ວິທີເຮັ​ດ​ໃຫ້​ຜິວ​ຂາວ​​ແລະ​ງາມ

(GMT+08:00) 2012-05-15 16:35:21     cri

ອາຫານ​ທີ່​ສາມາດ​ຊ່ອຍ​ເຮັດໃຫ້​ຜິວ​ຂາວ​ອີກ​ຢ່າງ​ໜຶ່ງ​ກໍ່​ແມ່ນ​ໝາກ​ໄມ້​ເປືອກ​ແຂງ, ​ເຊັ່ນ: ໝາກ​ສະໝອງ​ລີງ, ໝາກ​ຖົ່ວດິນ​ແລະ​ອື່ນໆ​ທີ່​ມີ​ເປືອກ​ແຂງ. ກິນ​ໝາກ​ໄມ້​ເປືອກ​ແຂງ​ເລື້​ອຍໆ​ສາມາດ​ເຮັດ​ໃຫ້​ຜິວນຸ້ມນວນ, ບໍ່​ມັກ​ເກີດ​ຮອຍ​ຫ່ຽວ, ພ້ອມ​ກັນ​ນັ້ນ, ຍັງຊ່ອຍ​​ຮັກສາ​ບໍ່​ໃຫ້​ຜິວ​ແຫ້ງ​, ​​​ເບີ່​ງ​ແລ້ວ​ຈະ​ໜຸ່ມກວ່າ​ໄວ. ​ໝາກ​ໄມ້​ເປືອກ​ແຂງ​ຍັງ​ມີ​ວິຕາມິນ E ຫຼາຍ, ບໍ່​ພຽງ​ແຕ່​ສາມາດຫຼຸດຜ່ອນ​ແລະ​ປ້ອງ​ກັນ​ບໍ່​ໃຫ້​​ເປັນ​ຝ້າ​ແລະມີ​ສານ​ສີດຳ​ເທົ່າ​ນັ້ນ​, ຍັງ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ສິວ​ອີກ.

ອາ​ຫານ​ທີ່​ສາມາດ​ເຮັດ​ໃຫ້​ຜິວ​ຂາວ​ນຽນ​ອີກຊະນິດໜຶ່ງ​ກໍ່​ຄື:​ ປາ, ການ​ຄົ້ນຄວ້າທາງ​ວິທະຍາສາດ​ປະກົດ​ເຫັນ​ວ່າ, ອາທິດ​ໜຶ່ງ​ກິນ​ປາ​ 3 ​ເທື່ອ​ສາມາດ​ປ້ອງ​ກັນ​ຜິວ​ບໍ່​ໃຫ້​ຖືກ​ລັງສີ​ອຸນຕຼາ​ໄວ​ໂອ​ເລດທຳລາຍ​ໄດ້. ກິນ​ປາ​​ເລື້ອຍໆ​ເປັນ​ເວລາ​ດົນ​ນານຈະສາມາດ​ສ້າງພູມຄຸ້ມກັນ​ທີ່​ຄ້າຍຄື​ໂລ​ຊັນ​ກັນ​ແດດໃນ​ຮ່າງກາຍ​ໄດ້​ຢ່າງ​ທຳມະຊາດ, ​ເຮັດ​ໃຫ້​ຜິວ​ຂາວຂຶ້ນ.

ນອກ​ຈາກ​ອາຫານ​ດັ່ງກ່າວ​ແລ້ວ, ຫຼາຍຄົນ​ກໍ່​ຮູ້​ວ່າ, ເຕົ້າ​ຮູ້​ກັບ​ນົມກໍ່​ມີ​ຜົນ​ດີ​ຕໍ່​ຜິວ, ກິນ​ເລື້ອຍໆ​ສາມາດ​ຊ່ອຍ​​​ເຮັດໃຫ້​ຜິວ​ຂາວ​ນຽນ. ​​ແຕ່ອາຫານ​ທັງ​ໝົດ​ເຫຼົ່ານີ້​ບໍ່​ແມ່ນກິນ​ເທື່ອ​ໜຶ່ງ​ສອງ​ເທື່ອກໍ່​ຈະ​ໄດ້ຜົນ​ໂລດ, ຕ້ອງ​ກິນຢ່າງ​ສະ​ໝ່ຳສະ​ເໝີ​​ເປັນ​​ເວລາ​ດົນ​ນານ​ຈຶ່ງ​ຈະ​ມີ​ປະສິດທິ​ຜົນ.

ຍັງ​ມີ​ອາຫານ​ຈຳນວນ​ໜຶ່ງ, ກິນ​ແລ້ວ​ຈະ​ເຮັດ​ໃຫ້​ຜິວ​ແຫຼ້, ​ເຊັ່ນ: ຫົວຜັກ​ກາດ​ຂາວ, ຜັກຊີ​ນາລີ, ​ແລະ​ຫອມ​ປ້ອມ​ເປັນ​ຕົ້ນຈະ​ເຮັດ​ໃຫ້​ຜິວ​ດຳ​ງ່າຍ, ສະ​ນັ້ນ, ​ໃນ​ຍາມ​ແດດ​ກ້າ, ບໍ່​ຄວນ​ກິນຫຼາຍ.


1 2 3 4 5