ຈິນ​ໃຫ້​ຄວາມ​ສຳຄັນ​ຊ່ວຍ​ເຫລືອຜູ້ທຸກ​ຍາກ​
2017-03-08 16:12:09  cri 

ການ​ຮ່ວມ​ມື​​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ລະຫວ່າງ​ລາວ​-ຈີນ​ໄດ້​ຮັບ​ໝາກຜົນ​ອັນ​ຈົບງາມ
 
ຈີນ​ໄດ້​ນຳພາ​ບັນລຸ​​ເປົ້າ​ໝາຍ​ພັດທະນາ​ສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ​​ໃນການ​ຫຼຸດຜ່ອນ​ຄວາມທຸກ​ຍາກ.​ຫຼັງ​​ພັດທະນາມາ​ເປັນ​ເວລາ​ຫຼາຍ​ປີ,​​​ເຂດ​ຊົນນະບົດ​ຂອງ​ຈີນ​ໄດ້​ຫຼຸດຜ່ອນສະພາບ​ຄວາມທຸກ​ຍາກ​​ໄດ້​ໂດຍ ​ພື້ນຖານ, ​ໂຄງ​ປະກອບ​ການ​ຜະລິດ​ແລະປະກອບ​ອາຊີບ​ຢູ່​ເຂດ​ຊົນນະບົດ​ກໍ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ຢ່າງພົ້ນ​ເດັ່ນ.
 
ສຳລັບ​ລາວ​ນັ້ນ​ໃນກອງ​ປະຊຸມ​ໃຫຍ່ຄັ້ງ​ທີ10ຂອງ​ພັກ​ປະຊາຊົນ​ປະຕິບັດ​ລາວໄດ້ຕັ້ງ​ເປົ້າ​ໝາຍ​ພັດທະນາ ຄື​ໃຫ້​ສາມາດ​ຫຼຸດ​ພົ້ນ​ຈາກ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ2020, ​ແລະ​ເປົ້າ​ໝາຍ​ນີ້​ກໍ​ໄດ້​ກຳນົດ​ໄວ້​ໃນ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ5ປີ​ຄັ້ງ​ທີ8.​​ເຊິ່ງທັງຫຼາຍ​ທັງ​ປວງ​ຂອງ​ພົນ​ສຳ​ເລັດ​ນັ້ນ,ການ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ແລະ​ຮ່ວມ​ມື​ຈາກ​ເພື່ອ​ນມິດສາ​ກົນ​ກໍ​ຄື​ເປັນ​ສ່ວນ​ສຳຄັນ​ເປັນ​ຕົ້ນ ສປຈີນ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,​ສອງ​ປະ​ເທດ​ລາວ​ຈີນ​ໄດ້ຮ່ວມ​ມື​ໃນການ​ພັດທະນາ​ຊົນນະບົດ​ແລະ​ຫຼຸດຜ່ອນ​ຄວາ​ມທຸກ​ຍາກ, ​ເຊິ່ງກໍ​ໄດ້​ຮັບ​ໝາກຜົນ​ຢ່າງ​ຈົບງາມ.
 
​​ສໍາລັບ​ກົນ​ໄກ​ການຮ່ວມ​ມື​ສອງ​ຝ່າຍ​ນັ້ນ,​ລັດຖະບານ​ຈີນ​ໄດ້​​ຊ່ວຍຍົກ​ລະດັບ​ວິຊາ​ການ​ລາວ​ໂດຍ​ການ​ຈັດ​ຊຸດ​ອົບຮົມ​ໃຫ້​,​​​ຊຸກຍູ້​ການແລກປ່ຽນ​ບົດຮຽນ,​ວິ​ເຄາະ​ບັນຫາ​ແລະ​ສິ່ງ​ທ້າ​ທາຍ​ໃນ​ການ​ພັດທະນາ​ຊົນນະບົດ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ສອງ​ປະ​ເທດ,​ກຳ​ແໜ້ນ​ຄວາມ​ຕ້ອງການ​​ໃນ​ການ​ຫຼຸດຜ່ອນ​ຄວາ​ມທຸກ​ຍາກ,​​ເຊິ່ງ​ເປັນ​ການ​ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ.
 
ນອກ​ນີ້,​ຈີນ​ຍັງ​ໄດ້ປະຕິບັດໂຄງການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ພາຍ​ໃຕ້​ຂອບ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ,​ໂດຍ​ສິ່ງ ​ທີ່​ພົ້ນ​ເດັ່ນ​ຄື, ​ໃນ​ເດືອນ​ພະຈິກ​ປີ2014, ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນກັບ​ຈີນ,ຍີ່ປຸ່ນ​ແລະ​ສ.​ເກົາຫຼີ,​ທ່ານ​ນາ​ຍົກ​ຫຼີ​ເຄີ້ຊຽງ​ຂອງ​ຈີນ​ໄດ້​ວາງ "ຂໍ້​ລິ​ເລີ່​ມຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ອາຊີ​ຕາ​ເວັນ​ອອກ".​ເດືອນ​ທັນວາ​ປີ2016,​​ໂຄງການທົດ​ລອງ​ການ​ຮ່ວມ​ມື​ຫຼຸດຜ່ອນ​ຄວາມທຸກ​ຍາກ​ອາຊີ​ຕາ​ເວັນ​ອອກ​ໄດ້​ເລີ່​ມຕົ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງ​ວຽງ​ຈັນ.​​ໃນ​ນັ້ນ, ​ໂຄງການທົດ​ລອງ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ທີ່​ຈີນ​ຊ່ວຍ​ເຫຼືອ​ລາວ​ນັ້ນ​ຈະ​ຖອດ​ຖອນ​ບົດ​ຮຽນຈາກງ​ຈີນ,​​ໂດຍ​ອີງ​ຕາມ​ທ່າ​ແຮງ​ແລະ​ຈຸ​ດພິ​ເສດ​ຂອງ​ທ້ອງ​ຖິ່ນ,​ວາງ​ມາດ​ຕະການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ຕິດ​ແທດ​ຄວາມ​ເປັນ​ຈິງ,​​ເພື່ອສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຜະລິດ​ແລະການ​ດຳລົງ​ຊີວິດ​ຂອງ​ປະຊາ​ຊົນ,​​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ພັດທະນາ​ດ້ວຍ​ຕົນ​ເອງ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ.​ອີງ​ຕາມ​ໂຄງການ​ດັ່ງກ່າວ,​​ໃນ3ປີ​ຕໍ່ໜ້າ​ນີ້,​ຈີນ​ຈະ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສະໜັບສະໜູນ​ຂະ​ແໜງ​ການ​ກະສິກຳ, ປັບປຸງ​ສະພາບ​ແວດ​ລ້ອມ​ຂອງ​ເຂດ​ຊຸມ​ຊົນ, ຊ່ວຍ​ເຫຼືອ​ດ້ານ​ວັດຖຸ​ແລະ​ຈັດ​ຊຸດ​ອົບຮົມ​ຕ່າງໆ,​ທັງ​ນີ້​ກໍ່​ເພື່ອ​ປັບປຸງ​ເງື່ອນ​ໄຂ​ການ​ຜະລິດ​ແລະ​ດຳລົງ​ຊີວິດ​ຂອງ​ຊາວບ້ານ​ໃຫ້​ດີ​ຂຶ້ນ, ​ແລະ​​ເພີ່ມ​ຄວາມ​ມີ​ຊີວິດ​ຊີວາ​ຂອງ​ເຂດທົດ​ລອງ.
​​
1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ