ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ
    ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ແມ່ນ​ກິດ​ຈະ​ກຳ​ແລກ​ປ່ຽນ​ດົນ​ຕີ​ຂ້າມ​ຊາດ​ທີ່​ວິ​ທ​ະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນຫຼື CRI ​ຮ່ວມ​ກັບ​ສື່ມວນ​ຊົນ​ຈີນ​ແລະສື່ມວ​ນ​ຊົນ 10 ປະ​ເທດ​ອາ​ຊຽນ​ຈັດ​ຂຶ້ນ. ງານ​ຮ້ອງ​ເພງ​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​ປີ​ລະ​ເທື່ອ, ໂດຍ​ການ​ເຊື້ອເຊີນ​ນັກ​ຮ້ອງ​ຈີນ​ແລະ10ປະ​ເທດ​ອາ​ຊຽນ​ທີ່​ມີ​ຊື່​ສຽງ​ມາ​ຮ້ອງ​ເພງ​ຮ່ວມ​ກັນ, ຮູ້​ຈັກ​ໝູ່​ເພື່ອນ​ແລະ​ແລກ​ປ່ຽນ​ໂດຍ​ຜ່ານ​ການ​ຮ້ອງ​ເພງ, ຮ່ວມ​ກັນ​ສ້າງ​ຄວາມ​ປອງດອງ​ກົມ​ກຽວ​​ແລະມິດ​ຕະ​ພາບ​ຂອງ​ພາກ​ພື້ນ.
    ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ໄດ້​ຮັບ​ການ​ຕອບ​ຄືນ​ແລະ​ສະ​ໜັບ​ສະ​ໜູນ​ ຢ່າງກວ້າງ​ຂວາງ​ຈາກ​ພາກ​ສ່ວນ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ​ແລະ​ສື່ມວນ​ຊົນ​ຕົ້ນ​ຕໍ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ, ຝ່າຍ​ຮ່ວມ​ມື​ຕ່າງ​ປະ​ເທດ​ລວມ​ທັງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບບ​ຣູ​ໄນ, ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ກຳ​ປູ​ເຈຍ, ສະ​ຖາ​ນີ​ໂທ​ລະ​ພາບ​ອິນ​ໂດນ​ເຊຍ, ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ມາ​ເລ​ເຊຍ, ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ມຽນ​ມາ, ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ຟີ​ລິບ​ປີນ, ໜັງ​ສື​ພິມ​ລຽນ​ເຫີ​ຈ້າວ​ປ້າວ​ຂອງ​ສິງ​ກະ​ໂປ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ໄທ, ສະ​ຖາ​ນີ​ໂທ​ລະ​ພາບ​ຫວຽດ​ນາມ​ແລະ​ອື່ນໆ. ສື່ມວນ​ຊົນ​ຮ່ວມ​ມື​ຈີນ​ລວມ​ທັງ​ສະ​ຖາ​ນີ​ໂທ​ລະ​ພາບກວາງ​ຊີ, ສະ​ຖາ​ນີ​ວິ​ທະ​ຍຸໂທ​ລະ​ພາບໄຫ​ຫຼຳ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ເຈີ້​ໂຈ່ວ​ແລະ​ອື່ນໆ.

ທ້າວອະ​ທິ​ສັ​ກ ​ຣັດຕະ​ນະ​ວົງ
ນັກ​ຮ້ອງ​ລາວ

ນາງ PoPo
ນັກ​ຮ້ອງ​ມຽນ​ມາ

ນາງ Shila Amzah
ນັກ​ຮ້ອງ​ມາ​ເລ​ເຊຍ

ທ້າວ Petra Sihombing
ນັກ​ຮ້ອງ​ອິນ​ໂດ​ເນ​ເຊຍ

ທ້າວ Chhorn
Sovannareach
ນັກ​ຮ້ອງ​ກຳ​ປູ​ເຈຍ

ທ້າວ Alilah
ນັກ​ຮ້ອງບ​ຣູໄນ

ນາງ ໂດ​ທິ​ແທ໋ງຮວາ
ນັກ​ຮ້ອງ​ຫວຽດນາມ

ນາງ KORNPASSORN
·DUAYSIANKLAO
ນັກ​ຮ້ອງ​ໄທ

ນາງ​ TAN TZE KIA
ນັກ​ຮ້ອງ​ສິງກ​ະ​ໂປ

ທ່ານ Christian Bautista
ນັກ​ຮ້ອງ​ຟີ​ລິບ​ປິນ
• ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ 2017 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຈິ້ງໂຈ່ວ
More>>