ຈໍາປາສັກເປີດປີທ່ອງທ່ຽວລາວ ພ້ອມກັບບຸນນະມັດສະການຜາສາດຫີນວັດພູ ຢ່າງເປັນທາງການ
2018-01-30 17:22:28  cri 


ໂອກາດດຽວກັນ, ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈຳປາສັກ, ຮອງປະທານຄະນະຮັບຜິດຊອບຊີ້ນຳຂັ້ນແຂວງໃຫ້ຮູ້ວ່າ: ໃນປີ 2017 ມີນັກທ່ອງທ່ຽວເຂົ້າມາ 799.054 ເທື່ອຄົນ, ສ້າງລາຍຮັບໄດ້ 123,2 ລ້ານໂດລາສະຫະລັດ. ສະເພາະປີທ່ອງທ່ຽວລາວ 2018 ນີ້ ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາບໍ່ຫລຸດ 917.700 ເທື່ອຄົນ ແລະ ຄາດຄະເນສ້າງລາຍຮັບປະມານ 140 ລ້ານໂດລາສະຫະລັດ.ສໍາລັບ ສະຖານທີ່ຮອງຮັບໃຫ້ແກ່ການທ່ອງທ່ຽວລາວ 2018ນີ້, ຢູ່ແຂວງຈໍາປາສັກມີແຫຼງທ່ອງທ່ຽວທັງໝົດ 216 ແຫ່ງ, ແຫຼງທ່ອງທ່ຽວທໍາມະຊາດ 116 ແຫ່ງ, ແຫຼງທ່ອງທ່ຽວປະຫວັດສາດ 40 ແຫ່ງ ແລະ ແຫຼງທ່ອງທ່ຽວທາງວັດທະນະທໍາ 60 ແຫ່ງ, ມີໂຮງແຮມ 66 ແຫ່ງ, ຣີຊອດ 08 ແຫ່ງ, ເຮືອນພັກ 162 ແຫ່ງ.
1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ