ວິທີເຮັ​ດ​ໃຫ້​ຜິວ​ຂາວ​​ແລະ​ງາມ

(GMT+08:00) 2012-05-15 16:35:21     cri


ວິທີ​ໃຊ້​ໝາກ​ນາວ​ເພື່ອ​ເສີມ​ຄວາມ​ງາມ​ທີ່​ປອດ​ໄພ​ກວ່າແມ່ນ​ກິນ, ຕໍ່​ໄປ, ວິ​ໄລ​ວັນຈະ​​ນຳ​ສະ​ເໜີວິທີ​ເສີມ​ຄວາມ​ງາມ​ດ້ວຍ​ການ​ກິນ​ໝາກ​ນາວ. ຄື​ໜຶ່ງ​, ລ້າງ​ໝາກ​ນາວ​ໃຫ້​ສະອາດ, ປາດ​ເປັນ​ແຜ່ນ​ບາງໆ, ​ແລ້ວ​ເອົາ​ໃສ່​ໃນ​ຈອກ, ຕື່ມ​ນ້ຳ​ເຜີ້ງ​ໃສ່ 2 ປ່ວງ​ກາ​ເຟ, ​ແລ້ວ​ເອົາ​ນ້ຳ​ອຸ່ນ​ຖອກ​ໃສ່, ​ແຕ່​ຄວນລະວັງ​ຢ່າ​ໃຊ້​ນ້ຳ​ຮ້ອນ​ເກີນ​ໄປ, ​ເພາະ​ມັນຈະ​ທຳລາຍ​ທາດ​ບຳລຸງ​ທີ່​ມີ​ຢູ່​ໃນນ້ຳ​ເຜີ້ງ, ​ຫຼັງຈາກ​ນັ້ນ​ກໍ່ຄົນ​ໃຫ້​ ​ເຂົ້າກັນ​ແລ້ວກໍ່​ສາມາດ​ດື່ມ​ໄດ້​ໂລດ, ຄັນ​ມັກ​ກິນ​​​ເຢັນ, ກໍ່​ຕື່ມ​ນ້ຳກ້ອນລົງ​ກໍ​ໄດ້.

ວິທີ​ກິນ​ໝາກ​ນາວເພື່ອ​​ເສີມ​ຄວາມ​ງາມ​ອີກ​ວິທີ​ໜຶ່ງ​ກໍ່​ຄື, ປາດໝາກ​ນາວ​ເປັນ​ແຜ່ນ​ບາງ, ​​​ເອົາໃສ່​​ໃນຖ້ວຍ​ນ້ອຍກ່ອນ, ​ແລ້ວ​​ເອົານ້ຳ​ເຜີ້ງຮວດ​ລົງ​ໃສ່, ​​​ແລ້ວ​ປະ​ໄວ້​​ໃນຕູ້​ເຢັນ, ​ໃຫ້​ໝາກ​ນາວ​ກັບ​ນ້ຳ​ເຜີ້ງ​ເຊື່ອມເຂົ້າກັນ​ດີໆ, ​ຕອນ​ເຊົ້າ​ທຸກ​ມື້, ​​ໃຊ້​ບ່ວງ​ຕັກ​ເອົາ​ໝາກ​ນາວ​​ແຜ່ນ​ໜຶ່ງອອກ​ມາ​ຊົງ​ນ້ຳດື່ມ. ວິທີນີ້​ງ່າຍ, ບໍ່​ຕ້ອງ​ໄປ​ປາດໝາກ​ໜາ​ວທຸກ​ມື້.

ແຕ່​ລະ​ມື້​, ກ່ອນ​ຈະ​ກິນ​ເຂົ້າ​ເຊົ້າ, ກິນ​ນ້ຳໝາກ​ນາວ​ແບບ​ນີ້ຈອກ​ໜຶ່ງ​ກ່ອນ, ທັງ​ມີ​ບົດບາດ​​ເສີມ​ຄວາມ​ງາມ​ທັງສາມາດອະນາ​ໄມ​ລຳ​ໄສ້​ໄດ້ອີກ. ​​ເວົ້າ​ສຳລັບ​ຜູ້​ຟັງ​ທີ່​ຕ້ອງນັ່ງ​ເຮັດ​ວຽກຢູ່​ຕໍ່ໜ້າ​ຄອມ​ພິວ​ເຕີ​ເລື້ອຍໆ​​ແລະ​ດົນໆແລ້ວ, ກິນ​ນ້ຳໝາກ​ນາວ​ແບບ​ນີ້​ເລື້ອຍໆ​ຍັງ​ສາມາດ​ຊ່ອຍ​ຫຼຸດຜ່ອນຝ້າ​​ຢູ່​ເທິງ​ໃບໜ້າ​ທີ່​​ເກີດ​ຂຶ້ນຍ້ອນ​ຖືກລັງສີ​ຈາກຄອມ​​ເລື້ອຍໆ.

ອີກ​ອັນ​ໜຶ່ງ, ນ້ຳໝາກ​ນາວ​ຍັງ​ສາມາດລະງັບ​ຄວາມຢາກກິນ​ອາຫານ, ສາມາດ​ຊ່ອຍ​ຫຼຸດຄວາມ​ອ້ວນ. ​ແຕ່​ວ່າ, ວິ​ໄລ​ວັນຢາກ​ເຕືອນ​ວ່າ, ຄົນ​ທີ່​ມັກ​ເອື້ອມ​ເລື້ອຍໆບໍ່​ຄວນ​ກິນ​ນ້ຳໝາກ​ນາວ​, ​ເພາະ​ໝາກ​ນາວຈະ​ກະ​ຕຸ້ນ​​ກະ​ເພາະ​ເຮັດ​​ໃຫ້​ຜະລິດ​ກົດກະ​ເພາະຫຼາຍ.


1 2 3 4 5