ສາຍ​ພົວພັນ​ລະຫວ່າງ​ລາວ-ຈີນ​ທີ່​ນັບ​ມື້​​ກ້າວເຂົ້າ​ສູ່​ລວງ​ເລິກກາຍ​ເປັນ​ພະລັງ​ແຮງ​​ ຊຸກຍູ້​ການພັດທະນາລາວ​ແລະ​ພາ​ກພື້ນ
2016-09-28 17:16:05  cri 

  ນອກ​ນີ້, ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ຍັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ນຳ​ເອົາ​ໂອກາດ​ການ​ພັດທະນາ​ມາສູ່ປະ​ເທດ​ຕົນ​ໂດຍ​ກ່າວ​ວ່າ: "ປະເທດລາວຕັ້ງຢູ່ໃຈກາງຂອງອະນຸພາກພື້ນ,ຖືເປັນສະຖານທີ່ອັນສຳຄັນໃນເຄືອຂ່າຍ ຄົມມະນາຄົມຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້,ລັດຖະບານຈຶ່ງໄດ້ວາງນະໂຍບາຍ ຈາກປະເທດທີ່ບໍ່ມີເສັ້ນທາງອອກສູ່ທະເລມາເປັນປະເທດໃຈກາງບໍລິການທາງຜ່ານໂດຍສະ ເພາະນະຄອນຫຼວງວຽງຈັນ ໃນຖານະເປັນໃຈກາງທາງການເມືອງ,ເສດຖະກິດ ແລະວັດທະ ນະທຳຂອງປະເທດ,ການປະຕິບັດຍຸດ​ທະ​ສາດ​ດັ່ງກ່າວ​​ເປັນ​ການ​ເສີມ​ຂະຫຍາຍ​ບົດບາດ​ທາງ​​ທີ່​ຕັ້ງ ​ແລະ ​ເປັນ​ກົນ​ໄກ​ສຳຄັນ​ຕໍ່​ການ​ເຊື່​ອມ​ໂຍງ​ເສດຖະກິດ​ຂອງ​ລາວກັບ​ພາກ​ພື້ນ​ໃຫ້​ສູງ​ເດັ່ນ​ຂຶ້ນ;ສຳ​ລັບ​ການ​ດຳ​ເນີນ​ຍຸດ​ທະ​ສາດສະຕະວັດ​ທີ 21 "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນທາງ" ນີ້​​ຄິດ​ວ່າ​ແມ່ນ​ຫົວຄິດ​ປະດິດ​ສ້າງ​ສຳຄັນ​ຂອງ​ຜູ້ນຳຈີນ (ປະທານ ສີ ຈີ້​ນຜິ​ງ)ເຊີ່ງ​ສອດຄ່ອງ​ກັບ ​ນະ​ໂຍບາຍ​ດຳ​ເນີນ​ການ​ເປີ​ດກ້ວາງ​ປະຕິ​ຮູບ​ໃໝ່​ຂອງສປ ຈີນ ​ແລະ​ ນະ​ໂຍບາຍ​ດັ່ງ​ກ່າວ​ກໍ​ມີ​ຄວາມໝາຍຕໍ່ປະ​ເທດ​ອ້ອມ​ຂ້າງ,​ເປັນ​ກົນ​ໄກ​ການ​ເຊື່ອມ​​ໂຍງ​ຂອງ​ເສດຖະກິດ​ອາຊີ​ຄັ້ງໃໝ່. ​ເສັ້ນທາງ​ສາຍ​ໃໝ່ທາງບົກ​ຈາກ​ແຂວງຢູນານມາສູ່​ວຽງຈັນກໍ​ຄື​ເສັ້ນທາງ​ລົດ​​ໄຟ ລາວ-​ຈີນ-​ໄທ ທີ່​ຈະ​ເກີດ​ຂຶ້ນ​ຈະ​ກາຍ​ເປັນ​ໂຄງການ​ສຳຄັນ​ຂອງ​ຍຸດ​ທະ​ສາດ​ສາຍ​ໄໝສະຕະວັດ​ທີ 21 ​ເຊີ່ງ​ເປັນ​ສະຖານີ​ປາຍທາງ ​ແລະ ​ເປັນ​ບ່ອນ​ເຊື່ອມ​ຕໍ່​ໄປ​ສູ່​ປະ​ເທດ​ອ້ອມ​ຂ້າງ.​ເພື່ອ​ປະຕິບັດ​ສອງ​ຍຸດ​ທະສາດນັ້ນໃນຕໍ່ໜ້ານີ້​,ນະຄອນຫຼວງວຽງຈັນຈະ​ໄດ້​ເຮັດ​ຫລາຍ​ວຽກ​ຄື 1.​ເຂົ້າ​ຮ່ວມ​ຈັດ​ຕັ້ງ​ນະ​ໂຍບາຍ ​ແລະ ​ການ​ແບ່ງ​ງານ​ຂອງ​ລັດຖະບານ​​ໃນ​ການ​ສ້າງ​ທາງ​ລົດ​ໄຟຈີນ-​ລາວ-​ໄທ; 2.ກໍາກັບ ​ແລະ ​ແກ້​ໄຂ​ບັນຫາ​ຕ່າງໆ​ໃນ​ສະ​ຖາ​ນີລົດ​ໄຟ ​ແລະ ຕາມ​​ແລວ​​ເສັ້ນທາງ​ລົດ​ໄຟ; 3.ປັບປຸງ​ຍົກ​ລະດັບ​ເສັ້ນທາງຫຼວງ​ເລກທີ 13 ​ເໜືອ-​13 ໃຕ້ ​ແລະ ຖະໜົນ​ເຊື່ອມ​ຕໍ່ອື່ນໆ ​ໃນ​ນະຄອນຫຼວງວຽງຈັນ​ໃຫ້​ມີ​ມາດຕະຖານ​ສູງ​ຂຶ້ນ ​ແລະ ສິ່ງ​ສຳຄັນ​ຕ້ອງ​ມີ​ການວາງ​ແຜນ​ໃຫ້​ດີ,ກະຕຸກ​ຊຸກ​ຍູ້​ກຳລັງ​ແຮງ​ສັງ​ລວ​ມຂອງ​ທັງ​ສອງ​ຝ່າຍ ​ແລະ ຫຼາຍຝ່າຍ​ໃຫ້​ເຕັມ​ສ່ວນ;4.ຊຸກ​ຍູ້​ສົ່ງ​ເສີມ ​ແລະ ອຳນວຍ​ຊ່ວຍ​ເຫຼືອ​ໂຄງການ​ລົງທຶນ​ຂອງ​ພາກ​ລັດ ​ແລະ ​ເອກະ​ຊົນ ຈີນຢູ່​ນະ​ຄອນຫຼວງວຽງຈັນ​ໃຫ້​ເປັນ​ຮູບ​ປະ​ທຳ​ແລະ​ແຂງ​ແຮງ​ຂຶ້ນ​ໂດຍ​ສະ​ເພາະ​ເຂດ​ພັດ​ທະນາກ​ວມ ລວມ​ໄຊ​ເສດ​ຖາກັບ​ແຂວງ​ຢຸນນານ ​ແລະ ​ໂຄງການ​ອື່ນໆ;5.ຍົກ​ລະດັບ​ຄວາມ​ຮູ້,ຄວາມ​ສາ ມາດ,ພັດທະນາ​ຊັບພະຍາກອນ​ມະນຸດທັງ​ພະນັກງານ,ປະຊາຊົນ.ພ້ອມ​ນັ້ນ​ກໍ​ປັບປຸງ​ກົນ​ໄກ​ບໍລິຫານ,ບໍລິການ​ໃຫ້​ດີ​ຂຶ້ນ.ໝາຍຄວາມ​ວ່າ:ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ​ສອດ​ຄ່ອງ,ສາ ມາດ​ຊ່ວຍໜູນ​ເຊີ່ງ​ກັນ ​ແລະ ກັນ​ໄດ້ ​ແລະ ຈະ​ກາຍ​ເປັນ​ແຮງ​ກະ​ຕຸ້ນ​ການ​ພັດທະນາ​ໃນ​ລາວ ​ແລະ ພາກ​ພື້ນ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ​ແນ່ນອນ".

  ເມື່ອເວົ້າ​ເຖິງສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ, ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ກ່າວ​ວ່າ, ລາວ​ໃນ​ຖານະ​ເປັນ​ປະທານ​ອາ​ຊຽນ​​ໄດ້​ພະຍາຍາມຢ່າງ​ຕັ້ງໜ້າ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ​ແລະ​ກໍ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ​-ອາ​ຊຽນ​ໃຫ້​ໄດ້​ຮັບຜົນສຳ​ເລັດ​ທີ່​ແທ້​ຈິງ​ຫຼາຍກ​ວ່າ​ເກົ່າ. ທ່ານກ່າວ​ວ່າ: "+ ​ເພື່ອ​ຊຸກ​ຍູ້​ການ​ກໍ່ສ້າງ​ປະຊາ​ຄົມ​ອາຊຽນ,ສປປ ລາວ ຈະ​ຊັກ​ຊວນ​ປະ​ເທດ​ສະມາຊິກ​ອາ ຊຽນ​ໃຫ້ສືບຕໍ່​ເປັນ​ປຶກ​ແຜ່ນ,ຈັດ​ຕັ້ງ​ກົດ​ບັດ​ອາຊຽນ-ຈີນກໍ​ຄື​ວິ​​ໄສ​ທັດ​ປະຊາ​ຄົມ​ອາຊຽນ 2025 ​ແລະ ບັນດາ​ແຜນ​ແມ່​ບົດສຳລັບ​ 3 ​ເສົາ​ຄ້ຳ(ປະຊາຄົມ​ການ​ເມຶອງ-​ຄວາມໝັ້ນຄົງ,ປະຊາ​ຄົມ​ເສດຖະກິດ ​ແລະ ປະຊາ​ຄົມ​ວັດ​ທະນະ​ທຳ-​ສັງຄົມ)
+ ​ເພື່ອ​ຮັດ​ແໜ້ນການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ປະຊາ​ຄົມ​ອາຊຽນກັບ​ຈີນ,ສປປ ລາວ ຈະ​ຊັກ​ຊວນ​ປະ​ເທດສະມາຊິກອາຊຽນ​ໃຫ້​ເຂົ້າ​ຮ່ວມ​ຍຸດ​ທະ​ສາດ​ເສັ້ນທາງ​ສາຍ​ໄໝສະຕະວັດ​ທີ 21 ​ທັງ​ທາງ​ນ້ຳ,ທາງບົກ ແລະ ທາງອາກາດ,ແກ້ໄຂບັນຫາການເມືອງເຂດແດນທາງທະເລບາງ ປະເທດຂອງອາຊຽນກັບຈີນໃຫ້ເປັນໄປຕາມຈິດໃຈອາຊຽນກັບຈີນເຫັນພ້ອມນຳກັນແລ້ວ.ໃນ ກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ນີ້ ໄດ້ພ້ອມກັນປຶກສາຫາລື ແລະ ຮັບຮອງເອົາ 4 ເອກະສານສໍາຄັນຄື: 1.ຖະແຫຼງການຮ່ວມ ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ຈີນ ຄົບຮອບ 25 ປີ, 2 ຖະແຫຼງການຮ່ວມລະຫວ່າງອາຊຽນ ແລະ ຈີນ ວ່າດ້ວຍການສົ່ງເສີມການຮ່ວມມື ເພື່ອເສີມສ້າງຂີດຄວາມສາມາດດ້ານການຜະລິດ, 3. ຖະແຫຼງການຮ່ວມວ່າດ້ວຍການຈັດຕັ້ງປະຕິບັດລະບຽບການປະພຶດ ໃນທະເລຈີນໃຕ້ ແລະ 4.ລະບຽບສາຍດ່ວນ ລະຫວ່າງ ຫົວໜ້າເຈົ້າໜ້າທີ່ອາວຸໂສກະຊວງການຕ່າງປະເທດ ຂອງບັນດາສະມາຊິກອາຊຽນ ແລະ ຈີນ ສຳລັບກໍລະນີສຸກເສີນທາງທະເລ ໃນການຈັດຕັ້ງປະຕິບັດຖະແຫຼງການ ວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້. ເອກະສານເຫຼົ່ານີ້ ຈະເປັນພື້ນຖານສຳຄັນການຮ່ວມມືອາຊຽນ-ຈີນ ໃນຕໍ່ໜ້າ. ນອກຈາກນັ້ນ, ກໍໄດ້ເຫັນດີສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈກຳສະເຫຼີມສະຫຼອງການຮ່ວມມືອາຊຽນ-ຈີນ ແລະ ເຫັນດີກຳນົດເອົາປີ 2017 ເປັນປີຮ່ວມມືການທ່ອງທ່ຽວອາຊຽນ-ຈີນ. ສຳລັບນະຄອນຫຼວງວຽງຈັນເອງໃນຖານະເປັນນະຄອນມິດຕະພາບກັບຫຼາຍແຂວງ, ນະຄອນຂອງ ສປ ຈີນ ແລະ ໃນນາມເປັນປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງຈະສືບຕໍ່ເພີ່ມທະວີເສີມສ້າງມິດຕະພາບ ແລະ ການຮ່ວມມືຂອງສອງປະເທດໃຫ້ດີຍິ່ງຂຶ້ນ ໂດຍຈະຈັດຕັ້ງປະຕິບັດໂຄງການຮ່ວມມືຕ່າງໆ ທີ່ໄດ້ຕົກລົງຮ່ວມກັນແລ້ວນັ້ນໃຫ້ເປັນຮູບປະທຳ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນຂອງສອງຊາດພວກເຮົາ.ພິເສດໃນເດືອນ 11 ທີ່ຈະມາເຖິງນີ້,ນະຄອນຫຼວງວຽງຈັນ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມບັນດາເຈົ້າຄອງນະຄອນອາຊຽນ ຄັ້ງທີ 4 ພ້ອມໆກັນກັບການຈັດພິທີສະເຫຼີມສະຫຼອງການກໍ່ສ້າງພະທາດຫຼວງ ຄົບຮອບ 450 ປີ ແລະ ວາງສະແດງສິນຄ້າສາກົນ.ໃນໂອກາດນີ້ ກໍຈະເຊີນເອົາບັນດາແຂວງ ແລະ ນະຄອນມິດຕະພາບຂອງ ສປ ຈີນ ມາຮ່ວມວາງສະແດງ".
1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ