ຈິນ​ໃຫ້​ຄວາມ​ສຳຄັນ​ຊ່ວຍ​ເຫລືອຜູ້ທຸກ​ຍາກ​
2017-03-08 16:12:09  cri 

ຈິນ​ໃຫ້​ຄວາມ​ສຳຄັນ​ຊ່ວຍ​ເຫລືອຜູ້ທຸກ​ຍາກ​

*ມັນ​ເປັນ​ຄຳ​ຖາມ ​ແລະ ​ເປັນຄວາມ​ສົນ​ໃຈ​ຂອງ​ທົ່ວ​ໂລກ​ເມື່ອ​ສປ ຈີນ ທີ່​ມີ​ປະຊາກອນ​ກວ່າ 1,3 ຕື້​ຄົນ​ນັ້ນ, ພັກ-ລັດຖະບານ ​ໄດ້​ຄຸ້ມ​ຄອງ​ບັນຊາ​ແນວ​ໃດ​ໂດຍ​ສະ​ເພາະ​ການ​ເຮັດ​ໃຫ້​ປະຊາຊົນ​ສາມາດ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ​ໄດ້​ເປັນ​ຈຳນວນ​ຫລາຍ​ໃນ​ແຕ່ລະ​ປີ​ ດັ່ງ​ປີຜ່ານມາ​ກໍ​ສາມາດ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາ ຊົນ​ໄດ້​ເຖິງ 12,4 ລ້ານ​ຄົນ
 
​ເມື່ອຜູ້​ຂຽນ​ໄດ້​ສຶກສາຄົ້ນຄວ້າ​ເນື້ອ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ຈີນ​ປີ 2016 ທີ່​ທ່ານ ຫລີ​ເຄີ​ສຽງ ນາຍົກລັດຖະມົນຕີ ລາຍ​ງານ​ຕໍ່​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 5 ຊຸດ​ທີ 12 ​ໃນ​ວັນ​ທີ 5 ມີນາ​ນີ້ ຈຶ່ງ​ໄດ້​ເຫັນ ​ແລະ ຮັບ​ຮູ້​ຄວາມ​ເປັນ​ຈິງ​ໃນ​ການ​ຕອບ​ໂຈດ​ທີ່​ຕັ້ງ​ໄວ້ຄື​ໜຶ່ງ:ລັດຖະບານ ​ໄດ້​ເນັ້ນການ​ພັດ​ທະ​ນາ​ລະ​ຫວ່າງ​ເຂດ​ແຄວ້ນ​,ຕົວ​ເມືອງ-ຊົນ​ນະ​ບົດ,​ຈຸດ​ເຕີບ​​ໃຫຍ່​ໃໝ່​ແລະ​ເຂດ​ເຕີບ​​ໃຫຍ່​ໃໝ່​ດ້ວຍ​ຄວາມ​ເປັນ​ເອກະ​ພາບ,ກົມກຽວ,ວ່ອງ​ໄວ​ທັງ​ເປັນ​ຮູບ​ປະ​ທຳ.ຂະນະ​ທີ່ສອງ​ກໍ​ຄືການສ້າງ​ວຽກ​ເຮັດ​ງານ​ທຳ​ໂດຍ​ການ ຈັດ​ສັນ​ກໍ​ຄື​ການ​ປະ​ກອບ​ອາ​ຊີບ​ໃຫ້​ແກ່​ປະຊາຊົນ​ກໍ​ເປັນ​ອີກ​ໜຶ່ງ​ຈຸດ​ພົ້ນ​ເດັ່ນ​ທີ່​ລັດຖະບານ​ໃຫ້​ຄວາມ​ສຳຄັນຊີ້​ນຳ​ຢ່າງ​ຕໍ່​ເນື່ອງ​ໄປ​ພ້ອມ​ກັນ​ກັບ​ການ​ສົ່ງ​ເສີມ​ຕະຫລາດ​ແຮງ​ງານ​ທີ່​ສາມາດ​ຮອງ​ຮັບ​ກຳລັງ​ແຮງ​ງານ​ໃໝ່​​.ອີກ​ດ້ານ​ໜຶ່ງ​ກໍ​ຄື​ລັດຖະບານສາມາດ​ກະ​ຕຸ້​ນ ການດຳ​ເນີນ​ທຸລະ​ກິດ​ຂອງ​ປະ​ຊາ​ຊົນ​ທີ່​ເນັ້ນການ​ປະ​ດິດ​ສ້າງ​ໃໝ່​ ໄດ້​​ເປັນ​ບໍລິ​ເວນກວ້າງ​ລວມທັງ​ການ​ເລັ່ງຈັດ​ສຳ​ພູມລຳ​ເນົາ​ໃຫ້​ແກ່​ປະຊາຊົນ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກແລະທັງຫລາຍ​ ທັງ​ປວງ​ເຫລົ່ານີ້​ສາມາດຍົກລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທັງຢູ່​ຊົນ​ນະ​ບົດ​ແລະ​ຕົວ​ເມືອງ​ສູງ​ຂຶ້ນ.
 
​​ຜົນງານ​​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ໄດ້​ເປັນ​ສ່ວນ​ສຳຄັນ​ເຮັດ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ເຫັນ​ ​ແລະ ​ເຊື່ອ​ໝັ້ນ​ຢ່າງ​ຕາຍ​ໃຈ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ,ປະຊາຊົນ​ເອງ​ກໍສ້າງກຳ​ລັງ​ໃຈ,ສ້າງ​ສະ​ຕິ​ປັນ​ຍາ ແລະ​ຄວາມ​ສາ​ມາດດ້ວຍ​ຕົນ​ເອງ​ຜ່ານ​ຜ່າ​​ຄວາມ​ຫຍຸ້ງ​ຍາກ​ທຸກ​ປະການກ້າວ​ມາ​ສູ່​ການໄດ້​ຮັບ​ຜົນ​ປະ​ໂຫຍດຢ່າງ​ມາກ​ມາຍ​ຈາກ​ນະ​ໂຍບາຍຂອງ​ພັກ-ລັດຖະຖານ​ທີ່​ເວລາ​ໃດ​ກໍ​ຫລິງ​ເຫັນ​ຮອຍ​ຍິ້ມ,ຄວາມ​ມັ່ງ​ຄັ່ງ​ຮັ່ງມີ​ຂອງ​ປະຊາຊົນ ​ແລະ ອ້າ​ແຂນ​ຫອບ​ອູ້ມ​ເອົາ​ປະຊາຊົນ​ມາ​ຢູ່​ໃນ​ຫົວ​ໃຈ​ຂອງ​ຕົນ.ຂະນະ​ທີ່​ພະນັກງານ​ສະມາຊິກ​ພັກ ກໍ​ເຮັດ​ແທ້​ທຳ​ຈິງ​ໂດຍ​ການ​ປົດ​ຮູບ​ການ​ມາສູ່​ການ​ປະຕິບັດ​ໂຕ​ຈິງ​ທັງຢູ່​ໃຕ້ການກວດກາ​ກວດ​ສອບ​ຂອງຂັ້ນ​ເທິງ ​ແລະ ປະຊາຊົນ​ເອງ. ສຸດ​ທ້າຍ​ແລ້ວທັງ​ການ​ນຳ​ພັກ-ລັດ,ພະນັກງານ​ສະມາຊິກ​ພັກ ​ແລະ ທຸກ​ຊັ້ນຄົນ ​ໄດ້​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ປິ່ນ​ອ້ອມ​ ​ແລະ ພ້ອມ​ກັນ​ໄຂ​ກະ​ແຈນະ​ໂຍບ​າຍ ການ​ສ້າງ​ສັງຄົມ​ອີ່ມ​ໜຳ​ສຳລານ ນັ້ນ​ເອງ.
 
1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ