ສາຍ​ພົວພັນ​ລະຫວ່າງ​ລາວ-ຈີນ​ທີ່​ນັບ​ມື້​​ກ້າວເຂົ້າ​ສູ່​ລວງ​ເລິກກາຍ​ເປັນ​ພະລັງ​ແຮງ​​ ຊຸກຍູ້​ການພັດທະນາລາວ​ແລະ​ພາ​ກພື້ນ
2016-09-28 17:16:05  cri 

  ໂອກາດປີ​ນີ້​​ເປັນ​ປີ​​ແຫ່ງ​ການ​ສ້າງ​ຕັ້ງ CRI ຄົບຮອບ 75 ປີ​ແລະ​ການກະຈາຍສຽງ​ອອກ​ອາກາດ​ຂອງ CRIFM93 ປະຈຳ​ວຽງ​ຈັນຄົບຮອບ 10 ປີ, ທ່ານ ສິນ​ລະ​ວົງ ກໍ​ຕີ​ລາຄາ​ສູງທີ່ CRI ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​ຊຸກຍູ້​ມິດຕະພາບ​ແລະ​ການ​ຮ່ວມມື​ລະຫວ່າງ​ລາວ-ຈີນ. ທ່ານ​ກ່າວ​ວ່າ: "ຄືດັ່ງໄດ້ກ່າວມາແຕ່ຂ້າງຕົ້ນແລ້ວວ່າວິທະຍຸ CRI ແມ່ນສະຖານີວິທະຍຸທີ່ໃຫຍ່ ແລະ ມີຊື່ສຽງໜຶ່ງຂອງ ສປ ຈີນ ທີ່​ໄດ້ກະຈາຍສຽງ ແລະ ດຶງ​ດູດຜູ້ຟັງທົ່ວໂລກ, ເປັນສື່ທີ່ໄດ້ມີຄວາມພະຍາຍາມສູງໃນການເຮັດວຽກງານເປັນຂົວຕໍ່ ແລະ ທີ່ສຳຄັນໃນການເສີມສ້າງມິດຕະພາບ ລະຫວ່າງຈີນກັບນາໆຊາດ ກໍຄືຈີນ ແລະ ລາວ, ໄດ້ປະກອບສ່ວນໂຄສະນາເຜີຍແຜ່ຜົນຂອງການຢ້ຽມຢາມຂອງການນຳຂັ້ນສູງຂອງ ສອງພັກ-ສອງລັດ ລາວ ແລະ ຈີນ  ກໍຄືການພັດທະນາ ແລະ ການລົງທຶນຮ່ວມກັນຂອງ 2 ປະເທດ, ພ້ອມກັນນັ້ນ ກໍຍັງໄດ້ນຳເອົາສາລະຄວາມຮູ້ທີ່ເປັນປະໂຫຍດ ແລະ ຄວາມບັນເທີງອັນຫຼາກຫຼາຍມາສູ່ປະະຊາຊົນລາວໄດ້ເປັນຢ່າງດີ. ຊຶ່ງຕະຫຼອດ 75 ປີ. CRI ໄດ້ອອກອາກາດ​ເປັນພາສາລາວເຖິງ 43.200 ຊົ່ວໂມງ, ຄາດວ່າມີຜູ້ຕິດຕາມຮັບຟັງຫຼາຍສິບລ້ານເທື່ອຄົນ. ເນື່ອງໃນອການວິທະຍຸສາກົນແຫ່ງປະເທດຈີນ CRI FM 93 MHz ສ້າງຕັ້ງຄົບຮອບ 75 ປີ ​ແລ ການ​ກະຈາຍສຽງອອກອາກາດພາສາລາວລະບົບ AM ຄົບຮອບ 60 ປິ ແລະ ລະບົບ FM ຄົບຮອບ 10 ປີ,ຂໍອວຍພອນໃຫ້ ເປັນກະບອກສຽງສໍາຄັນທີ່ນໍາໜ້າຂອງໂລກຕະຫຼອດໄປ. ອວຍພອນພະນັກງານທຸກຄົນຂອງ CRI ມີພະລະນາໄມສົມບູນ,ເຂັ້ມແຂງພ້ອມກັນເຮັດສຳເລັດໜ້າທີ່ອັນມີກຽດຂອງຕົນ. ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ(ຈຸ່ງ-ຫຼາວ ໂຢ້ອີຫວັ້ນຊຸ້ຍ)" .
1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ