ຈໍາປາສັກເປີດປີທ່ອງທ່ຽວລາວ ພ້ອມກັບບຸນນະມັດສະການຜາສາດຫີນວັດພູ ຢ່າງເປັນທາງການ
2018-01-30 17:22:28  cri 


ຕາມຂ່າວ CRI: ແຂວງຈຳປາສັກ ໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2018 ພ້ອມກັບງານບຸນນະມັດສະການຜາສາດຫີນວັດພູ  ມໍລະດົກໂລກຂຶ້ນຢ່າງເປັນທາງການໃນວັນທີ 29 ມັງກອນ 2018 ນີ້, ທີ່ວັດພູຈໍາປາສັກ, ແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຊີ້ນຳລະດັບຊາດການຈັດງານປີທ່ອງທ່ຽວລາວ 2018, ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ,​ວັດທະນະທຳແລະທ່ອງທ່ຽວ, ຮອງປະທານຊີ້ນໍາລະດັບຊາດການຈັດງານປີທ່ອງທ່ຽວລາວ 2018, ມີບັນດາເຈົ້າແຂວງ, ຮອງເຈົ້າແຂວງຈຳປາສັກ, ຮອງເຈົ້າແຂວງສາລະວັນ, ແຂວງອັດຕະປີ, ພ້ອມດ້ວຍແຂກພາຍໃນ, ຕ່າງປະເທດ ແລະ ພໍ່ແມ່ພີ່ນ້ອງຊາວແຂວງຈຳປາສັກເຂົ້າຮ່ວມຢ່າງຫຼວງຫຼາຍ.
1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ