ, ທາ​​ໂລ​ຊັນ​ບຳລຸງ​ຜິວ, ຜູ້ຍິງ​ທີ່​ອາຍຸ​ກາຍ 25 ປີ​ຂຶ້ນ​ໄປຄວນ​ໃຊ້ຄຣີມທາ​ຂອບ​ຕາ, ຜູ້​​ທີ່​ມັກ​​ແຕ່ງ​ໜ້າ​ຕ້ອງ​ລ້າງ​ເຄື່ອງ​ສຳອາງ​ໃຫ້​ກ້ຽງທຸກ​ຄັ້ງ, ຖ້າ​ລ້າງ​ບໍ່​ສະອາດ, ດົນ​ແລ້ວຈະ​​ເກີດ​​ເປັນ​ຝ້າ. ​ແລະ​ການ​ເລືອກ​​ເຄື່ອງ​ສຳອາງ​ກໍ່​ຕ້ອງ​ອີງ​ຕາມ​ສະພາບຜິວ​ຂອງ​ຕົນ, ຖ້າ​ຢາກ​ມີ​ຜິວ​ຂາວງາມ, ​ໃຫ້​ໃຊ້​ເຄື່ອງ​ສຳອາງ​ທີ່​ມີ​ສັບ​ພະ​ຄຸນ​​ເຮັດ​ໃຫ້​ຜິວ​ຂາວ​, ​​ແລະ​ໃຊ້​ເປັນ​ປະຈຳ​ຢ່າງ​ຍາວ​ນານ, ​ເຊື່ອ​ວ່າ, ຜິວ​ຂອງ​ທ່ານ​ກໍ່​ຈະ​ນັບ​ມື້​ນັບ​ງາມ​ຂຶ້ນ.


1 2 3 4 5